ເອົາການທ່ອງທ່ຽວ ເປັນຂອງປະຊາຊົນ!
ໂດຍ : ມຶກບໍ່ແຫ້ງ
ພວກເຮົາເຫັນວ່າການທ່ອງທ່ຽວແມ່ນກຳລັງຕົ້ນຕໍໜຶ່ງໃນການສ້າງລາຍໄດ້ຮັບແກ່ປະເທດຊາດແຕ່ການພັດທະນາການທ່ອງທ່ຽວແນວໃດຈະຜົນປະໂຫຍແກ່ປະຊາຊົນຫຼາຍທີ່ສຸດ ?
ໃນປັດຈຸບັນ ພວກເຮົາບໍ່ອາດປະຕິເສດໄດ້ວ່າ ບັນດານໍ້າຕົກຕາດທີ່ສວຍສົດງົດງາມ ເຊັ່ນ ຕາມເສັ້ນທາງແຕ່ປາກເຊ ຫາ ປາກຊ່ອງ ແລະ ຂົງເຂດອື່ນໆໃນຂອບເຂດທົ່ວ ປະເທດ ແມ່ນໄດ້ຮັບການ ພັດທະນາ ໃນຮູບແບບ ການສຳປະທານ ຂອງພາກ ສ່ວນເອກະຊົນ ແລ້ວເສຍພັນທະໃຫ້ແກ່ລັດ. ບາງບ່ອນແມ່ນ ສາມາດ ສ້າງລາຍຮັບ ແກ່ປະຊາຊົນໄດ້ດີ ໂດຍການຮັບເອົາປະຊາຊົນ ເຂດໃກ້ຄຽງເຂົ້າເຮັດວຽກນຳ ທັງສົ່ງເສີມວັດທະນະທຳ ທີ່ເປັນເອກະລັກຂອງເຂົາເຈົ້າຕຶ່ມອີກ ອັນນີ້ ກໍສະແດງໃຫ້ເຖິງ ຄວາມຮັບຜິດຊອບລະດັບໜຶ່ງຂອງນັກລົງທຶນ (ບາງຈຳນວນ).
ແຕ່ການລົງທຶນບາງພາກສ່ວນ ໃສ່ການພັດທະນາທ່ອງທ່ຽວ ກໍບໍ່ໄດ້ສ້າງຜົນປະ ໂຫຍດ ແກ່ປະຊາຊົນທ້ອງຖິ່ນຫຼາຍພໍປານໃດ ທັງທີ່ ນໍ້າຕົກຕາດ, ສະຖານທີ່ບູຮານ ຫຼື ທິວທັດທຳມະຊາດ ນອນຢູ່ໃນຂົງເຂດບ້ານຂອງປະຊາຊົນ.
ຜູ້ຂຽນຍັງຫຼົງໄຫຼນຳການພັດທະນາການທ່ອງທ່ຽວແບບອະນຸລັກ ທີ່ປະຊາຊົນທ້ອງ ຖິ່ນເປັນເຈົ້າຂອງ ຢູ່ເຂດທະວີບອາເມລິກາ ກາງ ເຊັ່ນ: ປະເທດ ຄອສຕາ ຣິກາ ທີ່ທັງພາກລັດ ສົມທົບກັບ ຄູ່ຮ່ວມງານການພັດທະນາ ຊ່ວຍເຫຼືອປະຊາຊົນ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ໂດຍເຊີນຊວນປະຊາຊົນ ຢຸດເຊົາການຖາງປ່າເຮັດໄຮ່ ແລະ ອະນຸລັກ ຟື້ນຟູປ່າ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວແບບອະນຸລັກ ໂດຍສອນໃຫ້ປະຊາຊົນ ເປັນຜູ້ນຳທ່ຽວ, ປະຊາຊົນເປັນຜູ້ຈັດການ ເຊັ່ນ: ຮ້ານອາຫານ, ທີ່ຢູ່ພັກເຊົາ, ສ້າງກົດລະບຽບ ແລະເສີມສ້າງຄວາມຮູ້ກ່ຽວກັບ ການທ່ອງທ່ຽວ ຈົນເຮັດໃຫ້ປະຊາຊົນທີ່ເຄີຍເຮັດໄຮ່ ມາເປັນຜູ້ພົ້ນທຸກ ແລະສຸກສະບາຍ ຈາກປ່າໄມ້ພວກເຂົາ.
