ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ

ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - 23745877 - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ
ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - kitchen vibe - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ

ໂດຍ: ຄຳພຸດ ເທບພະນົມ

ພະທາດສີໂຄດຕະບອງ  ອັນເປັນປູຊະນີຍະສະຖານທີ່ ເກົ່າແກ່ແຫ່ງໜຶ່ງຂອງ ແຂວງ ຄຳມ່ວນ ກໍຄືຂອງລາວ ເຊິ່ງ ທຸກຄົນທີ່ຈະລ່ອງໃຕ້, ຂຶ້ນໄປເໜືອຕ້ອງໄດ້ແວ່ນະມັດສະການ ແລະ ສະຖານອັນສັກສິດແຫ່ງນີ້ ຈົນມີຄຳກ່າວວ່າ ຖ້າບໍ່ໄດ້ບູຊາພະທາດສີໂຄດຕະບອງບໍ່ຮອດແຂວງຄຳມ່ວນ.

ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - Visit Laos Visit SALANA BOUTIQUE HOTEL - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ

ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - 267 - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ

ພະທາດດັ່ງກ່າວ ມີປະຫວັດຄວາມເປັນມາອັນຍາວນານ, ມີຄວາມສຳພັນ ກັບປະຫວັດສາດຂອຊາດລາວ ແລະ ສາສະໜາໃນລາວ. ຕາມຕຳນານອຸລັງຄະນິທານກ່າວວ່າ: ພະທາດສີ ໂຄດຕະບອງສ້າງຂຶ້ນໃນສະໄໝພຸດທະສະຕະວັດທີ VI ພາຍຫລັງທີ່ພະພຸດທະເຈົ້າປະລິນິບພານແລ້ວ 500 ກວ່າ ປີ. ໃນສະໄໝທີ່ພະພຸດທະ ການພະພຸດທະເຈົ້າເຄີຍມາ ບິນທະບາດຢູ່ໃນດິນແດນ ສຸວັນນພູມ ແລະ ໄດ້ເດີນທາງຜ່ານມາເມືອງມະລຸກຂະນະ ຄອນຄື: ອານາຈັກສີໂຄດ     ຕະບອງແຫ່ງນີ້  ແລະ ຖວາຍພອນແກ່ພະຍາເມືອງ. ເມື່ອ ພະພຸດທະເຈົ້າເຂົ້າສູ່ປະລິນິບ ພານແລ້ວ, ພະສົງສາວົກທີ່ ເປັນພະອໍລະຫັນທັງຫລາຍເຫັນຄວາມສຳຄັນວ່າ: ສົມຄວນແກ່ການນຳເອົາພະບໍ ລົມມະສາລີລິກະທາດມາ ປະດິດສະຖານໄວ້ເປັນອະນຸສອນສະຖານຮ່ວມກັບບັນດາຫົວເມືອງຕ່າງໆ 5 ເມືອງຄື: ເມືອງມະລຸກຂະ ນະຄອນ (ອານາຈັກສີໂຄດ ຕະບອງ) ປົກຄອງໂດຍພະ ຍານັນທະເສນຕໍ່ມາຈຶ່ງອະພິເສກເປັນພະຍາສີໂຄດຕະບອງ,  ພະຍາສຸວັນນະພິງຄານ ເມືອງໜອງຫານ (ສະກົນ ນະຄອນປັດຈຸບັນ), ພະຍາຄຳແດງ ເມືອງໜອງຫານນ້ອຍ (ອຳເພີກຸມພະວາປີຈັງຫວັດອຸດອນປັດຈຸບັນ), ພະ ຍາອິນທະປັດຖານະຄອນ (ຂະເໝນບູຮານ), ພະຍາຈຸ ລະມະນີພົມມະທັດ ເມືອງຈຸລະນີແກ້ວປະກັນ. 

ພະທາດສີໂຄດຕະບອງ ເປັນໜຶ່ງໃນບັນດາພະທາດ ເກົ່າແກ່ອີກຫລາຍທາດເຊັ່ນ: ພະທາດຫລວງວຽງຈັນອົງ ເກົ່າ, ພະທາດພະບາດໂພນສັນ, ພະທາດອີງຮັງ, ພະທາດ ພະນົມ ເຊິ່ງພະທາດເຫລົ່ານີ້ ຖືກອອກແບບໃຫ້ມີສິລະປະ ລັກສະນະດຽວກັນ ແລະ ຕໍ່ມາ ຫລາຍສະໄໝໃນປະຫວັດ ສາດກະສັດລາວຫລາຍພະອົງໄດ້ທຳການບູລະນະຮັກ ສາເຊັ່ນ: ເຈົ້າໄຊຍະເຊດຖາທິລາດ, ເຈົ້າໜໍ່ເມືອງ ສະໄໝ ເຈົ້າສຸລິຍະວົງສາ, ສະໄໝເຈົ້າອະນຸວົງ ແລະ ອື່ນໆເພື່ອ ໃຫ້ພະທາດດັ່ງກ່າວນັ້ນ ເປັນສະຖານບູຮານອັນເປັນມິ່ງ ຂວັນຄຽງຄູ່ກັບຊາວເມືອງ ມາຈົນເຖິງປັດຈຸບັນ.

ປະຊາຊົນຊາວ ເມືອງທ່າ ແຂກ ກໍຄືທົ່ວແຂວງຄຳມ່ວນ ແລະຜູ້ຄົນທີ່ເຄົາລົບສັດທາ ທົ່ວປະເທດລາວເຮົາ ໄດ້ຮ່ວມ ແຮງຮ່ວມໃຈກັນຈັດບຸນນະ ມັດສະການພະທາດສີໂຄດຕະບອງຂຶ້ນໃນມື້ເພັງ 15 ຄໍ່າ ເດືອນ 3 ຂອງທຸກໆປີ, ສະ ເພາະປີນີ້ແມ່ນຈະຈັດຂຶ້ນໃນ ລະຫວ່າງວັນທີ 17-19 ກຸມພານີ້. ການຈັດບຸນນະມັດສະການພະທາດສີໂຄດກໍເພື່ອ ເປັນການສ້າງບຸນສ້າງກຸສົນ, ຮັກສາສິນ, ຟັງທຳມະເທສະໜາແລ້ວນຳໄປປະພຶດປະ ຕິບັດເພື່ອຄວາມສະຫງົບ ສຸກຈິດໃຈ ແລະ ເພື່ອຊີວິດທີ່ດີງາມຕາມປະນິທານຂອງພະພຸດທະເຈົ້າ.

ງານບຸນດັ່ງກ່າວນີ້ໄດ້ກາຍເປັນປະເພນີອັນເປັນເອກະລັກຂອງແຂວງຄຳມ່ວນ, ເປັນທ່າແຮງດຶງດູດໃຫ້ຜູ້ມີ ສັດທາເຂົ້າໄປນະມັດສະການພະທາດ ເພື່ອທຳຄວາມເຄົາລົບບູຊາເປັນຈຳນວນຫລວງຫລາຍກາຍເປັນທ່າແຮງ ອັນສຳຄັນຂອງການທ່ອງທ່ຽວຂອງລາວໃຫ້ໝັ້ນຄົງ ແລະ ຍືນຍົງຕະຫລອດໄປ.

ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - 23745877 - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ

ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ - 3 - ພະທາດສີໂຄດຕະບອງ ມິ່ງຂວັນແຂວງຄຳມ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!