ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ

ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - 1548043784636 960x0 - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - kitchen vibe - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ

     ຂໍ້​ມູນ​ທາງ​ການ​ຈີນ​ລະບຸ​ວ່າ: ອັດຕາ​ການ​ເຕີບ​ໃຫຍ່​ທາງ​ເສດຖະກິດ​ຈີນ​ປີ 2018 ຂະຫຍາຍຕົວ​ຊ້າ​ທີ່​ສຸດ​ໃນ​ຮອບ​​ເກືອບ 3 ທົດ​ສະ​ວັດ ​ໂດຍ​ສະ​ເພາະ​ໃນ​ໄຕ​ມາດ​ສຸດ​ທ້າຍ. ຂະນະ​ທີ່​ຈີນ​ພະຍາຍາມ​​ແກ້​ໄຂ​ບັນຫາ​ໜີ້​ມະຫາສານ ​ແລະ ສົງຄາມ​ການ​ຄ້າ​ກັບ​ອາ​ເມ​ລິ​ກາ.

      ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ ລາຍ​ງານ​ວ່າ: ​ເສດຖະກິດ​ຈີນ​ເຕີບ​ໃຫຍ່ 6,6% ​ສູງກ​ວ່າ​ທີ່​ທາງ​ການ​ຕັ້ງ​ເປົ້າໝາຍ​ໄວ້​ 6,5% ​ແລະ ກົງ​ກັບ​ນັກວິ​ເຄາະ​ຄາດ​ຄະ​ເນ​ໄວ້, ​ແຕ່​ຖື​ວ່າ​ຫລຸດ​ລົງ​ຈາກ 6,8% ​ໃນ​ປີ 2017 ຕົວ​ເລກ​ການ​ເຕີບ​ໃຫຍ່​ທີ່​ຂະຫຍາຍຕົວ​ຊ້າ​ເຮັດ​ໃຫ້​ນາຍົກລັດຖະມົນຕີ ຫລີ ​ເຄີ້ສຽງ ຂອງ​ຈີນ ປະກາດ​ໃນ​ອາທິດ​ຜ່ານ​ມາ​ວ່າ: ລັດຖະບານ​ຈະ​ປະຄອງ​ເສດຖະກິດ​ບໍ່​ໃຫ້​ຫລຸດ​ລົງ, ຈີນ​ມີ​ທ່າ​ອ່ຽງຈະ​ຜະ​ເຊີນ​ບັນຫາ​ເສດຖະກິດ​ຕໍ່​ເນື່ອງ ​ເຊິ່ງນັກ​ເສດຖະສາດ​ຄາດ​ຄະ​ເນ​ໄວ້​ວ່າ: ​ເສດຖະກິດ​ຈະ​ຂະຫຍາຍຕົວ​ຫລຸດ​ລົງ​ໜັກ. ຄະນະ​ກຳມາ​ທິການ​ສຳນັກງານ​ສະຖິຕິ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ: ຈີນ​ມີ​ພາລະກິດ​ຄື: ຕ້ອງ​ປ້ອງ​ກັນ ​ແລະ ຫລຸດ​ຄວາມ​ສ່ຽງ​ທາງ​ເສດຖະກິດ, ​ແກ້​ໄຂ​ບັນຫາ​ຄວາມທຸກ​ຍາກ ​ແລະ ບັນ​ເທົາ​ບັນຫາ​ມົນ​ລະ​ພິດ, ການ​ພົວພັນ​ຂອງ​ຈີນ​ກັບ​ອາ​ເມ​ລິ​ກາ​ປະ​ເທດ​ຄູ່​ຄ້າ​ລາຍ​ໃຫຍ່​ຊຸດ​ໂຊມ​ລົງ​ໃນ​ປີຜ່ານມາ ພາຍຫລັງປະທານາທິບໍດີ ​ໂດ​ນັລ ທຣຳ ​ໃຊ້​ມາດ​ຕະການ​ພາສີ​ກັບ​ສິນຄ້າ​ຈີນ ​ເພື່ອ​ໃຫ້​ຈີນ​ຍອມ​ອ່ອນ​ຂໍ້​ທາງ​ການ​ຄ້າ, ສົງຄາມ​ການ​ຄ້າ​ສອງ​ຝ່າຍ​ຢຸດ​ໄປ​ຊົ່ວຄາວ ພາຍຫລັງ​ຜູ້​ນຳ​ຈີນ ​ແລະ ອາ​ເມ​ລິ​ກາ​ຕົກລົງ​​ໂຈະ​ຊົ່ວຄາວ​ຄວາມ​ຂັດ​ແຍ່ງ 3 ​ເດືອນ ​ເພື່ອ​ເຈລະຈາ​ຫາ​ທາງ​ອອກ​ກັນ​ສອງ​ຝ່າຍ​ຕາມ​ກຳນົດ​ການ​ເຈລະຈາ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ທ້າຍ​ເດືອນ​ນີ້.

ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - Visit Laos Visit SALANA BOUTIQUE HOTEL - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - Visit Laos Visit SALANA BOUTIQUE HOTEL - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - 4 - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - 5 - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ - 3 - ຕົວເລກເສດຖະກິດຈີນປີ 2018 ຂະຫຍາຍຕົວຊ້າລົງທີ່ສຸດໃນຮອບ 28 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!