ເພງປາຄໍ່ໃຫຍ່ ເນື້ອໃນສຳຄັນຂອງ “ບຸນໄຂປະຕູເລົ້າ” ປະເພນີເຜົ່າຜູ້ໄທ
ໂດຍ: ຄຳພຸດ ເທບພະນົມ
ເຜົ່າຜູ້ໄທ ເປັນເຜົ່າໜຶ່ງໃນ 50 ຊົນເຜົ່າທີ່ດຳລົງຊີວິດຢູ່ຜືນແຜ່ນດິນລາວ, ໂດຍສ່ວນໃຫຍ່ແລ້ວເຜົ່າ ຜູ້ໄທດຳລົງຊີວິດຢູ່ແຂວງ ຄຳມ່ວນປະມານບາງພາກສ່ວນ ແລະ ສະຫວັນນະເຂດກວມເອົາ 70% ຂອງພົນ ລະເມືອງ. ເຜົ່າຜູ້ໄທມີຮີດ ຄອງປະເພນີ, ວັດທະນະທຳ ແລະ ພາສາປາກເວົ້າຄ້າຍຄື ກັບເຜົ່າລາວ ແຕ່ກໍມີບາງຢ່າງ ທີ່ແຕກຕ່າງກັນ ແລະ ມີເອ ກະລັກສະນະເພາະຕົນ. “ໄຂປະຕູເລົ້າ” ຄືປະເພນີອັນໜຶ່ງ ທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ.
ຮອງຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດໃຫ້ຮູ້ວ່າ: ເພງປາຄໍ່ໃຫຍ່ ເປັນຜົນງານ ຂອງ ທ່ານ ດອກເພັກ ແດນ ຈຳພອນ (ຄຳສິດ ພົມມະຈັນ) ເປັນບົດເພງທີ່ແຕ່ງ ຂຶ້ນເພື່ອສ່ອງແສງເຖິງຮີດ ຄອງປະເພນີ, ວິຖີຊີວິດ ແລະ ວັດທະນະທຳອັນດີງາມ ຂອງເຜົ່າຜູ້ໄທ ໂດຍສະເພາະ ບຸນເດືອນສາມອອກໃໝ່ ສາມ ຄໍ່າ ດັ່ງນັ້ນ, ທາງພະແນກຈຶ່ງ ກຳນົດໃຫ້ເພງປາຄໍ່ ໃຫຍ່ ເປັນ ເພງປະຈຳຂອງ ເຜົ່າຜູ້ໄທ ດັ່ງຕົວຢ່າງຕອນ ຂຶ້ນຕົ້ນບົດ ເພງທີ່ເວົ້າເຖິງປະເພນີວ່າ “ເດືອນ 3 ອອກ ໃໝ່ສາມຄໍ່າ ໄດ້ມາຢາມສາວເຜົ່າ ຜູ້ໄທ ມາ ຄໍ້າຄູນຂວັນເຂົ້າ ເປັນຮີດຄອງເກົ່າຂອງເຜົ່າຜູ້ໄທຊາວບ້ານວັດທະນະ ທຳ ໃໝ່ ຮັກສາໄວ້ ປະເພນີອັນ ດີິງາມ”…
ປາຄໍ່ໃຫຍ່ ເປັນສ່ວນປະ ກອບຢ່າງໜຶ່ງຂອງປະເພນີ ເພາະປາຄໍ່ໃຫຍ່ປຽບເປັນ ຕົວແທນຂອງເຂົ້າໃໝ່ປາມັນ, ຄວາມອຸດົມສົມບູນ ແລະຍັງບົ່ງບອກເຖິງຍາມ ໄຂປະຕູເລົ້າ ເພາະວ່າໃນ ເມື່ອກ່ອນກໍຄື ປັດຈຸບັນເຜົ່າຜູ້ ໄທ ເມື່ອເກັບ ມ້ຽນເຂົ້າມາ ແລ້ວກໍແບ່ງໄວ້ ກິນພໍປະມານ ສ່ວນທີ່ເຫຼືອ ແມ່ນເອົາຂຶ້ນເລົ້າປິດປະຕູໄວ້ບໍ່ໃຫ້ໄຂຈົນ ເຖິງເດືອນສາມເປັນລືກງາມ ຍາມດີ ນອກຈາກນີ້ຊາວ ບ້ານ ຍັງມີຄວາມເຊື່ອຖືວ່າ ເປັນຍາມທີ່ “ກົບບໍ່ມີປາກນາກ ບໍ່ມີຮູຂີ້ສີໃຄອອກດອກ” ໝາຍເຖິງ “ກິນບໍ່ບົກຈົກ ບໍ່ລົງ” ໃນອີກຄວາມໝາຍ ໜຶ່ງລະດູ ນີ້ແມ່ນກົບ ເຂົ້າເງີບ ຫຼື ເຂົ້າໄງຈຳສິນຢູ່ ໃນຮູ ບໍ່ຮ້ອງຈົນກວ່າເຖິງຍາມຝົນ ແລະ ນາກບໍ່ອອກ ຫາກິນປາຄືກັບຍາມຝົນຍາມນີ້ຈຶ່ງບໍ່ປາກົດເຫັນຂີ້ນາກຢູ່ຕາມ ແຄມຫ້ວຍນໍ້າລຳເຊຕ່າງໆ ແລະ ເປັນລະດູເສັດສິ້ນຈາກການເກັບກ່ຽວ ຈຶ່ງເໝາະແກ່ ການເອົາເຂົ້າໃໝ່ອອກມາໄຂ ເພື່ອສະເຫລີມສະຫລອງ ຜົນສຳເລັດ, ພ້ອມທັງເຮັດບຸນ ເພື່ອອຸທິດຫາຜູ້ມີພະຄຸນ ແລະນອກຈາກນີ້ແລ້ວ ເຜົ່າຜູ້ໄທ ຍັງຖືວ່າບຸນດັ່ງກ່າວເປັນ ບຸນປີໃໝ່ຂອງຕົນອີກດ້ວຍ ບຸນໄຂປະຕູເລົ້າ ມີຄວາມຄ້າຍ ຄືກັບບຸນຄູນລານຂອງຊົນເຜົ່າລາວ ຕ່າງແຕ່ເຜົ່າຜູ້ໄທ ແມ່ນເຮັດພ້ອມພຽງກັນໃນ ມື້ດຽວ ແລະ ເປັນວັນເຕົ້າໂຮມຍາດພີ່ນ້ອງເພື່ອສັງສັນສ້າງຄວາມສາມັກຄີແກ່ບັນດາມິດ ສະຫາຍ ຈົນກາຍເປັນປະ ເພນີທີ່ລໍ່າລື ໃຫ້ຮູ້ຈັກກັນທົ່ວສັງຄົມລາວ ແລະ ຊາວຕ່າງປະເທດ ໃຫ້ມາຢ້ຽມ ຢາມທ່ຽວຊົມຮີດຄອງປະເພນີ ດັ່ງກ່າວ ທັງເປັນການສົ່ງເສີມ ແລະ ຮັກສາໄວ້ໃຫ້ຄົງ ຢູ່ຄູ່ກັບວັດທະນະທຳລາວຕະຫຼອດໄປ./.