ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ

ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - 3692774 - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ
ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - kitchen vibe - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ

ໂດຍ: ທ່ຽງທຳ

ສະບາຍດີ, ເພື່ອນຜູ້ອ່ານທີ່ຮັກແພງ, ພາຍຫລັງນາຍົກ ລັດຖະມົນຕີໄດ້ອອກດຳລັດເລກທີ 15/ນຍ, ລົງວັນທີ 5   ມັງກອນ 2017, ວ່າດ້ວຍການປະກອບ ແລະ ຄຸ້ມຄອງ ລົດປະຈຳຕຳແໜ່ງພະນັກງານການນຳລະດັບສູງ, ໃຜໆກໍດີໃຈວ່າ ລາຍຮັບຂອງຊາດຈະບໍ່ສິ້ນເປື້ອງຫລາຍກີບ ການ ຊື້ລົດປະຈຳຕຳແໜ່ງໃຫ້ພະນັກງານດັ່ງກ່າວ, ດັ່ງຜ່ານມາເອົາແຕ່ຜູ້ຈະຊື້ລົດປະເພດໃດມີລາຄາໜ້ອຍຫລາຍປານໃດກໍໄດ້ດັ່ງກ່ານນຳບາງທ່ານ ທີ່ສັງກັດຢູ່ບ່ອນມີເງື່ອນໄຂ ແດ່ກໍຍິ່ງມີໂອກາດຊື້ໄດ້ຊື້ເອົາ.

ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - Visit Laos Visit SALANA BOUTIQUE HOTEL - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ

ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - 225 - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ
(ຈຳນວນລົດຫລູ ລັດຖະບານປະມູນຂາຍອອກ ໃນຕົ້ນເດືອນເມສາ 2018 ຜ່ານມາ)

ນັບທັງລົດຫລູທີ່ມີລາຄາແພງຈັກຄັນກໍໄດ້, ໃນແຕ່ລະປີລາຍຮັບແຫ່ງຊາດໄດ້ສູນເສຍ ກັບລົດປະເພດນີ້ເປັນຈຳນວນ ບໍ່ໜ້ອຍ.

ແຕ່ພາຍຫລັງດຳລັດດັ່ງກ່າວອອກມາຮອດປັດຈຸບັນກໍມີອາຍຸພໍດີ 2 ປີເຕັມແລ້ວ ແລະ  ເບິ່ງວ່ານັບມື້ໂສ້ຍິ່ງຍານ  ແລະ ບໍ່ຮູ້ວ່າອົງການລັດເຮົາ ໄດ້ມີໃຜກວດກາເບິ່ງລະອຽດ ບໍ່ຂອງການປະຕິບັດດຳລັດ ດັ່ງກ່າວຖ້າເຮົາເອົາມາດຕາ   6 ຂອງດຳລັດສະບັບນີ້ມາ ເຍືອງໃສ່ຄື:

1. ການນຳລະດັບສູງ ປະເພດ 1 ໃຫ້ປະກອບລົດປະຈຳຕຳແໜ່ງ ຈຳນວນ 3 ຄັນ  ດັ່ງນີ້:

– ລົດປະຈຳຕຳແໜ່ງປະ  ເພດລົດເກັງ 1 ຄັນ ຄວາມແຮງບໍ່ເກີນ 3.500 ຊີຊີ.

– ລົດສຳຮອງປະເພດລົດ ຈິບ 1 ຄັນ ຄວາມແຮງບໍ່ເກີນ   4.500 ຊີຊີ.

– ລົດຮັບໃຊ້ປະເພດລົດກະບະ 4 ປະຕູ 1 ຄັນ ຄວາມ ແຮງບໍ່ເກີນ 3.500 ຊີຊີ.

– ປະກອບນ້ຳມັນແລ່ນ ວຽກພາຍໃນ ໃຫ້ທັງໝົດ 500 ລິດ ຕໍ່ໜຶ່ງເດືອນ.

2. ການນຳລະດັບສູງ  ປະເພດ II ໃຫ້ປະກອບລົດປະ  ຈຳຕຳແໜ່ງຈຳນວນ 2 ຄັນດັ່ງນີ້:

– ລົດປະຈຳຕຳແໜ່ງ ປະເພດລົດເກັງ 1 ຄັນ  ຄວາມແຮງບໍ່ເກີນ 3.000 ຊີຊີ.

– ລົດຮັບໃຊ້ປະເພດລົດ ຈີບ 1 ຄັນ ຄວາມແຮງບໍ່ເກີນ   4.500 ຊີຊີ.

– ປະກອບນ້ຳມັນແລ່ນ  ວຽກພາຍໃນ ໃຫ້ທັງໝົດ 350 ລິດຕໍ່ໜຶ່ງເດືອນ.

