ກິນໃຫ້ຮ່າງກາຍຟື້ນໂຕດີຫລັງອອກກຳລັງກາຍແລ້ວ
March 14, 2017 - 11:04 AM


- ໝາກນັດ ແລະ ໝາກຫຸ່ງ : ໝາກໄມ້ທັງສອງຊະນິດນີ້ຈະຊ່ວຍ ຟື້ນຟູກ້າມຊີ້ນໄດ້ດີ ເພາະມີເອັນໄຊ ບຣໍມີເລນ ແລະ ປາເປນ ເຊິ່ງນອກ ຈາກຈະຊ່ວຍຍ່ອຍໂປຣຕິນໄດ້ດີ ແລ້ວ ຍັງປ້້ອງກັນການອັກ ເສບຂອງກ້າມຊີ້ນ ແລະ ຊ່ວຍໃຫ້ຮ່າງກາຍຟື້ນໂຕໄດ້ດີຂຶ້ນພາຍຫລັງທີ່ໄດ້ອອກກຳລັງກາຍມາແລ້ວ.
- ແຊນວິດເນີຍຖົ່ວປະສົມແຍມພາສຕ້າຊອສຊີ້ນ : ຊ່ວຍສ້າງ ແລະ ຟື້ນຟູກ້າມຊີ້ນ ເພາະ ໂປຣຕິນທີ່ຢູ່ໃນອາຫານຈະຊ່ວຍສ້າງກ້າມຊີ້ນຂຶ້ນມາໃໝ່. ສ່ວນຄາໂບໄຮເດຣດກໍຈະຊ່ວຍຟື້ນຟູກ້າມຊີ້ນທີ່ມີຢູ່ໃຫ້ແຂງແຮງຍິ່ງຂຶ້ນ.
- ຊີ້ນປາແຊວມັອນ : ຊ່ວຍຄວບຄຸມການເຕັ້ນຂອງຫົວໃຈ, ດີຕໍ່ສຸຂະພາບຫົວໃຈ ແລະ ຫລອດ ເລືອດ ໂດຍນັກວິໄຈຈາກປະເທດອົດສະຕຣາລີພົບວ່ານັກຂີ່ລົດຖີບທີ່ ໄດ້ຮັບໄຂມັນຈາກປາແຊວມັອນ ຕິດຕໍ່ກັນເປັນເວລາ 8 ອາທິດ ຈະມີອັດຕາການເຕັ້ນຂອງຫົວໃຈຊ້າລົງ ແລະ ມີອາການເມື່ອຍຫອບ ໜ້ອຍລົງໃນຂະນະຂີ່ລົດຖີບ. ກົດໄຂມັນໃນຊີ້ນປາແຊວມັອນຍັງດີຕໍ່ແຊນກ້າມຊີ້ີ້ນ ແລະ ແຊນຫົວໃຈ ນຳອີກ. ດັ່ງນັ້ນ ຖ້າຈະໃຫ້ດີກໍຄວນກິນປາແຊວມັອນເປັນປະຈຳ.
- ຊີ້ນໝູສັນໃນ (ພາກສ່ວນບໍ່ມີໄຂມັນ) : ເປັນໂປຣຕິນທີ່ມີກາລໍຣີຕໍ່າ ເຊິ່ງນັກວິທະຍາສາດຈາກ ມະຫາວິທະຍາໄລແມັກມາສເຕີໃນການາດາ ສຶກສາພົບວ່າ : ການກິນໂປຣຕິນທີ່ມີກາລໍຣີຕໍ່າ ແລະ ອອກກຳລັງກາຍຢ່າງສະໝໍ່າສະເໝີ ຈະຊ່ວຍເຜົາຜານ ແລະ ກຳຈັດໄຂມັນສ່ວນເກີນຢູ່ແອວລົງໄດ້.
- ດື່ມນົມຊັອກໂກແລັດ : ນົມ ເປັນເຄື່ອງດື່ມທີ່ເໝາະສົມທີ່ສຸດໃນການຊ່ວຍໃຫ້ຮ່າງກາຍຟື້ນໂຕໃນພາຍຫລັງການອອກກຳລັງກາຍໄດ້ດີກ່ວາເຄື່ອງດື່ມເກືອແຮ່ອ່ືນໆເນື່ອງຈາກນົມອຸດົມໄປດ້ວຍໂປ ຕັສຊຽມເຊິ່ງຈະຊ່ວຍໃນເລື່ອງການເຕັ້ນຂອງຫົວໃຈ ແລະ ການສົ່ງອົກຊີແຊນໄປລ້ຽງສະໝອງ ແລະ ການຕື່ມຊັອກໂກແລັດໃສ່ໃນນົມກໍຈະຊ່ວຍໃຫ້ນົມມີຄວາມດຸ່ນດ່ຽງຂອງຄາໂບໄຮເດຣດ, ໂປຣຕິນ ແລະ ໄຂມັນ ເຊິ່ງຈະຊ່ວຍໃຫ້ກ້າມຊີ້ນຟື້ນໂຕໄດ້ໄວຂຶ້ນ.
6. ກາເຟ : ຖືໄດ້ວ່າເປັນເຄື່ອງດື່ມທີ່ດີຫລັງອອກກຳລັງກາຍຖ້າຮ່າງກາຍໄດ້ຮັບກາເຟອີນໃນປະລິ ມານທີ່ເທົ່າກັບການດື່ມກາເຟ 2 ຈອກ ຫລັງການອອກກຳລັງກາຍ ກໍຈະຊ່ວຍຫລຸດອາການປວດກ້າມຊີ້ນໄດ້ເພາະກາເຟອີນຈະໄດ້ຂັດຂວາງສານເຄມີທີ່ກະຕຸ້ນໃຫ້ເກີດການເຈັບປວດກ້າມຊີ້ນ.
7. ຊາຂຽວ (ແບບດັ້ງເດີມ) : ນັກວິທະຍາສາດພົບວ່າຜູ້ທີ່ດື່ມຊາຂຽວມື້ລະ 2 – 3 ຈອກຈະຊ່ວຍ ໃຫ້ກ້າມຊີ້ນຟື້ນໂຕໄດ້ໄວຂຶ້ນຫລັງອອກກຳລັງກາຍ ຫລື ເຮັດກິດຈະກຳທີ່ຕ້ອງໃຊ້ແຮງຫລາຍໆ ເຊັ່ນ : ການຍົກນຳ້ໜັກ, ແບກນຳ້ໜັກ ຫລື ແລ່ນໄລຍະໄກ.
- ນຳ້ດື່ມບໍລິສຸດ : ການດື່ມນຳ້ທີ່ເຢັນພໍປະມານທັງກ່ອນ ແລະ ຂະນະອອກກຳລັງກາຍຈະຊ່ວຍ ໃຫ້ອອກກຳລັງກາຍໄດ້ດົນຂຶ້ນຜົນຈາກການສຶກສາໃນປະເທດອັງກິດພົບວ່ານັກຂີ່ລົດຖີບທີ່ດື່ມນຳ້ເຢັນ (ພໍປະມານ) ທຸກເຄິ່ງຊົ່ວໂມງຈະຊ່ວຍໃຫ້ຂີ່ລົດຖີບໄດ້ໄກກວ່ານັກຂີ່ລົດຖີບທີ່ດື່ມນຳ້ໃນອຸນຫະພູມປົກກະຕິ. ນອກຈາກນີ້, ນ້ຳເຢັນຍັງຊ່ວຍຫລຸດອຸນຫະພູມໃນ ຮ່າງກາຍຂອງເຮົາໃຫ້ເຢັນລົງນຳ ດັ່ງ ນັ້ນນຳ້ຳເຢັນ (ພໍປະມານ) ຈຶ່ງເປັນເຄື່ອງດື່ມທີ່ເໝາະສົມສຳລັບການອອກກຳລັງກາຍກາງແຈ້ງ ທ່າມກາງອາກາດຮ້ອນອົບເອົ້າ.