ລາວ-ໄທ ຫາລືການແລກປ່ຽນຊື້ຂາຍສິນຄ້າລະຫວ່າງປະເທດ
March 14, 2017 - 10:38 AM


ເວທີເຈລະຈາດັ່ງກ່າວ ສະແດງໃຫ້ເຫັນເຖິງສັກກະຍະພາບຂອງຂະແຫນງອຸດສາຫະກຳສອງປະເທດ ໂດຍປະເທດໄທເປັນຖານການຜະລິດສິນຄ້າເຄື່ອງໃຊ້ໄຟຟ້າ ແລະ ອີເລັກໂທນິກແຫ່ງໃຫຍ່ໃນໂລກ, ປັດຈຸບັນໄທເປັນຜູ້ຜະລິດ Hard Disk Drive ອັນດັບທີ 1 ຂອງໂລກ, ຜະລິດເຄື່ອງປັບອາກາດອັນດັບທີ 2 ຂອງໂລກ ແລະ ເປັນຜູ້ຜະລິດຕູ້ເຢັນອັນດັບທີ 4 ຂອງໂລກ, ນອກນັ້ນ ຍັງມີຜະລິດຕະພັນສິນຄ້າອື່ນໆອີກຢ່າງຫລວງຫລາຍ, ໂດຍງານຄັ້ງນີ້ ຈະເປັນຂົວຕໍ່ໃຫ້ກັບງານສະແດງສິນຄ້າ Bangkok RHVAC 2017 ແລະ Bangkok E&E 2017, ທີ່ຈະໄດ້ຈັດຂຶ້ນໃນເດືອນກັນຍາ 2017ນີ້, ທີ່ປະເທດໄທ, ໂດຍເປັນການເປີດເຈລະຈາທຸລະກິດທີ່ຍິ່ງໃຫຍ່ລະດັບອາຊຽນ, ທີ່ມີນັກທຸລະກິດຈາກຫລາຍສາຂາເຂົ້າຮ່ວມເປັນຈຳນວນຫລາຍ.