ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ

ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ - 1547718054121 960x0 - ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ
ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ - kitchen vibe - ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ

     ​ແຫ​ລ່ງຂ່າວ​ເປີດ​ເຜີຍ​ວ່າ: ລັດຖະບານ​ຫວຽດນາມ​ກຳລັງ​ກຽມ​ການ​ຕ້ອນຮັບ​ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ທີ່​ຈະ​ມາ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການຫລັງ​ກຸດ​ຈີນ​ໃນຕົ້ນ​ເດືອນ​ໜ້າ ທ່າມກາງ​ກະ​ແສ​ຂ່າວ​ວ່າ: ຫວຽດນາມ​ຈະ​ໄດ້​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດຄັ້ງທີ 2 ລະຫວ່າງ​ທ່ານ ກິມ ຈ໋ອງອຸນ ກັບ​ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ.

     ​ແຫ​ລ່ງຂ່າວ​ບໍ່​ໄດ້​ຢືນຢັນ​ວ່າ: ການ​ຢ້ຽມຢາມ​ຂອງ​ທ່ານ ກິມ ຈ໋ອງອຸນ ຈະ​ມີ​ຂຶ້ນພ້ອມ​ກັບ​ກອງ​ປະຊຸມ​ສຸດ​ຍອດ ຫລື ບໍ່, ​ເຖິງ​ວ່າ​ມີ​ຂ່າວ​ວ່າ​ຫວຽດນາມ​ອາດ​ຈະ​ໄດ້​ເປັນ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ 2 ຂອງ​ຜູ້ນຳ ສປປ ​ເກົາຫລີ ກັບ​ ອາ​ເມ​ລິ​ກາ ຫລາຍ​ທີ່​ສຸດ ​ເພາະ​ມີ​ການ​ພົວພັນ​ອັນ​ດີ​ກັບ​ທັງ​ສອງ​ປະ​ເທດ. ສ່ວນ​ໂຄສົກ​ສະຖານທູດ​ອາ​ເມ​ລິ​ກາ​ໃນ​ຫວຽດນາມ​ບໍ່​ຂໍ​ຕອບ​ເລື່ອງ​ນີ້ ​ແລະ ຂໍ​ໃຫ້​ສື່​ໄປ​ຖາມ​ທຳນຽບຂາວ​ແທນ. ນັກວິ​ເຄາະ​ເບິ່ງ​ວ່າ: ນະຄອນຫລວງ​ຮ່າ​ໂນ້ຍ ທາງ​ຕອນ​ເໜືອ​ຂອງ​ຫວຽດນາມ ​ແລະ ​ເມືອງ​ດາ​ນັງ ທາງ​ຕອນ​ກາງຂອງ​ຫວຽດນາມ ອາດ​ຈະ​ໄດ້​ເປັນ​ເຈົ້າພາບ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້.

      ປະທານາທິບໍດີ ທຣຳ ບອກ​ກັບ​ສື່​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ ​ໃນ​ວັນ​ທີ 6 ມັງກອນ​ວ່າ: ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫລີ ກຳລັງ​ເຈລະຈາ​ເລື່ອງ​ສະຖານ​ທີ່​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງທີ​ 2 ​ແລະ ຈະ​ປະກາດ​ໃນ​ຮູ້​ໃນ​ມໍ່ໆ​ນີ້.

ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ - 4 - ຫວຽດນາມກຽມຕ້ອນຮັບຜູ້ນຳ ສປປ ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!