“ລະປືບ” ບຸນແຈກເຂົ້າຂອງຊົນເຜົ່າບຣູ-ກະຕ່າງ
ໂດຍ: ຄຳພຸດ ເທບພະນົມ
ດັ່ງພວກເຮົາຮັບຮູ້ນຳກັນແລ້ວວ່າປະເທດລາວເຮົາມີຫລາກຫລາຍຊົນເຜົ່າ ແລະ ມີຮີດຄອງປະເພນີທີ່ ແຕກຕ່າງກັນໄປເຊິ່ງສະແດງອອກເຖິງຄວາມເປັນເອກະລັກໃນແຕ່ລະເຜົ່າຂອງຕົນເອງ ແລະ ຮີດຄອງປະເພນີ ເຫລົ່ານັ້ນລ້ວນແຕ່ໄດ້ຮັບ ການຖ່າຍທອດຈາກປູ່ຍ່າ ຕານາຍຈາກຮຸ່ນຄົນນີ້ສູ່ຮຸ່ນ ລູກຫລານຕໍ່ໄປ. ດັ່ງບຸນ “ລະປືບ” ຂອງຊົນເຜົ່າບຣູ- ກະ ຕ່າງທີ່ຊາວບ້ານເອີ້ນກັນວ່າ “ກິນປືບ” ເປັນປະເພນີການ ແຈກເຂົ້າຂອງຊົນເຜົ່າບຣູ-ກະຕ່າງທີ່ດຳລົງຊີວິດຢູ່ບາງທ້ອງຖິ່ນ ເຊັ່ນ: ບາງເມືອງ ໃນແຂວງສະຫວັນນະເຂດ ແລະ ສາລະວັນ, ເຊິ່ງໄດ້ຮັບ ການປະຕິບັດສື່ບທອດກັນມາແຕ່ບູຮານນະການ. ພວກ ເຂົາເຈົ້າມີຄວາມເຊື່ອວ່າ: ຜີ ຂອງບັນພະບູລຸດຜູ້ລ່ວງລັບ ໄປຍັງດຳລົງຢູ່ຮ່ວມກັບລູກຫລານ ແຕ່ຢູ່ກັນຄົນລະພົບ ຊາດ ແລະ ອາໄສເຊິ່ງກັນ ແລະ ກັນຄື: ຜີ ຫລື ວິນຍານ ຂອງພໍ່ແມ່ນັ້ນເປັນຜູ້ຊ່ວຍເບິ່ງແຍງສັດສາວາສິ່ງ, ການ ປູກການຝັງເຮັດໃຫ້ໄດ້ຮັບ ໝາກຜົນ ແລະ ຂະຫຍາຍ ແພ່ພັນໄດ້ຫລາຍ. ສ່ວນວ່າ ລູກຫລານທີ່ຍັງມີຊິວິດຢູ່ ເມື່ອໄດ້ຮັບຜົນຜະລິດ ແລະ ສັດລ້ຽງອອກແມ່ແພ່ລູກ ຄືແນວນັ້ນກໍຈຳຕ້ອງໄດ້ເຮັດ ບຸນແຈກເຂົ້າໄປຫາດ້ວຍການຂ້າສັດລ້ຽງນັ້ນເພື່ອເຮັດພິທີກຳສັງເວີຍແກ່ຜີບັນພະບູລຸດຂອງຕົນຕາມ ຄວາມເຊື່ອຖື.
ຂັ້ນຕອນໃນການເຮັດ ບຸນລະປືບແມ່ນໄດ້ກະກຽມຄື: ເຕົ້າໂຮມຕະກຸນປູ່ຍ່າຕາ ນາຍພໍ່ແມ່ເຖົ້າແກ່ອາວຸໂສ ແລະມີຄວາມພ້ອມຢ່າງ ໜ້ອຍ 9 ຄອບຄົວຂຶ້ນໄປ, ແລ້ວພ້ອມກັນປຸກຜາມ ແລະ ຫໍໄວ້ເຄິ່ງກາງ ເພື່ອນຳໃຊ້ ເຂົ້າໃນການເຮັດພິທີກຳ. ໃນ ຫໍດັ່ງກ່າວນັ້ນປະກອບໄປ ດ້ວຍພືດພັນທັນຍາຫານທີ່ ເປັນຜົນຜະລິດ ແລະ ອຸປະ ກອນຮັບໃຊ້ໃນຄົວເຮືອນ ເປັນຕົ້ນແມ່ນ ເຄື່ອງນຸ່ງຂອງຖື, ຈົກ, ສຽມ, ມີດພ້າ, ກະຕ່າກະ ບຸງທີ່ຄົບຕາມອົງປະກອບ ຂອງເຄື່ອງຄົວເຮືອນ. ສຳລັບຜູ້ເປັນເຂີຍຕ້ອງໄດ້ກຽມງົວ, ຄວາຍໄວ້ຂ້າຜູ້ລະໂຕ ຕາມຈຳນວນຂອງລູກເຂີຍ ໃນຄອບຄົວນັ້ນ. ເມື່ອຮອດ ມື້ບຸນຜູ້ເປັນເຂີຍຕ້ອງໄດ້ຂ້າງົວ, ຄວາຍແຕ່ຕອນເຊົ້າໆ ແລ້ວນຳເອົາແຕ່ກະດູກ, ຫົວ, ຫາງ, ໜັງ, ຕີນ, ເຄື່ອງໃນໄປແຫ່ອ້ອມຫໍພ້ອມກັບຈັງຫວະດົນຕີພື້ນເມືອງ. ເມື່ອແຫ່ສຳເລັດແລ້ວກໍເອົາຊິ້ນ ສ່ວນຕ່າງໆນັ້ນໄປກອງໄວ້ຕໍ່ໜ້າຜາມເພື່ອປະກອບພິທີ, ຜູ້ເປັນໝໍຜີກໍປະກອບພິທີກຳ ເປັນຜູ້ເອີ້ນເອົາວິນຍານຂອງຜູ້ໄດ້ລ່ວງລັບໄປແລ້ວນັ້ນມາຮັບເອົາເພິ່ນເອີ້ນວ່າ “ອະ ລ່ອຍ” ແລະ ຫລັງຈາກເຮັດ ແລ້ວແມ່ນເອົາກະດູກທັງໝົດໄປໄວ້ຫົວໄຮ່ປາຍນາບ່ອນທີ່ ເຊື່ອວ່າເປັນສະຖານທີ່ຢູ່ຂອງຜູ້ລ່ວງລັບໄປ. ສ່ວນຊີ້ນທີ່ຖືກ ປາດໄວ້ນັ້ນກໍເອົາມາປຸງແຕ່ງເປັນອາຫານຕ້ອນຮັບແຂກ ຄົນ ທີ່ເຂົ້າຮ່ວມໃນມື້ບຸນ.
ຈຸດສຳຄັນຂອງບຸນດັ່ງກ່າວນີ້ແມ່ນ ການຂ້າງົວ, ຄວາຍເປັນຈຳນວນຫລວງຫລາຍຄືດັ່ງບຸນລະປືບຢູ່ບ້ານ ອາຫໍ ເມືອງຊົນນະບູລີ ແຂວງ ສະຫວັນນະເຂດເມື່ອເດືອນ 3 ປີ 2018 ຜ່ານມາຂ້າງົວ, ຄວາຍທັງໝົດ 80 ກວ່າໂຕ. ເມື່ອສາມປີກ່ອນຜູ້ຂຽນເຄີຍ ໄດ້ສຳຜັດກັບບັນຍາກາດໃນງານບຸນດັ່ງກ່າວນີ້ແລ້ວເຫັນ ວ່າປະຊາຊົນມີສ່ວນຮ່ວມໃນການເຮັດບຸນ, ເຫັນໄດ້ເຖິງ ຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ ແລະ ກຸ່ມບ້ານອ້ອມຂ້າງ. ການເຮັດບຸນທີ່ມີການຂ້າສັດຈຳນວນ ຫລາຍນີ້ ແມ່ນສະເພາະຕະກຸນທີ່ມີເງື່ອນໄຂຈຶ່ງສາມາດ ເຮັດໄດ້.
ຕໍ່ກັບບຸນປະເພນີຕາມ ຄວາມເຊື່ອຂອງຊົນເຜົ່ານີ້ ທາງພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວແຂວງ ໄດ້ພະຍາຍາມ ສຶກສາເຫັນວ່າເປັນຄວາມ ເຊື່ອຖືຂອງຊົນເຜົ່າບໍ່ມີຜົນ ກະທົບຕໍ່ສິ່ງອື່ນໃດ, ແຕ່ເຖິງ ຢ່າງໃດກໍຕາມໃນຕໍ່ໜ້າອາດມີການປັບປຸງປ່ຽນແປງບາງຢ່າງເພື່ອເຮັດໃຫ້ງານບຸນໃຫ້ ມີຄວາມເໝາະສົມກັບສະ ພາບ, ຖືກກັບລັກສະນະພື້ນຖານເສດຖະກິດຂອງຊາວ ບ້ານ ແລະ ຫລີກເວັ້ນການຟູມເຟືອຍທີ່ຈະຂ້າສັດເປັນ ຈຳນວນຫລວງຫລາຍ ດັ່ງກ່າວ ແລະ ເຮັດໃຫ້ຮີດຄອງມີລັກສະນະມະຫາຊົນຫລາຍຂຶ້ນ, ໄປຄຽງຄູ່ກັບນະໂຍບາຍຂອງພັກ-ລັດ ແລະ ການພັດທະນາສົ່ງເສີມວັດ ທະນະທຳ ແລະ ຮີດຄອງປະເພນີອັນດີງາມນັ້ນໄວ້ໃຫ້ຍືນ ຍົງຕະຫລອດໄປ. /.