3. ການນຳລະດັບສູງປະເພດ III ໃຫ້ປະກອບລົດປະຈຳຕຳແໜ່ງ ຈຳນວນ 2  ຄັນ ດັ່ງນີ້:

– ລົດປະຈຳຕຳແໜ່ງລົດເກັງ 1 ຄັນ ຄວາມແຮງບໍ່ເກີນ 2.500 ຊີຊີ.

– ລົດຮັບໃຊ້ປະເພດລົດກະບະ 1 ຄັນ ຄວາມແຮງບໍ່ເກີນ 2.500 ຊີຊີ.

– ປະກອບນ້ຳມັນແລ່ນ ວຽກພາຍໃນໃຫ້ 300 ລິດຕໍ່ໜຶ່ງເດືອນ.

4. ການນຳລະດັບສູງ ປະເພດ IV ໃຫ້ປະກອບລົດ  ປະຈຳຕຳແໜ່ງ ຈຳນວນ 1 ຄັນ ດ່ັງນີ້:

– ລົດປະຈຳຕຳແໜ່ງ ປະເພດລົດເກັງ 1 ຄັນ ຄວາມແຮງບໍ່ເກີນ 2.000 ຊີຊີ.

– ປະກອບນ້ຳມັນແລ່ນ ວຽກພາຍໃນໃຫ້ 200 ລິດ ຕໍ່ ໜຶ່ງເດືອນ.

5. ການນຳລະດັບສູງ   ປະເພດ III ແລະ IV  ໃຫ້ປະ ກອບເປັນລົດລວມຮັບໃຊ້ ໃນການລົງເຄື່ອນໄຫວທ້ອງ ຖິ່ນຂອງອົງການຈັດຕັ້ງພັກ-  ລັດຂັ້ນກະຊວງ, ອົງການລັດ ທຽບເທົ່າກະຊວງ, ແນວລາວ ສ້າງຊາດ, ອົງການຈັດຕັ້ງມະ  ຫາຊົນຂັ້ນສູນກາງ, ອົງການ   ປົກຄອງທ້ອງຖິ່ນຂັ້ນນະຄອນ ຫລວງ ແລະ ຂັ້ນແຂວງອົງ  ການລະບໍ່ເກີນ 3 ຄັນ.

– ລົດຮັບໃຊ້ປະເພດລົດ ຈີບ 1 ຄັນ ຄວາມແຮງບໍ່ເກີນ    4.500 ຊີຊີ ແລະ ປະເພດລົດ ຈີບ 2 ຄັນ ຄວາມແຮງບໍ່ເກີນ  3.500 ຊີຊີ.

– ກໍລະນີທີ່ພາກສ່ວນໃດ  ມີຫລາຍກວ່ານີ້ ໃຫ້ປະຕິບັດ  ການຖອນເພື່ອປະກອບ ຫລື ຊື້ໃໝ່ໃຫ້ພາກສ່ວນອື່ນທີ່ບໍ່ມີ.

– ມອບໃຫ້ອົງການຈັດ ຕັ້ງທີ່ກ່ຽວຂ້ອງຄຸ້ມຄອງ  ແລະ ປົກປັກຮັກສາລວມໄວ້  ຢູ່ ສຳນັກງານອົງການຕົນ, ບໍ່ອະນຸຍາດປະກອບເປັນລົດປະຈຳຕຳແໜ່ງສະເພາະ ການນຳ (ປະເພດ III ແລະ   IV) ທ່ານໃດໜຶ່ງອີກ.

ດັ່ງນັ້ນໃນໂອກາດກ້າວສູ່ ປີໃໝ່ 2019 ນີ້, ທ່ຽງທຳ ຂໍຢ້ຳຄືນອີກຄັ້ງໜຶ່ງເພື່ອພວກເຮົາຈະໄດ້ພ້ອມກັນຈັດຕັ້ງປະຕິບັດດຳລັດດັ່ງກ່າວມີປະສິດ ທິຜົນທັງນີ້ກໍເພື່ອແນໃສ່ປະຕິບັດຄຳສັ່ງປະຢັດມັດທະຢັດ ແລະ ຕ້ານການຟຸມເຟືອຍ ຂອງ ທ່ານ ນາຍົກລັດຖະມົນຕີມີປະສິດທິຜົນສູງຂຶ້ນເຊັ່ນ ດຽວກັນເພື່ອທົ່ວສັງຄົມເຮົາ ເປັນເຈົ້າການຮ່ວມກັນແກ້ໄຂ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດ ໃຫ້ຜ່ານພົ້ນ ໄປໂດຍໄວ./.

ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - 3692774 - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ
(ພາບປະກອບ)

ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ - 4 - ປີໃໝ່ຂໍໃຫ້ການປະຕິບັດດຳລັດ ວ່າດ້ວຍການປະກອບ ແລະ ຄຸ້ມຄອງລົດ ປະຈຳຕຳແໜ່ງພະນັກງານການນຳມີຜົນສັກສິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!