“ສົງຄາມ” ກັບພວກຄ້າມະນຸດບໍ່ມີທ່າທີວ່າຈະຈົບລົງງ່າຍ
ພວກຜູ້ຍິງ ແລະ ເດັກນ້ອຍໃນເຂດຊົນນະບົດຫ່າງໄກສອກຫລີກໄດ້ກາຍເປັນເປົ້າຈອບອອຍຂອງພວກຄ້າມະນຸດ ເພື່ອຂາຍໃຫ້ພວກຄົນຕ່າງປະເທດຈຳນວນໜຶ່ງເອົາໄປເປັນເມຍ, ຮັບຈ້າງຝາກທ້ອງ (ອຸ້ມທ້ອງ), ບັງຄັບໃຫ້ຂາຍປະເວນີ… ເຖິງແມ່ນວ່າອຳນາດການປົກຄອງຈະມີຫລາຍວິທີການສະກັດກັ້ນ ແລະ ແກ້ໄຂປານໃດກໍຕາມ, ແຕ່ພວກຄ້າມະນຸດກໍຍັງສືບຕໍ່ດຳເນີນຈອບອອຍເອົາເຫຍື່ອຢ່າງບໍ່ລົດລະ.
ເປັນຫຍັງປາກົດການແບບນີ້ຈຶ່ງບໍ່ສາມາດຢຸດຕິໄດ້ ?
ຜູ້ມີຄວາມຮັບຜິດຊອບຢູ່ທ້ອງຖິ່ນມີຄວາມເຂົ້າໃຈດີຕໍ່ເລ່ຫລ່ຽມກົນອຸບາຍຂອງພວກຄ້າມະນຸດ, ແຕ່ກໍຍອມຮັບວ່າການທີ່ຈະສະກັດກັ້ນຢັບຢັ້ງໃຫ້ໄດ້ຢ່າງເດັດຂາດນັ້ນແມ່ນເປັນໄປໄດ້ຍາກ. “ເລ່ຫລ່ຽມກົນອຸບາຍຂອງພວກເຂົາມັນບໍ່ແມ່ນອັນແປໃໝ່”.
ທ່ານ ພັນເອກ ຟານຮົ່ງຄວ້າຍ ຫົວໜ້າໜ່ວຍຕຳຫລວດສືບສວນຄວາມສະຫງົບຂອງເມືອງລາດ ແຂວງແທງຮວາ ສສ ຫວຽດນາມ ໃຫ້ຮູ້ວ່າ: ຢູ່ໃນຕາແສງຈຸງລີ້ ມີຜູ້ຍິງ 36 ຄົນທີ່ສົງໄສວ່າເອົາຜົວ ຫລື ອາດຈະຖືກຫລອກໃຫ້ໄປຈີນ, ສະເພາະຢູ່ໃນເມືອງລີ້ມີ 27 ກໍລະນີ, ສ່ວນ 11 ກໍລະນີແມ່ນນອນຢູ່ໃນບັນດາຕາແສງຕາມຈຸງ, ຍີເຊີນ, ປູ່ຍີ ແລະ ມີຜູ້ຍິງອີກ 74 ຄົນທີ່ບໍ່ຮູ້ຂ່າວຄາວ ເຊິ່ງອຳນາດການປົກຄອງສົງໄສວ່າເຂົາອາດຈະເປັນເຫຍື່ອຂອງພວກຄ້າມະນຸດໄປແລ້ວ.
ອີງຕາມການໃຫ້ການຂອງທ່ານ ພັນເອກ ຄວ້າຍ ໃຫ້ຮູ້ວ່າ: ເຫຍື່ອທີ່ພວກຄ້າມະນຸດຫລອກໄປນັ້ນອາດຈະໄປເປັນເມຍຂອງພວກຜູ້ຊາຍດ້ວຍຄວາມຈົນຕາແຈ ຫລື ອາດຈະຖືກຂາຍຕໍ່ໃຫ້ພວກຄ້າປະເວນີ ແລະ ເຂົາກໍຫາທຸກວິທີທາງເພື່ອກັບຄືນມາປະເທດ.
