ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ

ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ - news201903030119335 - ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ
ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ - kitchen vibe - ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ

      ​ໂຣ​ເຈີ ​ເຟ​ເດີ​ເຣີ ນັກ​ເທັນ​ນິສ ມື 7 ຂອງ​ໂລກ ຊາວ​ສະວິດ​ເຊີ​ແລນ ​ແຊ້ມ​ແກຣນສະ​ແລມສູ​ງສຸດ 20 ສະ​ໄໝ ສ້າງ​ສະຖິຕິ​ຄວ້າ​ແຊ້ມ​ເທັນ​ນິສອາຊີບ​ລະດັບ ​ເອທີ​ພີທົວ ລາຍການ​ທີ 100 ​ໃນ​ອາຊີບ ຫລັງ​ຈາກ​ສາມາດ​ຄວ້າ​ແຊ້ມ​ເທັນ​ນິສ ດູ​ໄບ ​ແຊມ​ປ້ຽນຊິ​ບ 2019 ທີ່​ນະຄອນ​ດູ​ໄບ ສະຫະລັດ​ອາຣັບ ​ເອມິ​ເຣດ ​ໃນ​ລະຫວ່າງ​ວັນ​ທີ 25 ກຸມພາ ຫາ​ວັນ​ທີ 2 ມີນາ​ນີ້ ​ຊີງ​ເງິນ​ລາງວັນ​ລວມ 2.885.895 ​ໂດ​ລາ​ສະຫະລັດ.

      ຮອບ​ຊີງ​ຊະນະ​ເລີດ ​ໂຣ​ເຈີ ​ເຟ​ເດີ​​ເຣີ ​ໄວ 37 ປີ ທີ່​ເປັນ​ແຊ້ມລາຍການ​ນີ້​ສູງ​ສຸດ 8 ສະ​ໄໝ ​ເອົາ​ຊະນະ ສະ​ເຕຟານ​ນັອສ ຊິດ​ຊີ​ປັສ ນັກ​ເທັນ​ນິສຊາວ​ເກຣັກ ມື 5 ຂອງ​ລາຍການ ​ໄວ 20 ປີ 2-0 ​ເຊັດ 6-4 ທັງ​ສອງ​ເຊັດ. ​ເຟ​ເດີ​ເຣີ ຮັບ​ຂັນ​ແຊ້ມພ້ອມ​ເງິນ​ລາງວັນ 523.330 ​ໂດ​ລາ​ສະຫະລັດ ​ແລະ ຫຍັບ​ອັນ​ດັບ​ໂລກ​ຂຶ້ນມາ​ສອງ​ອັນ​ດັບມາ​ຢູ່ທີ 4 ຂອງ​ໂລກ.

      ​ເຟ​ເດີ​ເຣີ ກາຍ​ເປັນ​ນັກ​​ເທັນ​ນິສຊາຍ​ຄົນທີ 2 ຂອງ​ໂລກ ທີ່​ສາມາດ​ຄວ້າ​ແຊ້ມລະດັບ ​ເອທີ​ພີ 100 ລາຍການ ​ໂດຍ​ເປັນ​ຮອງ​ພຽງ ຈິ​ມມີ້ ຄອນ​ເນີ ຕຳນານ​ນັກ​ເທັນ​ນິສຊາວ​ອາ​ເມ​ລິ​ກາ ທີ່​ສ້າງ​ໄວ້ 109 ລາຍການ ​ໃນ​ປີ 1983. ສຳລັບ​ແຊ້ມລາຍການ​ທຳ​ອິດ​ຂອງ ​ໂຣ​ເຈີ ​ແມ່ນ​ລາຍການ ມີ​ລານ ອິນ​ດໍຣ ​ໃນ​ປີ 2001 ທີ່​ອີ​ຕາ​ລີ.

ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ - 5 - ເຟເດີເຣີ ຄວ້າແຊ້ມລາຍການທີ 100 ໃນອາຊີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!