ປີໃໝ່ຂໍເປີດໃຈກັບເພື່ອນຜູ້ອ່ານ
ໂດຍ: ຈານແຫຍ່
ກໍພົບກັນຕາມເຄີຍກັບຄໍລຳ “ບັນຫາຈານແຫຍ່”; ເຖິງ ເວລາຈະໝູນວຽນປ່ຽນໄປ ປານ ມີປີກບິນກໍຕາມ ໜັງສື ພິມ “ປະເທດລາວ” ບ່ອນທີ່ ຄໍລຳ “ບັນຫາຈານແຫຍ່” ແຈ້ງເກີດກໍມີອາຍຸ 18 ປີ ແລ້ວ. ຈຳໄດ້ວ່າ ຄໍລຳທີ່ທ່ານ ພວມອ່ານຢູ່ດຽວນີ້ນັ້ນໄດ້ ອອກສູ່ສາຍຕາຜູ້ອ່ານໃນ ໄລຍະໜັງສືພິມ ປະເທດລາວ ຫາກໍເກີດໃໝ່, ຖ້າເປັນ ຄົນກໍແມ່ນພວມຢູ່ໃນໄວເດັກ ທີ່ກຳລັງແອບຍ່າງ.
ເມື່ອເປັນແນວນີ້ ແນ່ນອນ ຄໍລຳ “ບັນຫາຈານແຫຍ່” ກໍ່ຄົງບໍ່ຫ່າງຈາກອາຍຸ ຂອງ ໜັງສືພິມ ປະເທດລາວພໍ ປານ ໃດ. ຈາກນັ້ນມາເຫິງເຕີບ, ຄໍລຳ “ບັນຫາຈານ ແຫຍ່” ກໍໄດ້ ຍ້າຍສຳມະໂນຄົວມາຢູ່ນຳ ໜັງສືພິມລາວພັດທະນາ ເພາະ ມີຄວາມເໝາະສົມກວ່າ.
ໜັງສືພິມນີ້ເນັ້ນບົດລັກ ສະນະວິຈານມັນກໍເລີຍເຂົ້າກັນອ່ຳຫລ່ຳກັບບັນຫາທີ່ ຈານແຫຍ່ຕ້ອງການສື່.
ກໍຂໍຂອບໃຈທ່ານຜູ້ອ່ານທີ່ແຮກສ່ຽວກັບຄໍລຳນີ້ມາ ເປັນເວລາຫລາຍຟ້າຫລາຍຝົນດ້ວຍການໃຫ້ກຳລັງໃຈ ຜູ້ຂຽນທີ່ຮັບຜິດຊອບ ຄໍລຳ ນີ້ແຕ່ພຽງຜູ້ດຽວຕະຫລອດມາ ຫລື ຈະເອີ້ນນັກຂຽນໂທນກໍບໍ່ຜິດ.
ໃນຫລາຍປີຜ່ານມາ, ຄໍ ລຳນີ້ ອອກປະຈຳທຸກວັນສຸກ ຂອງທຸກໆອາທິດ ເພື່ອສະ ໜອງ ຂໍ້ຄິດໃຫ້ທ່ານຜູ້ອ່ານ ເອົາໄປຄິດຫງຳຕໍ່ໃນວັນພັກ. ແຕ່ພໍຕົກຮອດປີ 2018, ຄໍລຳ ບັນຫາຈານແຫຍ່ ກໍອອກ ເດືອນລະຄັ້ງໂດຍເນັ້ນວັນ ສຸກຂອງອາທິດທ້າຍເດືອນ ແຕ່ກໍບໍ່ແນ່ສະເໝີໄປເພາະ ບາງຄັ້ງກໍຂຶ້ນກັບບັນຫາດ່ວນ ທີ່ຢາກເວົ້າກໍອອກຫລາຍ ເທື່ອກວ່ານັ້ນ.
ໃນໂອກາດປີໃໝ່ 2019 (ເຊິ່ງໃໝ່ໝົດປີ) ເຈົ້າຂອງ ຄໍລຳຂໍສົ່ງພອນໄຊໄຮ້ພົມ ແດນມາຍັງທ່ານຜູ້ອ່ານ, ຂໍໃຫ້ ສຸຂີ ໝັ້ນພັນປີຢ່າເຫລືອງຫລ່າ ຊິສັນຫາເລື່ອງກ້ອມມາເວົ້າສູ່ຟັງດອກນາ.
ສຳລັບປີ 2019 ນີ້ ຈານ ແຫຍ່ຍັງຈະພົບກັບ ທ່ານຜູ້ ອ່ານຕາມເຄີຍຕາມແບບສະ ບັບທີ່ເຄີຍເປັນມາບໍ່ປ່ຽນແປງແຕ່ຍັງຈະຮັກສາ 1 ຄັ້ງ ຕໍ່ເດືອນເຫດຜົນໜຶ່ງກໍແມ່ນ ເວລາບໍ່ເປັນໃຈບວກກັບອາຍຸສັງຂານ (ສ່ວນໜຶ່ງໄດ້ຝາກໄວ້ທະນາຄານແລ້ວ!) ໃນໄວບຳນານ, ໄວທີ່ສຸກ ງອມດ້ານປະສົບການ ແລະ ຄວາມຮູ້ແຕ່ຫົດຫູ່ດ້ານກຳລັງວັງຊາ.
ແຕ່ນັ້ນເປັນເຫດ ຜົນເບົາ ບາງ ຊື່ໆ, ສຳຄັນໄປກວ່ານັ້ນ ກໍເພາະວ່າໃນປັດຈຸບັນຄໍລຳວິຈານ, ຄໍລຳໃຫ້ຂໍ້ຄິດສະກິດ ໃຈນັ້ນມີໃຫ້ອ່ານບໍ່ອຶດບໍ່ຢາກ.
ຢູ່ໜັງສືພິມລາວພັດທະ ນາເອງກໍມີຄໍລຳ “ກູດມໍນິງ” (Good Moning) ມີຄໍລຳ ຂອງກ້ອງສ່ອງອິດສະຫລະ, ທິດກ່ຳ ມຶກບໍ່ແຫ້ງ ແລະ ຜູ້ ອື່ນໆ ເຊິ່ງຖືໄດ້ວ່າເປັນພວກ ດ່ຽວກັບ ຄໍລຳບັນຫາ ຈານ ແຫຍ່. ຈານແຫຍ່ເອງໄດ້ແຕ່ ຊົມໃນໃຈງຽບໆທີ່ໜັງສືພິມ ລາວພັດທະນາ ເຮັດໄດ້ສົມ ຊື່ວ່າ “ພັດທະນາ” ໂດຍສະ ເພາະແມ່ນການພັດທະນາ ສີສັນ ແລະ ຄວາມຫລາກ ຫລາຍດ້ານເນື້ອໃນຂອງ ໜັງສືພິມ.
ຫວ່າງສອງສາມວັນ ຜ່ານມາມີນັກຂຽນໜຸ່ມໄຟ ແຮງຈຳນວນໜຶ່ງໄປພົບ ຈານແຫຍ່ ຢູ່ເຮືອນແລ້ວກໍ ຍິງຄຳຖາມ. ອອກໃຫ້ຕອບ ໂຈດວ່າ ເຮັດແນວໃດຈະຂຽນ ເລື່ອງວິຈານເພື່ອບໍ່ໃຫ້ຄົນ ຄຽດ? ມັນເປັນຄຳຖາມທີ່ ຈານແຫຍ່ ກໍມືດປານເອົາ ມືອັດຕາສອງເບື້ອງໄວ້ເພາະ ເທົ່າທີ່ຂຽນມາ (ໃນຄໍລຳບັນ ຫາຈານແຫຍ່ ແລະ ອື່ນໆ) ນັ້ນຕົນເອງບໍ່ເຄີຍຄິດວ່າ ເປັນການວິຈານເລີຍພຽງ ແຕ່ເວົ້າຄວາມຈິງທີ່ເຫັນ ແລະ ເປັນໄປໃນສັງຄົມລາວ ແລະ ຢູ່ຕ່າງປະເທດ.