ເລ່ຫລ່ຽມທີ່ພວກຄ້າມະນຸດນຳໃຊ້ນັ້ນມັນບໍ່ແມ່ນສິ່ງແປກໃໝ່, ພວກເຂົາສວຍໃຊ້ຊ່ອງຫວ່າງຄວາມບໍ່ເຂັ້ມງວດໃນການຄຸ້ມຄອງຂອງຄອບຄົວ, ສື່ສັງຄົມອອນລາຍ, ການຊັກຊວນ, ຕັ້ງຕິເປັນຊູ້ເປັນແຟນ, ຊັກຊວນໄປທ່ອງທ່ຽວ, ໄປຮັບຈ້າງເຮັດວຽກບ່ອນທີ່ມີລາຍຮັບສູງ, ໄປອອກແຮງງານຢູ່ຕ່າງປະເທດທີ່ບໍ່ໄດ້ເສຍຄ່າທຳນຽມຫລາຍ ແລ້ວພວກເຂົາກໍນຳເອົາຂຶ້ນໄປບັນດາແຂວງລຽບຊາຍແດນແລ້ວກໍຂາຍໃຫ້ຜູ້ຕ້ອງການ.
ເຫຍື່ອຜູ້ຍິງສ່ວນຫລາຍແມ່ນຢູ່ໃນອາຍຸລະຫວ່າງ 15-30 ປີ ທີ່ດຳລົງຊີວິດຢູ່ເຂດຫ່າງໄກສອກຫລີກ, ທຸລະກັນດານ, ມີລະດັບການສຶກສາ ແລະ ຄວາມຮູ້ທາງກົດໝາຍຕໍ່າ. ພິເສດ ຖ້າພວກຄ້າມະນຸດຄົນໃດຫາກເວົ້າພາສາມົ້ງໄດ້ດີກໍຍິ່ງຈະເຮັດໃຫ້ຍິງສາວຕົກເປັນເຫຍື່ອຂອງພວກເຂົາໄດ້ງ່າຍ.
ອີງຕາມການລາຍງານຂອງທ່ານ ພັນເອກ ຄວ້າຍ ໃຫ້ຮູ້ວ່າ: ການຈັບກຸມ ແລະ ແກ້ໄຂພວກຄ້າມະນຸດນັ້ນມັນບໍ່ແມ່ນເລື່ອງງ່າຍ ເພາະວ່າກໍລະນີທີ່ຖືກຫລອກລວງຂາຍໄປແລ້ວມັນບໍ່ໄດ້ເກີດຂຶ້ນຢູ່ກັບພື້ນທີ່ຂອງເຮົາຄຸ້ມຄອງ. ສະນັ້ນ ຈຶ່ງເຮັດໃຫ້ກຳລັງເຈົ້າໜ້າທີ່ ແລະ ພາກສ່ວນກ່ຽວຂ້ອງເຂົ້າໄປຄວບຄຸມ ແລະ ແກ້ໄຂໄດ້ຍາກ.
ຍູ້ແຮງການໂຄສະນາ ແລະ ການແກ້ໄຂໃຫ້ເດັດຂາດ
ຕຳຫລວດເມືອງລາດ ໃຫ້ຮູ້ວ່າ: ໃນຕໍ່ໜ້ານີ້ ຈະເອົາໃຈໃສ່ຍູ້ແຮງການໂຄສະນາຍົກສູງສະຕິຂອງປະຊາຊົນຕໍ່ສະພາບ ແລະ ຜົນຮ້າຍຂອງການຄ້າມະນຸດຢູ່ໃນພື້ນທີ່ດັ່ງກ່າວໃຫ້ສູງຂຶ້ນ. ພ້ອມດຽວກັນນັ້ນ ກໍຈະປະສານສົມທົບກັບບັນດາອຳນາດການປົກຄອງຕິດຕາມ ແລະ ສະກັດກັ້ນເປົ້າໝາຍທີ່ສົງໄສ.
