ໄລຍະນີ້ອາກາດຈະຮ້ອນໃນຕອນເຊົ້າ ແລະ ຈະມີຝົນຕົກໃນຕອນແລງ
May 22, 2017 - 7:51 PM


ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 23-24 ພຶດສະພານີ້, ຄວາມກົດດັນອາກາດຕ່ຳ ຍັງມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງລາວ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຮ້ອນຢູ່ແຕ່ລະພາກ ແລະ ໃນຕອນບ່າຍຫາຕອນຄໍ່າ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍຫາປານກາງ ແລະ ພ້ອມມີລົມພັດແຮງເປັນບາງໂອກາດໃນແຕ່ລະພາກ. ພາກເໜືອດ້ານຕາເວັນອອກ: ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ພາກເໜືອດ້ານຕາເວັນຕົກ: ອາກາດຈະຮ້ອນ, ໂດຍສະເພາະແຂວງບໍ່ແກ້ວ, ຫລວງພະບາງ ແລະ ໄຊຍະບູລີ, ນະ ຄອນຫລວງວຽງຈັນ: ອາກາດຮ້ອນທຳມະດາ ແລະ ຍັງຈະມີຝົນຕົກຟ້າຄະນອງກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດ, ສ່ວນພາກກາງ: ອາກາດຈະຮ້ອນທຳມະດາ ແລະ ຈະມີຝົນຕົກກະຈາຍເປັນບາງໂອກາດ ແລະ ພາກໃຕ້: ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຄະນອງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.