ໄຟໄໝ້ເຮືອນປະຊາຊົນ 6 ຫລັງຢູ່ບ້ານຍາພະ


ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົນຮູ້ວ່າ: ເຮືອນຫລັງຕົ້ນເພີງເປັນເຮືອນຂອງທ້າວ ທອງພັນ ສີລິສຸກ, ອາຍຸ 61 ປີ ແລະ ໄດ້ລຸກລາມໄປເຮືອນໃກ້ຄຽງອີກ 5 ຫລັງຄື: ເຮືອນຂອງທ້າວ ທິດໄຫລ, ອາຍຸ 56 ປີ, ນາງ ແກ້ວມະນີ, ອາຍຸ 38 ປີ, ທ້າວ ຄໍຫ້າ, ອາຍຸ 35 ປີ, ທ້າວ ຊຽງຄຳຍອດ ຄູນປະເສີດ, ອາຍຸ 62 ປີ ແລະ ເຮືອນຫລັງສຸດທ້າຍເຮືອນຂອງທ້າວ ກອງຄຳ, ອາຍູ 41 ປີ. ນອກນີ້ ຍັງມີລົດຈັກ 2 ຄັນ, ລົດຈຳໂບ້ 1 ຄັນ ໄດ້ຮັບຄວາມເສຍຫາຍ. ສ່ວນສາເຫດຂອງການເກີດອັກຄີໄພຄັ້ງນີ້ຍັງຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີ່ ເພື່ອໃຫ້ຄວາມກະຈ່າງແຈ້ງຕໍ່ຜູ້ເສຍຫາຍ.
ປັດຈຸບັນ ສະພາບອາກາດຮ້ອນອົບເອົ້າຫລາຍ, ຊຶ່ງບາງວັນອຸນຫະພູມສູງເຖິງ 30-40 ອົງສາ, ອາດມີຄວາມສ່ຽງເຮດໃຫ້ເກີດອັກຄີໄພໄດ້ງ່າຍ, ດັ່ງນັ້ນ ຈຶ່ງເຕືອນໃຫ້ທຸກຄົນມີສະຕິລະວັງຕົວໃຫ້ດີ ໃນການນຳໃຊ້ຟືນໄຟເຂົ້າໃນຊີວິດປະຈຳວັນ ຖ້າເຫັນສະພາບລະບົບໄຟຟ້າໃນເຮືອນບໍ່ດີ ກໍຕ້ອງປ່ຽນງ່າຍ ແລະ ປົວແປງໃຫ້ຮັບປະກັນ.