ຜ່ານການແລກປ່ຽນຄຳຄິດເຫັນກັບອົງການກົດໝາຍ. ທ່ານ ກາວວັນເກື່ອງ ປະທານຄະນະກຳມະການປະຊາຊົນເມືອງລາດ ໃຫ້ຮູ້ວ່າ: ຄະນະກຳມະການປົກຄອງເມືອງໄດ້ມີທິດຊີ້ນໍາໃຫ້ຕຳຫລວດເມືອງສົມທົບກັບບັນດາຂະແໜງການ, ອົງການທີ່ກ່ຽວຂ້ອງຕ່າງໆ ຈັດຕັ້ງການໂຄສະນາຢ່າງແຂງແຮງຢູ່ໃນພື້ນທີ່ດັ່ງກ່າວໃຫ້ກວ້າງຂວາງຫລາຍຂຶ້ນ ເພື່ອສາມາດປຸກລະດົມໃຫ້ປະຊາຊົນເຂົ້າໃຈກ່ຽວກັບລະບຽບກົດໝາຍການເຂົ້າ-ອອກເມືອງ, ການໄປອອກແຮງງານຢູ່ຕ່າງປະເທດ ແລະ ກົນອຸບາຍ ແລະ ເລ່ຫລ່ຽມຂອງພວກຄ້າມະນຸດເປັນຕົ້ນຕໍ.
ທ່ານ ເກື່ອງ ໃຫ້ຮູ້ວ່າ: ປັດຈຸບັນອຳນາດການປົກຄອງແຕ່ລະຂັ້ນໄດ້ຈັດຕັ້ງກັນໄປພົບປະກັບຜູ້ທີ່ຖືກຕົກເປັນເຫຍື່ອ, ພາຍຫລັງໄດ້ກັບຄືນມາ ເພື່ອຍົກໃຫ້ເຫັນແຈ້ງກົນອຸບາຍ ແລະ ເປົ້າໝາຍທີ່ຈະຕົກເປັນເຫຍື່ອຂອງພວກຄ້າມະນຸດ ເຊິ່ງໃນເບື້ອງຕົ້ນກໍເຫັນວ່າໄດ້ຜົນດີສົມຄວນ. ເຈົ້າໜ້າທີ່ຕຳຫລວດສາມາດສະກັດກັ້ນໄດ້ 4 ກໍລະນີ ຈະຕົກເປັນເຫຍື່ອຂອງພວກຄ້າມະນຸດດັ່ງກ່າວ.
ທ່ານ ເກື່ອງ ໃຫ້ຮູ້ຕື່ມວ່າ: ຜູ້ທີ່ຕົກເປັນເຫຍື່ອນັ້ນສ່ວນຫລາຍແມ່ນຜູ້ຍິງຊົນເຜົ່າມົ້ງທີ່ມີລະດັບຄວາມຮັບຮູ້ຈຳກັດ, ເຂົາເຈົ້າບໍ່ຮູ້ຂໍ້ມູນຂ່າວສານຫຍັງເລີຍຂອງຜູ້ທີ່ມາຫລອກລວງເອົາຕົນເອງໄປຂາຍ, ພຽງແຕ່ຮູ້ຈັກກັນໃນເຟສບຸກ. ຜ່ານການໂອ້ລົມນັດໝາຍກັນຫລາຍເທື່ອ, ຜູ້ທີ່ຕົກເປັນເຫຍື່ອກໍຂຶ້ນລົດເມໄປຫາຈຸດນັດພົບກັນ ແລ້ວເຂົາກໍຖືກນຳສົ່ງໄປປະເທດອື່ນ, ເມື່ອນັ້ນຈຶ່ງຮູ້ສຶກຕົວວ່າຕົນເອງຖືກຂາຍໄປແລ້ວ.
