ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ

ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ - 8f9cd93a 12d6 11e9 bd68 61a0d0b9ce58 image hires 101610 - ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ
ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ - kitchen vibe - ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ
ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ - c903a40a 3b68 479d a8b3 9d085b3c8e55 - ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ

     ທ່ານ ກິມ ຈ໋ອງອຸນ ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງຢ່າງ​ເປັນ​ທາງ​ການ ​ໃນ​ອາທິດ​ນີ້ ​ເພື່ອ​ເຂົ້າພົບ​ປະທານ​ປະ​ເທດ ສີ ​ຈິ້ນຜິ​ງ ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ວ່າການ​ພົບ​ປະ​ຫາລື​ຄັ້ງທີ 2 ລະຫວ່າງ​ຜູ້ນຳ ສປປ ​ເກົາຫລີ ກັບ​ປະທານາທິບໍດີ​ອາ​ເມ​ລິ​ກາ ອາດ​ເກີດ​ຂຶ້ນ.

      ສຳນັກງານ​ຂ່າວ​ຊິນ​ຮົວຂອງ​ທາງ​ການ​ຈີນ ​ແລະ ສຳນັກ​ຂ່າວ​ກາງ​ເກົາຫລີ (KCNA) ກະບອກ​ສຽງ​ຂອງ​ລັດຖະບານ​ພຽງ​ຢາງ ລາຍ​ງານ​ໃນ​ເວລາ​ໄລ່​ລຽງ​ກັນ​ວ່າ: ທ່ານ ກິມ ຈ໋ອງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫລີ ພ້ອມ​ພັນ​ລະ​ຍາ ແລະ ຄະນະເຈົ້າໜ້າທີ່ລະດັບສູງຂອງລັດຖະບານພຽງຢາງ ຢ້ຽມຢາມນະຄອນຫລວງປັກກິ່ງຢ່າງເປັນທາງ ການ ລະຫວ່າງວັນທີ 7-10 ມັງກອນນີ້ ໂດຍເປັນການເດີນທາງດ້ວຍ​ຂະ​ບວນລົດ​ໄຟ​ອອກ​ຈາກ​ນະຄອນຫລວງ​ພຽງ​ຢາງ​ໃນ​ວັນ​ທີ 7 ມັງກອນ. ຖື​ເປັນ​ການ​ຢ້ຽມຢາມ​ຈີນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ​ນີ້​ຂອງ​ທ່ານ ກິມ ຈ໋ອງອຸນ ​ແລະ ​ເປັນ​ການ​ພົບ​ປະ​ຫາລື​​ເປັນຄັ້ງທີ 4 ກັບ​ປະທານ​ປະ​ເທດ ສີ ​ຈິ້ນຜິ​ງ.

ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ

      ທັງ​ນີ້, ທ່ານ ກິມ ຈ໋ອງອຸນ ພົບ​ປະ​ຫາລື​ກັບ​ທ່ານ ສີ ​ຈິ້ນຜິ​ງ 3 ຄັ້ງຢູ່​ຈີນ​ໃນ​ປີຜ່ານມາ ​ໂດຍ​ທຸກ​ຄັ້ງລ້ວນ​ເປັນ​ການ​ປະຊຸມ​ທີ່​ເກີດ​ຂຶ້ນກ່ອນ ​ແລະ ຫລັງ​ການ​ພົບ​ປະ​ຫາລື​ລະຫວ່າງ​ຜູ້ນຳ​ຂອງ ສປປ ​ເກົາຫລີ ກັບ​ປະທານາທິບໍດີ ​ໂດ​ນັລ ທຣຳ ຜູ້ນຳ​ອາ​ເມ​ລິ​ກາ ​ແລະ ປະທານາທິບໍດີ ມຸນ​​ແຈ​ອິນ ຜູ້ນຳ ສ.​ເກົາຫລີ ຫລາຍ​ຝ່າຍ​ຈຶ່ງ​ວິ​ເຄາະ​ການ​ຢ້ຽມຢາມ​ນະຄອນຫລວງ​ປັກ​ກິ່ງ​ຂອງ​ທ່ານ ກິມ ຈ໋ອງອຸນ ​ໃນ​ຄັ້ງນີ້​ວ່າ​ອາດ​ເປັນ​ການ​ສົ່ງ​ສັນຍານ​ວ່າການ​ພົບ​ປະ​ຫາລື​ກັບ​ທ່ານ ທຣຳ ​ຄັ້ງທີ 2 ກຳລັງ​ຈະ​ເກີດ​ຂຶ້ນ ຫລື ບໍ່, ຫລັງ​ການ​ພົບ​ກັນ​ຄັ້ງປະຫວັດສາດ​ຢູ່​ສິງກະ​ໂປ ​ໃນ​ເດືອນ​ມິຖຸນາ​ປີຜ່ານມາ.

ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ - 5 - ຜູ້ນຳ ສປປ ເກົາຫລີ ຢ້ຽມຢາມ ຈີນ ຢ່າງເປັນທາງການ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!