ການອອກບັດໃຫ້ຄົນຕ່າງປະເທດເຂົ້າເມືອງ ຜິດກົດໝາຍຍັງພົບບັນຫາຫຍຸ້ງຍາກ


ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ, ວ່າດ້ວຍ ການແກ້ໄຂບັນຫາຄົນຕ່າງປະເທດ ເຄື່ອນໄຫວບໍ່ຖືກຕ້ອງ ເຊິ່ງເປັນບັນຫາຊໍາເຮື້ອໃນຫລາຍ ປີຜ່ານມາ ແລະ ກອງປະຊຸມຄັ້ງນີ້ ຈຶ່ງຕ້ອງການການຮ່ວມມື, ຄວາມເອົາໃຈໃສ່ເຮັດຢ່າງຈິງຈັງ ແລະ ມີຄວາມຊື່ສັດຕໍ່ໜ້າທີ່ວິຊາສະເພາະຂອງໃຜລາວໃນການບັງຄັບໃຊ້ກົດໝາຍ ແລະ ລະບຽບການທີ່ມີຢູ່ໃນປັດຈຸບັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນເລື້ອຍໆ.
ຜ່ານການຈັດຕັ້ງໃນໄລຍະຜ່ານມາສາມາດສະຫລຸບໄດ້ວ່າ: ການເຮັດວຽກແບບມີການປະສານງານ ແລະ ຮ່ວມມືກັນລະຫວ່າງສູນກາງ ແລະ ທ້ອງຖິ່ນ, ພາຍໃຕ້ການເປັນເຈົ້າການຂອງຂະແໜງແຮງງານ, ສະຫວັດດີການສັງຄົມ ແລະ ປ້ອງກັນຄວາມສະຫງົບ ເຮັດໃຫ້ປະຕິບັດການຄັ້ງນີ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍກວ່າຄັ້ງຜ່ານມາ, ປະຕິບັດການໃນຄັ້ງນີ້ ເຮັດໃຫ້ສັງຄົມມີຄວາມຕື່ນຕົວສູງ, ທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງເປົ້າໝາຍສ່ວນຫລາຍແມ່ນຕັ້ງໜ້າປະກອບ ສ່ວນເຂົ້າຮ່ວມໃນການແກ້ໄຂບັນຫາ, ພ້ອມທັງມີການຊອກຮູ້ລະບຽບກົດໝາຍຫລາຍຂຶ້ນ, ໂດຍສະເພາະແມ່ນກົດໝາຍແຮງງານ, ກົດໝາຍວ່າດ້ວຍຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງ ປະເທດ, ລະບຽບກ່ຽວກັບການຄ້າ ແລະ ການລົງທຶນ, ເຮັດໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດມີຄວາມຍິນດີ ແລະ ຊົມເຊີຍຕໍ່ລັດຖະບານທີ່ເອົາໃຈໃສ່ແກ້ໄຂບັນຫານີ້, ຊຶ່ງຖືວ່າເປັນປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ.