ຍຸດທະສາດແຜນຊ້ອນແຜນ ໜາມປັກເອົາໜາມບົ່ງ
ໂດຍ: ທິດກ່ຳ
ການເຊັນສັນຍາເຊີແນວປີ 1954 ແລະ ສັນຍາວຽງຈັນ 1957 ກ່ຽວກັບລາວລວມລາວເພື່ອສ້າງຄວາມຖືກຕ້ອງປອງດອງຊາດ,ຝ່າຍວຽງຈັນ ຖືວ່າເປັນການລໍ້ເສືອອອກຈາກຖ້ຳ, ເມືອຍົວະເສືອອອກຈາກຖ້ຳມາຢູ່ໃນກຳມືແລ້ວ ກໍຂ້າເສືອ.
ແຕ່ຝ່າຍປະເທດລາວ ຫລື ວ່າແນວລາວຮັກຊາດກໍມີ ທິດສະດີຕ່າວປິ້ນວ່າອອກ ຈາກຖ້ຳໄປຫາເສືອເພື່ອຂ້າເສືອ, ເພື່ອປະຕິບັດຕາມສັນ ຍາດັ່ງກ່າວທາງຝ່າຍປະເທດລາວກໍໄດ້ເຮັດຕາມແຜນ ທີ່ທາງສູນກາງພັກໄດ້ວາງ ໄວ້ຄື: ຕົກລົງເອົາກຳລັງທະ ຫານຈຳນວນ 30 ພັນຄົນເຂົ້າ ຮ່ວມໃນເບື້ອງຕົ້ນ.
ໃນຈຳນວນດັ່ງກ່າວ 15 ພັນຄົນແມ່ນໃຫ້ໄປຕັ້ງທັບຢູ່ ເມືອງຊຽງເງິນຫລວງພະບາງ ແລະ ອີກ 15 ພັນຄົນແມ່ນໃຫ້ ຢູ່ທົ່ງໄຫຫີນຊຽງຂວາງ, ສ່ວນ ທີ່ເຫລືອແມ່ນໃຫ້ກຽມພ້ອມ ປະຈຳການ ແລະ ສົ່ງໄປທ້ອງ ຖິ່ນເພື່ອສ້າງຮາກຖານການ ເມືອງ, ປັບປຸງກຳລັງ ແລະ ຂະຫຍາຍກຳລັງໃຫ້ຫລາຍຂຶ້ນໄປເລື້ອຍໆ.
ພາຍຫລັງເຂົ້າລວມກັນ ແລ້ວ, ເບື້ອງການທະຫານ ກໍວ່າຈະມີການປະດັບຊັ້ນແຕ່ກໍຍັງມີອັນ ຂ້ອງໆຄາໆ ແລະ ເບື້ອງເຮົາກໍຕ້ອງໄດ້ເບິ່ງສະ ຖານະການທາງການເມືອງ ແລະ ແນວໃດ ເຮົາກໍຮູ້ແກ່ ໃຈແລ້ວວ່າ ເພິ່ນລໍ້ເສືອອອກຈາກຖ້ຳຊື່ໆ.
ສ່ວນໃນດ້ານການເມືອງຕໍ່ມາກໍຈັດໃຫ້ມີການເລືອກຕັ້ງຕາມສັນຍາຝ່າຍແນວລາວ ຮັກຊາດໄດ້ຄັດເລືອກເອົາ ແກນນຳຜູ້ສຳຄັນເຂົ້າສະໝັກຜູ້ແທນລາດຊະດອນໂດຍມີ ທ່ານ ປະທານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ ແລະ ຜູ້ນຳ ສຳຄັນອື່ນໆ.
ສ່ວນຜູ້ທີ່ບໍ່ໄດ້ເຂົ້າຮ່ວມ ໃນການເລືອກຕັ້ງກໍກັບຄືນ ເມືອຢູ່ເຂດທີ່ໝັ້ນເປັນຕົ້ນຄື: ປະທານ ໄກສອນ ພົມວິຫານ, ທ່ານ ຄຳໄຕ ສີພັນ ດອນ ແລະ ຍັງມີຜູ້ສຳຄັນ ອື່ນໆ. ກ່ອນແບ່ງງານກັນ ໄປຄະນະນຳສູນກາງກໍໄດ້ ປະຊຸມກັນວ່າການເຂົ້າລວມລາວຄັ້ງນີ້ມັນເປັນການພິສູດຍຸດທະສາດຕຳຕໍ່ຕຳພວກ ເຮົາຕ້ອງເດັດຂາດ. ປະທານ ໄກສອນ ພົມວິຫານ ຍັງໄດ້ ເວົ້າວ່າ ຖ້າການລວມລາວ ຄັ້ງນີ້ມີອັນເປັນໄປຖືກເຂົາ ຈັບເຮົາຈະຊອກວິທີເອົາພວກ ສະຫາຍອອກ.
ການເລືອກຕັ້ງໄດ້ເປັນ ໄປຕາມກົດຄືຝ່າຍແນວລາວຮັກຊາດໄດ້ 9 ທ່ານ ແລະ ຝ່າຍເປັນກາງຮັກຊາດທີ່ສະໜັບສະໜູນໄດ້ 4 ທ່ານ ລວມ ເປັນ 13 ທ່ານ.
ກອງປະຊຸມສະພາມີ ມະຕິເຫັນດີເລືອກເອົາທ່ານ ສຸວັນນະພູມາ ເປັນນາຍົກລັດຖະມົນຕີ ໃນຖານະຝ່າຍເປັນກາງ, ນັບແຕ່ມີລັດຖະບານ ປະສົມປະຊຸມກັນເທື່ອໃດ ຈົນສະພາຊິແຕກຍ້ອນແນວທາງ, ແນວຄິດ ແລະ ອຸດົມການ ບໍ່ເຂົ້າກັນຝ່າຍໜຶ່ງພັດໄປນຳອາເມລິກາ ແລະ ຝ່າຍໜຶ່ງພັດວ່າເປັນກອມມູນິດ.
ການຍືນຍົງຄົງຕົວຂອງສະພາຢູ່ມາບໍ່ພໍເທົ່າໃດເດືອນ ອາເມລິກາເລີຍສັ່ງໃຫ້ ຜຸຍ ຊະນະນິກອນ ເຮັດລັດຖະປະ ຫານ ໂຄ້ນລົ້ມລັດຖະບານ ປະສົມແລ້ວກໍປະກາດຕົນ ເອງເປັນນາຍົກອອກນະໂຍບາຍປາບປາມກອມມູນິດ.
ຈາກນັ້ນ, ກໍຈັບຜູ້ນຳ ແນວລາວຮັກຊາດຈຳນວນ 16 ທ່ານເຂົ້າຄຸກຢູ່ໂພນເຄັງ, ສ່ວນທະຫານຈຳນວນ 30 ພັນຄົນທີ່ເຂົ້າຮ່ວມກໍເລີຍບໍ່ ທັນໄດ້ປະດັບຊັ້ນພາກັນໂຕນ ໜີຈາກວົງປິດລ້ອມໄປເຂດທີ່ ໝັ້ນຢ່າງປອດໄພ.
ເມື່ອຈັບຜູ້ນຳແນວ ລາວ ຮັກຊາດໄດ້ແລ້ວລັດຖະບານ ຜຸຍ ຊະນະນິກອນ ຄິດວ່າພວກ ແນວລາວຮັກຊາດໝົດທາງສູ້ ທັງປະກາດວ່າຈັບນາຍມັນ ໄດ້ແລ້ວລູກນ້ອງມັນຕ້ອງຍອມ.
ແຕ່ສຸດທ້າຍກະແສຟອງ ຂອງຂະບວນການປະຕິວັດ ເລີຍລຸກຂຶ້ນເປັນແປວໄຟໃນ ທົ່ວປະເທດ. ຊ້ຳບໍ່ໜຳຜູ້ນຳ ແນວ ລາວຮັກຊາດສາມາດ ໂຕນໜີອອກຈາກຄຸກໂດຍ ການຮ່ວມມືຂອງສາລະວັດ ທະຫານທີ່ເປັນລູກນ້ອງຂອງຜຸຍເອງ.
ສະພາບການບ້ານເມືອງເວລານີ້ຮ້ອນຮົນປະຊາຊົນ ສ່ວນຫລາຍບໍ່ຮູ້ວ່າຈະໄປເຂົ້າ ຂ້າງໃຜ, ການຂະຫຍາຍຕົວ ຂອງສາມບາດ ຄ້ອນຍຸດທະ ສາດຂອງການປະຕິວັດຍິ່ງ ເພີ່ມທະວີເປັນກະແສສູງ ປະຊາຊົນ, ນັກຮຽນນັກສຶກ ສາພາກັນເດີນຂະບວນປະ ທ້ວງລຸກຮື້ຂຶ້ນຕໍ່ຕ້ານກັບຝ່າຍວຽງຈັນຢ່າງແຜ່ຂະຫຍາຍ ແລະ ໜັກໜ່ວງ.
ຝ່າຍແນວລາວຮັກຊາດໄດ້ໂອກາດເພີ່ມທະວີ ແລະ ຂະຫຍາຍເຂດປົດປ່ອຍ, ເປີດ ບັ້ນຮົບນ້ອຍໃຫຍ່ບຸກຕີຢ່າງ ລຽນຕິດຈົນມາຮອດປີ 1973 ຝ່າຍວຽງຈັນຍອມເຊັນສັນຍາ ແລະ ອານຸສັນຍາຂໍໃຫ້ສອງ ຝ່າຍມາລວມລາວອີກ.
ແນວໃດກໍຕາມ, ຝ່າຍ ແນວລາວຮັກຊາດຈິງໃຈເຫັນດີ ແລະ ຖືວ່າການລວມລາວ ຄັ້ງນີ້ຖືເປັນຍຸດທະສາດຄັ້ງ ສຸດທ້າຍ, ເປັນການພິກປິ້ນປະ ຫວັດສາດກ້າວໄປສູ່ຍຸກໃໝ່ ໄປຄຽງຄູ່ກັບຂະບວນການຕໍ່ສູ້ຂອງຊາວໂລກ ແລະ ການ ປະຕິວັດອິນດູຈີນຈົນແກ່ ຍາວມາຮອດປີ 1975 ຫວຽດ ນາມສາມາດປົດປ່ອຍພາກ ໃຕ້, ກຳປູເຈຍກໍສາມາດປົດ ປ່ອຍໃນທົ່ວປະເທດ.
ສ່ວນລາວໃນປີ 1975 ກໍສາມາດປົດປ່ອຍໄດ້ໃນທົ່ວປະເທດເຊັ່ນກັນ ວັນທີ 2 ທັນວາ ປີ 1975 ເຊິ່ງປະເທດ ໃໝ່ ສາທາລະນະ ປະຊາທິປະໄຕ ປະຊາຊົນລາວ ເປັນການກົ່ນຮາກຖອນໂຄນບັ້ນ ສຸດທ້າຍ ຈຶ່ງຮູ້ວ່າໃຜແພ້ໃຜ ຊະນະ, ໃຜໄປໃຜຢູ່, ໃຜຕາຍໃຜຍັງນີ້ລະເຂົາເອີ້ນວ່າຍຸດທະສາດໜາມປັກເອົາໜາມ ບົ່ງອອກຈາກຖ້ຳໄປຂ້າເສືອ ກ່ອນເສືອຈະຂ້າເສືອ./.