“ຕໍ່ກັບກໍລະນີຜູ້ທີ່ໄດ້ກັບຄືນປະເທດແລ້ວນັ້ນ ຄະນະກຳມະການປົກຄອງເມືອງກໍໄດ້ມອບໝາຍໃຫ້ອຳນາດການປົກຄອງທ້ອງຖິ່ນຂັ້ນຕາແສງ ແລະ ພາກສ່ວນທີ່ມີຄວາມຮັບຜິດຊອບກ່ຽວຂ້ອງສົມທົບກັບຄອບຄົວຜູ້ກ່ຽວປຸກລະດົມໃຫ້ກຳລັງໃຈ ແລະ ປະຕິບັດນະໂຍບາຍຕໍ່ເຂົາເຈົ້າຢ່າງທັນການ ເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນທຸ່ນທ່ຽງໃນການທຳມາຫາກິນລ້ຽງຊີບຕົນເອງ”.
ເຫຍື່ອຜູ້ຊາຍຖືກຫລອກໃຫ້ໄປແມ່ນເພື່ອໄປຂາຍອະໄວຍະວະຕ່າງໆ
ການຄ້າຂາຍມະນຸດໄດ້ເກີດຂຶ້ນ ແລະ ແຜ່ລາມໄປເຖິງ 63 ແຂວງ, ນະຄອນ ສສ ຫວຽດນາມ ຕົ້ນຕໍແມ່ນການຄ້າມະນຸດໄປຕ່າງປະເທດ. ອີງຕາມການລາຍງານຂອງກະຊວງຕຳຫລວດຫວຽດນາມ ປີ 2012-2017 ຕົວເລກເຫຍື່ອທີ່ຖືກຂາຍໄປມີຫລາຍກວ່າ 3.000 ຄົນ, ໃນນັ້ນ 2.571 ຄົນ ແມ່ນໄດ້ກັບຄືນປະເທດແລ້ວ, ຍັງ 519 ຄົນບໍ່ທັນໄດ້ຮັບຂ່າວຄາວຫຍັງ. 90% ຂອງຜູ້ເປັນເຫຍື່ອຖືກຂາຍໄປນັ້ນແມ່ນຜູ້ຍິງ ແລະ ເດັກນ້ອຍ. ແຕ່ສິ່ງທີ່ໜ້າສົນໃຈກໍຄືວ່າ: ກໍລະນີຜູ້ຊາຍຖືກຂາຍໄປສ່ວນຫລາຍແມ່ນເພື່ອໄປຂາຍອະໄວຍະວະຕ່າງໆ ເຊິ່ງຕົ້ນຕໍແມ່ນໝາກໄຂ່ຫລັງ.
ພວກຄ້າມະນຸດໄດ້ມີການຕິດຕໍ່ພົວພັນກັບເຫຍື່ອ ໂດຍຜ່ານສື່ສັງຄົມອອນລາຍ. ມີບາງກໍລະນີ ພວກຄ້າມະນຸດໄດ້ປອມແປງເປັນເຈົ້າໜ້າທີ່ ເພື່ອສ້າງຄວາມສຳພັນລຶ້ງເຄີຍຮັກແພງ, ເປັນເພື່ອນ ເພື່ອຫລອກເຫຍື່ອ.
ເກີດມີປາກົດການຄ້າມະນຸດແບບໃໝ່
ປີ 2018 ໄດ້ມີປາກົດການການຄ້າມະນຸດແບບໃໝ່ເກີດຂຶ້ນ ເຊິ່ງມີຄວາມຫຍຸ້ງຍາກໃນການແກ້ໄຂ, ນັ້ນກໍຄືການຄ້າຜູ້ຍິງຖືພາ (ແມ່ມານ) ໄປເກີດລູກແລ້ວຂາຍໃຫ້ພວກເຂົາ. ຕໍ່ກັບກໍລະນີຜູ້ທີ່ໄປຄອດລູກນັ້ນ ທາງການບໍ່ທັນໄດ້ດຳເນີນການຫຍັງ ເພາະວ່າບໍ່ທັນໄດ້ກຳນົດໄວ້ໃນກົດໝາຍອາຍາກ່ຽວກັບການຄ້າຂາຍຂອງຄົນດັ່ງກ່າວ.