ຮັກສາຊີວະນາໆພັນລາວ ຢ່າຟ້າວດັບສູນ
ໂດຍ : ມຶກບໍ່ແຫ້ງ
ທ່ານຮູ້ບໍ່ວ່າ ປະເທດລາວເຮົາຮັ່ງມີທາງດ້ານຊີວະນາໆພັນຫຼາຍທີ່ສຸດປະເທດໜຶ່ງໃນໂລກ ແຕ່ມາຮອດປັດຈຸບັນ ບັນດາຊີວະນາໆພັນເຫຼົ່ານັ້ນ ກຳລັງຖືກຄຸກຄາມຢ່າງໜ້າເປັນຫ່ວງ.
ອີງຕາມຂໍ້ມູນຂອງກະຊວງກະສິກຳ ແລະປ່າໄມ້ ໃຫ້ຮູ້ວ່າ ສປປລາວ ມີຊະນິດພັນເຂົ້າຫຼາຍກວ່າ 10.000 ຊະນິດ, ມີ ພືດຜັກທັນຍາຫານ ທີ່ສາມາດກິນໄດ້ ກວ່າ 2.500 ຊະນິດ, ມີປາຫລາຍກວ່າ 200 ຊະນິດ, ພືດທີ່ເປັນຢາ ຫຼາຍກວ່າ 1.500 ຊະນິດ ແລະ ມີເຄື່ອງປ່າຂອງດົງ ຫຼາຍກວ່າ 500 ຊະນິດ, ເຊິ່ງທັງໝົດນັ້ນ ເຮັດໃຫ້ ສປປລາວ ເປັນປະເທດທີ່ຮັ່ງມີທາງດ້ານຊີວະນາໆພັນ ຫຼາຍກວ່າໝູ່ປະເທດໜຶ່ງໃນໂລກ.
ໂດຍບໍ່ຕ້ອງສົງໄສວ່າ ປະຊາຊົນລາວເຮົາ ອາໄສ ເຄື່ອງປ່າຂອງດົງ, ຊີວະນາໆພັນເຫຼົ່ານີ້ ມາແຕ່ບູຮານນະການແລ້ວ ເພື່ອການຄອງຊີບ. ຫຼາຍເທື່ອ ພວກເຮົາກໍພາກັນເວົ້າວ່າ ຄົນລາວນີ້ ອັນໃດກໍກິນໝົດ, ເຊິ່ງອັນນີ້ ກໍສະແດງວ່າ ແນວທີ່ເປັນຕາກິນຢູ່ປະເທດເຮົາ ຈັ່ງແມ່ນອຸດົມສົມບູນແທ້ໆ. ເມື່ອຍ່າງເຂົ້າໄປໃນຕະຫຼາດສົດຂອງ ລາວ ຈະເຫັນຫຼາກຫຼາຍສີສັນ ນັບຕັ້ງແຕ່ ແມງໄມ້, ພືດພັນທັນຍາຫານ ທີ່ຫຼາກຫຼາຍ ເຊິ່ງແຕກຕ່າງຈາກຫຼາຍ ປະເທດ ທີ່ບໍ່ມີຄືພວກເຮົາ.
ແຕ່ມາຮອດປັດຈຸບັນ ຊີວະນາໆພັນຂອງລາວ ຖືກຂົ່ມຂູ່ດ້ວຍຫຼາຍປັດໄຈ, ການຂະຫຍາຍຕົວ ຂອງການປູກພືດຊະນິດດຽວ ເພື່ອການຄ້າ ເຊັ່ນ ການປູກສາລີ, ການປູກໝາກກ້ວຍ, ຢ່າງພາລາ ແລະພືດພັນ ອື່ນໆ (ບາງໂຄງການ) ທີ່ກວມເອົາເນື້ອທີ່ ອັນກວ້າງຂວາງນັ້ນ ມີຜົນກະທົບຕໍ່ຊີວະນາໆພັນຂອງລາວ ເນື່ອງຈາກວ່າ ການປູກພືດ ເພື່ອການຄ້າດັ່ງກ່າວ ນອກຈາກມີການບຸກເບີກເນື້ອປ່າໄມ້ ທີ່ເປັນແຫຼ່ງກຳເນີດຂອງຊີວະນາໆພັນ ຫຼາກຫຼາຍຊະນິດແລ້ວ ຍັງນຳໃຊ້ ສານເຄມີ ທີ່ເປັນຕາຢ້ານ ທຳລາຍສັດສາວາສິ່ງຢູ່ຮອດພື້ນດິນຕຶ່ມອີກ.
ຜູ້ຂຽນໄດ້ເຫັນສາລະຄະດີໜຶ່ງ ທີ່ຜະລິດໂດຍ ອົງການ ຄຣິກ (CLICK) ກ່ຽວກັບການນຳໃຊ້ສານເຄມີຢູ່ລາວ, ມີຕອນໜຶ່ງຊາວບ້ານ ຢູ່ແຂວງສະຫວັນນະເຂດບອກວ່າ “ກ່ອນການປູກອ້ອຍເປັນສິນຄ້າ ປະຊາຊົນສາມາດ ຈັບຂຽດ, ກົບ ຈາກທົ່ງນາເຂົາເຈົ້າໄດ້ ເທື່ອລະເປົາ ແຕ່ ພາຍຫຼັງການປູກອ້ອຍ ແລະນຳໃຊ້ສານເຄມີແລ້ວ ປະຊາຊົນກໍບໍ່ສາມາດ ຈັບ ກົບຂຽດ ດັ່ງທີ່ເຂົາເຈົ້າເຄີຍມາກ່ອນ”.
ນອກນັ້ນ, ພວກເຮົາກໍຍັງຮູ້ຕຶ່ມວ່າ ການນຳໃຊ້ສານເຄມີ ເພື່ອການປູກກ້ວຍ ໂດຍຂາດການຈັດການທີ່ດີນັ້ນ ເຮັດໃຫ້ສານເຄມີ ທີ່ອັນຕະລາຍນັ້ນໄຫຼລົງສູ່ແມ່ນໍ້າ ເຮັດໃຫ້ສັດວາສິ່ງໃນນໍ້າ ທີ່ຮວມເປັນຊີວະນາໆພັນ ຂອງລາວນັ້ນ ຕາຍດັບສູນໄປບໍ່ແມ່ນໜ້ອຍ.
ນອກນັ້ນ, ການປ່ຽນແປງຄຸນນະພາບຂອງ ນໍ້າອູ ເຮັດໃຫ້ໄຄບໍ່ສາມາດເກີດໄດ້ນັ້ນ ກາຍເປັນສິ່ງທີ່ໜ້າຕົກໃຈ ແລະເສົ້າໝອງຂອງປະຊາຊົນຈຳໜວນຫຼາຍ ທີ່ເພິ່ງພາອາໄສ ໄຄ ເພື່ອເປັນອາຫານ ແລະສ້າງລາຍຮັບມາແຕ່ດົນນານແລ້ວ.
ໂດຍພື້ນຖານແລ້ວ ບັນດາຊີວະນາໆພັນ ທີ່ຄົນລາວເອົາມາເປັນອາຫານນັ້ນ ແມ່ນມີໂພຊະນາການດີ ມີລົດຊາດແຊບຊ້ອຍ ແລະປອດໄພ ແຕ່ມາຮອດດຽວນີ້ ພວກເຮົາພັດ ກຳລັງບໍລິໂພກ ພືດຜັກທັນຍາຫານ ທີ່ເຕັມແຕ່ສານເຄມີ ໂດຍພົບເຫັນຢູ່ຕະຫຼາດ ແຕ່ພາກເໜືອ ຮອດພາກໃຕ້, ເຊິ່ງເປັນການສວນທາງກັບກັນ ທີ່ວ່າ ປະເທດລາວ ມີອາຫານ ທີ່ໄດ້ຈາກທຳມະຊາດຢ່າງຫຼວງຫຼາຍ ແຕ່ກັບກາຍ ມາເປັນຜູ້ບໍລິໂພກ ພືດຜັກທີ່ອັນຕະລາຍຄືແນວນີ້.
ການຂະຫຍາຍຕົວຂອງການປູກພືດອຸດສາຫະກຳ ກໍຄືບັນດາໂຄງການພັດທະນາຕ່າງໆນັ້ນ ຄວນຄິດຄຳນຶ່ງເຖິງ ການສູນເສຍຄຸນຄ່າຂອງຊີວະນາໆພັນຂອງລາວ, ເບິ່ງຄືວ່າມັນເປັນສິ່ງເລັກນ້ອຍ ຖ້າທຽບໃສ່ໂຄງການພັດທະນາ, ໂຄງການປູກພືດ ເພື່ອການຄ້າ ແຕ່ຊີວະນາໆພັນ ມັນຄືຊີວິດຂອງປະຊາຊົນ.