ຜູ້ອໍານວຍການໃຫ່ຍ ສປຊ ເຊື່ອໝັ້ນລາວຈະບັນລຸການພັດທະນາຕາມເປົ້າໝາຍວາງໄວ້


ໃນໂອກາດນີ້, ການນໍາຂັ້ນສູງຂອງລາວ, ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານນາງ ເຮເລນ ຄລາກ ຄັ້ງນີ້, ເຊິ່ງເປັນຄັ້ງທີ 3 ໃນຖານະເປັນຜູ້ອຳນວຍການໃຫຍ່ອົງການ ສປຊ, ອັນໄດ້ຢັ້ງຢືນໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນຕໍ່ການຮ່ວມມືລະຫວ່າງອົງການ ສປຊ ແລະ ສປປ ລາວ ຕະຫລອດໄລຍະຜ່ານມາ. ພ້ອມສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອົງການ ສປຊ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຜ່ານບັນດາແຜນງານ ແລະ ໂຄງການຕ່າງໆທີ່ມີມູນຄ່າຫລາຍກວ່າ 100 ລ້ານໂດລາສະຫະລັດສຳລັບແຜນງານແຕ່ສົກປີ 2011-2016 ແລະ ແຕ່ປີ 2017-2021 ຄາດວ່າຈະມີປະມານ 103 ລ້ານໂດລາສະຫະລັດ, ຊຶ່ງຈະປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ລວມທັງການແກ້ໄຂຄວາມທຸກຍາກ, ຂະບວນການກອງປະຊຸມໂຕະມົນ, ວຽກງານເກັບກູ້ລະເບີດ, ການປັບປຸງບູລະນະການປົກຄອງ ແລະ ອື່ນໆ. ພ້ອມສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານນາງ ເຮເລນ ຄລາກ ທີ່ຈະສິ້ນສຸດຕໍາແໜ່ງຜູ້ອໍານວຍການໃຫ່ຍຂອງອົງການ ສປຊ ໃນເດືອນເມສາທີ່ຈະເຖິງນີ້.
ໂອກາດນີ້, ທ່ານນາງ ເຮເລນ ຄລາກ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ແລະ ຄວາມຄືບໜ້າຫລາຍດ້ານຂອງລັດຖະບານລາວໃນການພັດທະນາປະເທດ ກໍຄືການປະຕິບັດເປົ້າໝາຍການພັດທະນາຂອງສາກົນ, ໂດຍສະເພາະການເຊື່ອມສານເປົ້າໝາຍການພັດທະນາແບບຍືນຍົງເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ການໃຫ້ສັດຕະຍາບັນໃນສັນຍາປາຣີວ່າດ້ວຍການປ່ຽນແປງດິນຟ້າອາກາດ, ເຊິ່ງເປັນແບບຢ່າງອັນດີໃຫ້ແກ່ຫລາຍປະເທດ. ພ້ອມທັງຊົມເຊີຍຄວາມພະຍາຍາມຂອງລັດຖະບານລາວໃນການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ, ໂດຍສະເພາະການຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງສະເພາະຂອງຕົນທີ 18 ທີ່ມີເປົ້າໝາຍເຮັດໃຫ້ຊີວິດຕ້ອງປອດໄພຈາກລະເບີດບໍ່ທັນແຕກ ແລະ ອີງໃສ່ຜົນສຳເລັດທີ່ຍາດມາໄດ້ຢ່າງໜ້າຊື່ນຊົມໃນຜ່ານມານັ້ນເຊື່ອຫມັ້ນວ່າ ສປປ ລາວ ຈະສາມາດບັນລຸເປົ້າໝາຍການນຳພາປະເທດໃຫ້ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໄດ້ຕາມກໍານົດປີ 2020 ແນ່ນອນ.