ໃນສະພາບຈົນຕາແຈ ຕໍ່ຄຳຖາມລັກສະນະໝັດຈໍ້ ຄືແນວນີ້ ກໍເລີຍບອກໄປກົງໆ ວ່າຂໍໃຫ້ອ່ານກົດໝາຍວ່າ ດ້ວຍສື່ມວນຊົນຈົບແລ້ວຈຶ່ງມາຖາມໃໝ່ເພາະທຸກສິ່ງທຸກ ຢ່າງມີຢູ່ໃນກົດໝາຍນີ້ແລ້ວ ມັນພຽງພໍທີ່ຈະພັດທະນາ ວຽກງານສື່ໃຫ້ກ້າວໄກໄປ ທັນ ໂລກຂໍພຽງແຕ່ອ່ານ, ເຂົ້າໃຈ ເຊື່ອມຊຶມແລ້ວເອົາມາປະຕິບັດຢ່າງຈິງຈັງຕັ້ງໜ້າ.
ມີບາງຄົນມັກຈະເວົ້າ ອວດອ້າງເລື່ອງກົດໝາຍ ສະບັບນີ້ແຕ່ເວລາຖືກເຈາະ ຈິ້ມຄັກໆພັດຄາຈ້ອງພ້ອງ.
ນອກຈາກຂຽນ ແລະ ປະ ຕິບັດຕາມກົດໝາຍແລ້ວກໍ ຍັງຕ້ອງເຂົ້າໃຈຄ່ານິຍົມໃນ ສັງຄົມລາວ, ຮູ້ຕ່ຳຮູ້ສູງຈະຜ່າ ວົງລ້ອມຄອງເດີມພຽງໄລຍະຂ້າມຄືນກໍຄົງເປັນໄປບໍ່ໄດ້.
ຍົກຕົວຢ່າງຢູ່ບາງປະ ເທດເຂົາສາມາດຫລິ້ນກັບ ເຄື່ອງໝາຍຊາດໄດ້ບໍ່ຜິດ ເຊັ່ນວັນທຸງຊາດ (Flag Day) ພວກເຂົາກໍສາມາດ ນຸ່ງສະລິບ, ເສື້ອອ້ອງເປັນຮູບທຸງຊາດ, ໃສ່ຖົງຕີນ, ເກີບສີ ທຸງຊາດ, ໃຊ້ປອກຄໍໝາເປັນ ຮູບທຸງຊາດ ແລະ ອື່ນໆ, ພວກ ເຂົາອາດເອົາຮູບທຳນຽບປະທານາທິບໍດີ ຫລື ສະຖານທີ່ ອະນຸສອນສະຖານຕ່າງໆ ເປັນ ສາກຮູບເງົາຫລື ລະຄອນ ເຊິ່ງ ຖືກທຳລາຍຢ່າງຍອຍຫຍັບ ຈາກອັກຄີໄພ ຫລື ຈາກນ້ຳມື ກຸ່ມໂຈນ ແລ້ວຢູ່ບ້ານເຮົາເຮັດ ແນວນີ້ໄດ້ບໍ່? ເຫັນລະຕີຫວ່າງ ປີກ່ອນໆວົງການບັນເທີງ (ລະຄອນ) ຂອງຕ່າງປະເທດ ໄດ້ເອົາຮູບອະນຸສາວະລີປະຕູໄຊ ພວກເຮົາໄປເປັນສາກ ທີ່ຖືກທຳລາຍຈາກອະຄີໄພ ຈົນເຮັດໃຫ້ຄົນລາວທັງປະ ເທດໂກດແຄ້ນແໜ້ນໃຈ ແລະ ກ່າວປະນາມການກະທຳດັ່ງກ່າວໝົດໄສ້ໝົດພຸງ.
ແນວໃດກໍດີແນວທາງ ຂອງພັກ-ລັດ ຕໍ່ສື່ມວນຊົນນັ້ນ ບໍ່ແຂງກະດ້າງຕາຍຕົວ, ພວກເຮົາເຈົ້າຂອງປາກກາຕ້ອງຮູ້ກາລະເທສະ, ກ່ອນອ່ືນຕ້ອງປະຕິບັດຕາມກົດໝາຍສື່ມວນຊົນຢ່າງປະດິດສ້າງກົດໝາຍບໍ່ໄດ້ສ້າງບັນຫາມີແຕ່ບັນຫາ ລະເມີດກົດໝາຍຫັ້ນລະເຮັດ ໃຫ້ກົດໝາຍບໍ່ມີຜົນສັກສິດ!