ນະຄອນຫລວງເຂັ້ມງວດປະຕິບັດລະບຽບແກ້ໄຂບັນຫາການສັນຈອນແອອັດ

- No More Right Turns On Traffic Lights Lao Police - ນະຄອນຫລວງເຂັ້ມງວດປະຕິບັດລະບຽບແກ້ໄຂບັນຫາການສັນຈອນແອອັດ
- kitchen vibe - ນະຄອນຫລວງເຂັ້ມງວດປະຕິບັດລະບຽບແກ້ໄຂບັນຫາການສັນຈອນແອອັດ

ທ່ານຫົວໜ້າພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ພັນໂທ ຢຸດຕະພົງ ສຸວັນນະສິງ ໃຫ້ຮູ້ວ່າ: ປັດຈຸບັນສະພາບການສັນຈອນໃນຕົວເມືອງເຫັນວ່າມີຄວາມແອອັດສັບສົນຫລາຍສົມຄວນ, ໂດຍສະເພາະແມ່ນຊົ່ວໂມງຮີບດ່ວນໃນເວລາເຂົ້າການເລີກການແມ່ນມີສະພາບການສັນຈອນແອອັດໜາແໜ້ນໃນຫລາຍເສັ້ນທາງຄື: ຖະໜົນໄກສອນ, ລ້ານຊ້າງ, ຫລວງພະບາງ, ທາດຫລວງ, ສຸພານຸວົງ, ເຕສອງ, ຄອມເຊັນເຕີ, ດົງປາຍນາ ແລະ ເສັ້ນທາງອື່ນໆ, ເຊິ່ງສາເຫດຕົ້ນຕໍແມ່ນພາຫະນະມີຈໍານວນເພີ່ມຂຶ້ນຢ່າງໄວວາ, ເສັ້ນທາງສ່ວນຫລາຍຄັບແຄບ, ການຈອດລົດຊະຊາຍ ແລະ ອື່ນໆ, ອັນໄດ້ເຮັດໃຫ້ການສັນຈອນເຄື່ອນຕົວໄດ້ຊ້າ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດຜ່ອນລົງເຈົ້າໜ້າທີ່ຈະລາຈອນນະຄອນຫລວງໄດ້ສົມທົບກັບເຈົ້າໜ້າທີ່ຈະລາຈອນແຕ່ລະເມືອງ, ໂດຍສະເພາະ 4-5 ເມືອງໃນເທດສະບານນະຄອນຫລວງ, ເພື່ອສຸມກໍາລັງປະຕິບັດໜ້າທີ່ລະບາຍການສັນຈອນ ກໍຄືການຈັດສັນຄວາມເປັນລະບຽບຮຽບຮ້ອຍ ເປັນຕົ້ນ: ການລະບາຍລົດຕາມຈຸດ 3 ແຍກ 4 ແຍກຕ່າງໆ ແລະ ໄປຄຽງຄູ່ກັບການຈັດສັນຄວາມເປັນລະບຽບຕາມເສັ້ນທາງສາຍຫລັກ ຄື: ຖະໜົນຫລວງພະບາງແຕ່ 3 ແຍກສີໄຄຫາໄຟອຳນາດຫລັກ1, ຖະໜົນເສດຖາທິລາດແຕ່ 4 ແຍກໄຟອຳນາດຫລັກ1 ຫາ 4 ແຍກໄຟອຳນາດທາດຂາວ, ຖະໜົນສາມແສນໄທແຕ່ທາດຂາວຫາຫລັກ2, ຖະໜົນລ້ານຊ້າງແຕ່ສໍານັກງານປະທານປະເທດຫາປະຕູໄຊ ແລະ ຖະໜົນໄກສອນ, ເຊິ່ງເປັນເສັ້ນທາງທີ່ເຈົ້າໜ້າທີ່ຕ້ອງເອົາໃຈໃສ່ຈັດສັນຄວາມເປັນລະບຽບຢ່າງເຂັ້ມງວດ ເພື່ອບໍ່ໃຫ້ມີສະພາບຈອດລົດແບບຊະຊາຍໃນຕົວເມືອງ ແລະ ເມື່ອພົບເຫັນຜູ້ລະເມີດກໍຕ້ອງໄດ້ດໍາເນີນມາດຕະການນັບແຕ່ຂັ້ນຕັກເຕືອນສຶກສາອົບຮົມ, ລ໋ອກຕີນລົດ ແລະ ມາດຕະການອື່ນໆຕາມກໍລະນີໜັກເບົາ, ທັງນີ້ກໍເພື່ອເຮັດໃຫ້ນັກຂັບຂີ່ມີຄວາມເຂົ້າໃຈ ແລະ ເຄົາລົບກົດລະບຽບຈະລາຈອນຢ່າງເຂັ້ມງວດ. ນອກຈາກນີ້ຍັງເພີ່ມທະວີວຽກງານໂຄສະນາ, ເຜີຍແຜ່ລະບຽບກົດໝາຍຈະລາຈອນທາງບົກຕາມສະຖາບັນການສຶກສາ, ສໍານັກງານອົງການ, ໂຮງຈັກໂຮງງານ ເພື່ອແນໃສ່ໃຫ້ສັງຄົມກໍຄຶຜູ້ໃຊ້ລົດໃຊ້ຖະໜົນມີຄວາມເຂົ້າໃຈຫລາຍຂຶ້ນໃນການຂັບຂີ່ທີ່ຖືກຕ້ອງປອດໄພ ເປັນຕົ້ນ: ຕ້ອງມີເອກະສານຖືກຕ້ອງຄົບຖ້ວນ, ເມົາແລ້ວບໍ່ຂັບລົດ, ບໍ່ຂັບລົດໄວ, ບໍ່ລ່ວງໄຟອໍານາດ, ປ້າຍຫ້າມ ແລະ ລະເມີດກົດຈະລາຈອນຕ່າງໆທີ່ຈະພາໃຫ້ເກີດອຸປະຕິເຫດຕາມມາ.

- 3 - ນະຄອນຫລວງເຂັ້ມງວດປະຕິບັດລະບຽບແກ້ໄຂບັນຫາການສັນຈອນແອອັດ
- Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງເຂັ້ມງວດປະຕິບັດລະບຽບແກ້ໄຂບັນຫາການສັນຈອນແອອັດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!