ຮັບຮູ້ເຊື່ອມຊຶມແລ້ວຕ້ອງພ້ອມກັນຜັນຂະຫຍາຍ
ໂດຍ: ທິດກ່ຳ
ກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານ ງານສູນກາງພັກສະໄໝ ທີ X ໄດ້ດຳເນີນຢ່າງເປັນ ທາງການແຕ່ວັນທີ 22 – 30 ຕຸລາທີ່ຜ່ານມາຢູ່ທີ່ນະຄອນ ຫລວງວຽງຈັນ, ໃນກອງປະຊຸມທີ່ກ່າວມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ໂດຍໄດ້ສຸມໃສ່ຄົ້ນຄວ້າປຶກ ສາຫາລື ແລະ ວາງມະຕິທີ່ ສຳຄັນອອກເປັນ 3 ສະບັບຄື: ມະຕິກອງປະຊຸມຄົບຄະນະ ຄັ້ງທີ 7 ຂອງຄະນະບໍລິຫານ ງານສູນກາງພັກສະໄໝທີ X, ມະຕິຂອງຄະນະບໍລິ ຫານງານສູນກາງພັກເລກທີ 057/ຄບສພ ລົງວັນທີ 19 ທັນວາ 2018 ວ່າດ້ວຍການ ເພີ່ມທະວີການນຳພາແກ້ໄຂ ຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ສ້າງ ຄວາມເຂັ້ມແຂງຂອງການ ຄຸ້ມຄອງມະຫາພາກ.
ສ່ວນອີກມະຕິໜຶ່ງກໍແມ່ນມະຕິຂອງຄະນະບໍລິຫານ ງານສູນກາງ ສະໄໝທີ X ເລກທີ 056/ຄບສພ ລົງວັນທີ 19 ທັນວາ 2018 ວ່າ ດ້ວຍການປັບປຸງຮາກຖານ ການເມືອງ ຂອງລະບອບປະຊາທິປະໄຕ ປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ.
ມາຮອດປັດຈຸບັນນີ້, ເຮົາ ເຫັນວ່າມີຫລາຍກະຊວງ, ຫລາຍກົມກອງ ແລະ ທ້ອງຖິ່ນຕ່າງກໍໄດ້ພ້ອມກັນຄົ້ນ ຄວ້າຮ່ຳຮຽນ, ເຊື່ອມຊຶມບັນ ດາມະຕິທີ່ກ່າວມານັ້ນຢ່າງລະອຽດລະອໍ ແລະ ກວ້າງຂວາງພໍສົມຄວນ.
ແນວໃດກໍດີ, ຕາມເຮົາ ວ່ານັ້ນເປັນພຽງບາດກ້າວເລີ່ມຕົ້ນທາງດ້ານ ທິດສະດີ ທີ່ຍັງເປັນນາມມະທຳ ຢູ່ແຕ່ ໂຕອັນສຳຄັນບ່ອນຕັດສິນ ແມ່ນການຜັນຂະຫຍາຍ ຫລື ວ່າ ການຈັດຕັ້ງປະຕິບັດໃຫ້ ເກີດດອກອອກຜົນ ນັ້ນລະ ເປັນສິ່ງຕັດສິນ.
ໃນໄລຍະຜ່ານມາ ບໍ່ວ່າ ແຕ່ເບື້ອງພັກເບື້ອງລັດກໍໄດ້ ເອົາໃຈໃສ່ໃນການຄົ້ນຄວ້າ ອອກນິຕິກຳຕ່າງໆ ນັບແຕ່ ກົດໝາຍ, ນິຕິກຳລຸ່ມກົດ ໝາຍຕ່າງໆ ໄດ້ດີທີ່ສຸດ, ແຕ່ ວ່າ ບັນຫາການຈັດຕັ້ງປະ ຕິບັດຢ່າງເດັດຂາດຈິງຈັງ ແລະ ຮັດກຸມນັ້ນຂ້ອນຂ້າງ ຫຍຸ້ງຍາກ, ມີອັນຂ້ອງໆຄາໆ ຫລາຍຂັ້ນຫລາຍຂອດ.
ອັນສຳຄັນທີ່ສຸດຕາມ ທິດກ່ຳວ່າມັນຄາຢູ່ນຳຂອດເຈົ້າພະນັກງານ ຫລື ແນວ ຄວາມຄິດຂອງບຸກຄົນທີ່ຍັງ ເຄິ່ງໆກາງໆບໍ່ຕັດສິນໃຈເຮັດຢ່າງສະເໝີຕົ້ນສະເໝີປາຍ, ອັນສຳຄັນຍ້ອນວ່າມັນຍັງຕິດ ພັນກັບຜົນປະໂຫຍດສ່ວນຕົວ ທີ່ຍັງຕິດຫ້ອຍໃນໜ້າທີ່ຕຳ ແໜ່ງ ຈຶ່ງເຮັດໃຫ້ການປະຕິ ບັດບັນດາມະຕິຄຳສັ່ງບໍ່ທັນ ໄດ້ດີເຕັມຮ້ອຍ.
ຍົກຕົວຢ່າງມະຕິເລກທີ 15/ນຍ ກໍຍັງມີພວກລັກເຮັດ ລັກໄປ, ຍັງມີຄົນລັກຕັດໄມ້ ຄ້າໄມ້ແບບຜິດກົດໝາຍຢູ່, ເວົ້າເລື່ອງການສໍ້ລາດບັງ ຫລວງການນຳຂັ້ນສູງເຮົາ ເພິ່ນກໍເວົ້າຢູ່ຕິກໆແຕ່ປະກົດ ການສໍ້ລາດບັງຫລວງໃນຖັນແຖວພະນັກງານລັດ ຫລື ວ່າ ຢູ່ໃນສັງຄົມບ້ານເຮົາກໍຍັງມີຢູ່.
ເມື່ອຕັ້ງໂຈດກັນວ່າ ຕໍ່ ບັນຫາດັ່ງກ່າວມັນຍັງຂ້ອງ ຄາຢູ່ໝ້ອງໃດ? ຕາມທິດກ່ຳ ເຫັນ ແລະ ຮັບຮູ້ຕົວຈິງນັ້ນມັນ ກໍຄາຢູ່ນຳສະມາຊິກພັກ ພະນັກງານການນຳແຕ່ລະ ຂັ້ນ, ແຕ່ລະຂອດນັບແຕ່ ເທິງລົງໄປຮອດຂັ້ນທ້ອງຖິ່ນຮາກຖານບໍ່ນຳພາເຮັດ ຢ່າງສຸດຂັ້ນ ແລະ ເດັດຂາດ ທັງບໍ່ເປັນແບບຢ່າງໃນກົມ ກອງຂອງຕົນຢ່າງຈິງຈັງ ແລະ ສະເໝີ ຕົ້ນສະເໝີປາຍ.
ເພາະສະນັ້ນ, ບ່ອນຕັດ ສິນກໍຍັງຄາຢູ່ນຳຄົນ, ຈຶ່ງເຫັນວ່າເມື່ອສະມາຊິກພັກ- ພະນັກງານທຸກທ່ານ, ທຸກສະຫາຍເມື່ອຮ່ຳຮຽນ, ຮັບຮູ້ ເຊ່ືອມຊືມໄປແລ້ວໝາກຜົນ ຂອງການປະຕິບັດນັ້ນລະ ເປັນສິ່ງຕັດສິນ./.