ພວກເຮົາກໍເຮັດໄດ້! ປ່າໄມ້ໃນຂອບເຂດທົ່ວປະເທດ ຍັງອຸດົມສົມບູນດີ ມີສັດສາວາສິ່ງອາໄສຢູ່ ມີຫ້ວຍນໍ້າລຳທານ ບວກກັບຮີດຄອງປະນີທີ່ງົດງາມ ເປັນເອກະລັກ ທີ່ອາດເປັນຈຸດດຶງດູດ ນັກທ່ອງທ່ຽວໄດ້ຫຼາຍຂຶ້ນ, ຍິ່ງບ່ອນອື່ນປ່າໄມ້ ຫຼຸດລົງເທົ່າໃດ ພວກເຮົາຍິ່ງມີທ່າແຮງຫຼາຍຂຶ້ນເທົ່ານັ້ນ ທີ່ຈະເຮັດໃຫ້ການທ່ອງທ່ຽວໃນລາວ ມີຄວາມເປັນເອກະລັກ ໂດຍພັດທະນາການທ່ອງທ່ຽວແບບອະນຸລັກນີ້ລະ ເປັນບ່ອນຂາຍ.
ການທ່ອງທ່ຽວແບບອະນຸລັກ ລະດັບຊຸມຊົນໃນ ສປປລາວ ອາດບໍ່ແມ່ນເລື່ອງໃໝ່ພໍເທົ່າໃດ, ພວກເຮົາອາດມີບົດຮຽນ ຫຼາຍພໍສົມຄວນ ຈາກການພັດທະນາການທ່ອງທ່ຽວ ແບບອະນຸລັກ ຢູ່ ປ່າສະຫງວນນໍ້າຫ້າ ແຂວງຫຼວງນໍ້າທາ ທີ່ບຸກເບີກມາແຕ່ປີ 1999 ແລະ ການທ່ອງທ່ຽວ ຊົມສັດປ່າ ຢູ່ ປ່າຫງວນ ແຫ່ງຊາດ ນໍ້າແອດ-ພູເລີຍ ແຂວງຫົວພັນ ເຊິ່ງນັກທ່ອງທ່ຽວ ຄົນລາວ ໂດຍທົ່ວໄປຍັງຮູ້ຈັກໜ້ອຍຫຼາຍ ແລະຍັງບໍ່ເຫັນຄຸນຄ່າ ແກ່ການທ່ອງທ່ຽວແບບນີ້ພໍເທົ່າໃດ.
ແນ່ນອນ ການພັດທະນາ ການທ່ອງທ່ຽວແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ຫຼື ເປັນເຈົ້າຂອງນັ້ນ ມັນອາດບໍ່ງ່າຍ ຄືກັນກັບ ໃຫ້ເອກະຊົນສຳປະທານ ເພື່ອພັດທະນາການ ທ່ອງທ່ຽວ ຈາກ ເສັ້ນທາງ ຈົນຮອດ ບ່ອນພັກເຊົາທີ່ ຫຼູຫຼາ ລາຄາແພງ ແຕ່ມັນອາດແມ່ນວິທີການ ທີ່ຈະເຮັດໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດສູງສຸດ ຖ້າຫາກມີການ ນຳພາ, ການຄຸ້ມຄອງທີ່ດີ, ຊັກຈູງໃຫ້ເຂົາເຈົ້າສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້.
ພວກເຮົາ ມີຂຸມຊັບທຳມະຊາດ ທີ່ເອື້ອອຳນວຍແກ່ການພັດທະນາ ການທ່ອງທ່ຽວ ແຕ່ຈະເຮັດແນວໃດໃຫ້ ການທ່ອງທ່ຽວນັ້ນ ແບ່ງປັນຜົນປະໂຫຍດໃຫ້ປະຊາຊົນໄດ້ຢ່າງເຕັມສ່ວນ, ການພັດທະນາ ການທ່ອງທ່ຽວ ແບບອະນຸລັກ ທີ່ປະຊາຊົນເປັນເຈົ້າຂອງ ກໍອາດເປັນທາງເລືອກທີ່ດີ.