ເມີເຣ ເສຍໃຫ້ ອາກຸດ ຕົກຮອບທຳອິດ ອັອສເຕຣລ້ຽນ ໂອເພັນ ອາດເລີກຫລິ້ນ


ແອນດີ້ ເມີເຣ ນັກເທັນນິສຊາວສະກອດແລນ ເສຍໃຫ້ ໂຣເບຣໂຕ້ ເບົາຕິສຕ້າ ອາກຸດ ຈາກສະເປນ 2-3 ເຊັດ ໃນລາຍການແກຣນສະແລມທຳອິດຂອງປີ “ອັອສເຕຣລ້ຽນ ໂອເພັນ 2019” ຮອບທຳອິດ ອາດຈະເປັນການແຂ່ງຂັນສົ່ງທ້າຍອາຊີບນັກເທັນນິສຂອງລາວ.
ການແຂ່ງຂັນເທັນນິສແກຣນສະແລມທຳອິດຂອງປີ “ອັອສເຕຣລ້ຽນ ໂອເພັນ” 2019 ຊີງເງິນລາງວັນ 62.500.000 ໂດລາອົດສະຕຣາລີ ຢູ່ນະຄອນເມລເບິນ ປະເທດອົດສະຕຣາລີ ເປັນການແຂ່ງຂັນໃນຮອບທຳອິດ ວັນທີ 14 ມັງກອນ.
ໂຣເບຣໂຕ້ ເບົາຕິສຕ້າ ອາກຸດ ມືອັນດັບ 23 ຂອງລາຍການຈາກສະເປນ ພິກຊະນະ ແອນດີ້ ເມີເຣ ມືອັນດັບ 229 ຂອງໂລກ ຈາກສະກອດແລນ ໄປແບບຫວຸດຫວິດ 3-2 ເຊັດ: 6-4, 6-4, 6-7(5), 6-7(4), 6-2 ເຮັດໃຫ້ອະດີດມື 1 ຂອງໂລກອາດຕ້ອງລາອາຊີບເທັນນິສ.
ໂດຍ ເມີເຣ ໄດ້ສຳພາດຫລັງຈົບການແຂ່ງຂັນວ່າ: ຂ້ອຍຮັກທີ່ຈະຫລິ້ນເທັນນິສ ມັນເປັນສະຖານທີ່ອັນແສນວິເສດສຳລັບການຫລິ້ນເທັນນິສ ຖ້າວ່າມັນຈະເປັນການແຂ່ງຂັນສຸດທ້າຍໃນອາຊີບຂອງຂ້ອຍ ຖືວ່າເປັນການສົ່ງທ້າຍທີ່ງົດງາມ, ຂ້ອຍພະຍາຍາມທຸ້ມເທຢ່າງເຕັມສ່ວນແລ້ວ ແຕ່ມັນບໍ່ພຽງພໍ.
ເຈົ້າຂອງຫລຽນຄຳໂອລິມປິກ 2 ສະໄໝ ໄດ້ໃຫ້ສຳພາດກ່ອນເລີ່ມຕົ້ນການແຂ່ງຂັນແກຣນສະແລມທຳອິດຂອງປີວ່າ: ຕັ້ງໃຈຈະໄປລົງແຂ່ງຂັນ ວິມເບິລດັນ ກ່ອນຈະຕັດສິນໃຈກ່ຽວກັບອາຊີບຂອງລາວ ເນື່ອງຈາກທົນກັບອາການບາດເຈັບຊຳເຮື້ອຢູ່ສະໂພກມາດົນຈົນບໍ່ສາມາດກັບໄປຫລິ້ນໃນລະດັບເກົ່າໄດ້ອີກແລ້ວ ແຕ່ບໍ່ແນ່ໃຈວ່າຈະເຮັດໄດ້ຢ່າງທີ່ຫວັງ ຫລື ບໍ່.