ຍົກສູງວຽກງານຄຸ້ມຄອງເສດຖະກິດໃຫ້ພະນັກງານຫລັກແຫລ່ງນະ ຄອນຫລວງວຽງຈັນ
ພະນັກງານຫລັກແຫລ່ງອ້ອມຂ້າງນະຄອນຫລວງວຽງຈັນ, ໄດ້ເຊື່ອມຊືມເອກະສານນິຕິກໍາລຸ່ມກົດໝາຍກ່ຽວກັບການຄຸ້ມຄອງເສດຖະກິດຄື: ດໍາລັດນາຍົກລັດຖະມົນຕີວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານຂອງ ສປປ ລາວ. ຄໍາສັ່ງນາຍົກວ່າດ້ວຍການປັບປຸງລະບຽບ ແລະ ກົນໄກປະສານງານດໍາເນີນທຸລະກິດຢູ່ ສປປ ລາວ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການບໍລິການປະຕູດຽວ ແລະ ໜ່ວຍງານປະສານງານການບໍລິການການລົງທຶນປະຕູດຽວຂັ້ນສູນກາງ, ບົດແນະນໍາວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມສໍາລັບແຜນນໍາເຂົ້າຂອງລັດວິສາຫະກິດ ແລະ ດໍາລັດວ່າດ້ວຍເສດຖະກິດພິເສດ, ໂດຍການເປັນປະທານຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ສີນລະວົງ ຄຸດໄພທູນ ແລະ ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສຸພັນ ແກ້ວມີໄຊ.
ເອກະສານດັ່ງກ່າວ, ເປັນນິຕິກໍາທີ່ລັດຖະບານໄດ້ກໍານົດອອກມາໃໝ່ ເພື່ອໃຫ້ຂະແໜງການຕ່າງໆ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ເອົາເປັນບ່ອນອິງ ໃນການຄົ້ນຄວ້າ, ພິຈາລະນາການລົງທຶນໃຫ້ມີຄວາມຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະຂະແໜງການ, ພ້ອມທັງຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ນໍາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ.
ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການເຕີບໂຕທາງດ້ານເສດຖະກິດຂອງປະເທດເຮົາໃນຜ່ານມາແມ່ນມາຈາກໂຄງການພັດທະນາພື້ນຖານໂຄງລ່າງຂະໜາດໃຫຍ່ ເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ, ເຂື່ອນໄຟຟ້າ, ບໍ່ແຮ່ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດແບບຟູມເຟືອຍ, ຊຶ່ງຖືວ່າບໍ່ແມ່ນການເຕີບໂຕມາຈາກຂະແໜງອຸດສາຫະກໍາ, ຂະນະດຽວກັນການເຕີບໂຕສ່ວນໃຫຍ່ແມ່ນຢູ່ເຂດຕົວເມືອງ ແລະ ບໍ່ໄດ້ກະຈາຍລົງສູ່ທ້ອງຖິ່ນເຂດຫ່າງໄກສອກຫລີກຫລາຍເທົ່າທີ່ຄວນ, ຈຶ່ງເຮັດໃຫ້ການພັດທະນາລະຫວ່າງຕົວເມືອງ ແລະ ທ້ອງຖິ່ນມີຄວາມແຕກໂຕນກັນຫລາຍສົມຄວນ.
ແນວໃດກໍຕາມ, ໃນໂອກາດໂອ້ລົມກອງປະຊຸມສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເມື່ອບໍ່ດົນມານີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ ຢືນຢັນວ່າ: ໃນຕໍ່ໜ້ານີ້, ລັດຖະບານຈະພະຍາຍາມແກ້ໄຂບັນຫາເສດຖະກິດຢ່າງມີຈຸດສຸມ, ໂດຍສະເພາະຄົ້ນຄວ້າ ແລະ ປັບປຸງແຜນພັດທະນາເສດຖະກິດ-ສັງຄົມຂອງຂະແໜງການ ແລະ ທ້ອງຖິ່ນຄືນໃໝ່, ໂດຍສົມທົບລະຫວ່າງການນໍາໃຊ້ ແລະ ພັດທທະນາທ່າແຮງບົ່ມຊ້ອນ ແລະ ການສ້າງຖານເສດຖະກິດທີ່ເປັນປາຍແຫລມ, ມີຄວາມຍືນຍົງ ເປັນຕົ້ນແມ່ນການພັດທະນາກະສິກໍາທັນສະໄໝຕິດພັນກັບການປຸງແຕ່ງ, ການຜະລິດ, ການສົ່ງອອກ, ການທ່ອງທ່ຽວ, ການບໍລິການ, ຂົງເຂດພະລັງງານຕິດພັນກັບການພັດທະນາອຸດສາຫະກໍາພາຍໃນ, ການເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ, ການພັດທະນາລະບົບໂລຈີສຕິກ ແລະ ຂົງເຂດອື່ນໆ.