ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ

- hand over - ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ
- kitchen vibe - ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ

 

- hand over 1024x572 - ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ
ຂ່າບ-ພາບ : ຫນັງສືພິມ ປກສ

ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ໄດ້ສົ່ງມອບລົດໃຫຍ່ຍີຫໍ້ເກຍໂຊເຣນໂຕສີປອນເທົາ ແລະ ຍີຫໍ້ວູລິງຄືນໃຫ້ເຈົ້າຂອງເດີມ, ພາຍຫລັງເຈົ້າໜ້າທີ່ສາມາດຕິດຕາມຈັບຄົນຮ້າຍລັກລົດສອງຄັນດັ່ງກ່າວມາໄດ້ເມື່ອບໍ່ດົນມານີ້ຄື: ທ້າວ ພອນສະຫວັນ (ເຕີ່ງ) ອາຍຸ 28 ປີຢູ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ ແລະ ທ້າວ ສີຖາວອນ (ຫຳ) ອາຍຸ 25 ປີຢູ່ບ້ານຈອມເພັດເໜືອ, ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ.

- Visit Laos Visit SALANA BOUTIQUE HOTEL - ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ພວກກ່ຽວຮັບສາລະພາບວ່າ: ໄດ້ຮ່ວມກັນລັກລົດໃຫຍ່ດັ່ງກ່າວແທ້, ໂດຍລົດເກຍເຊລາໂຕແມ່ນລັກໄດ້ຢູ່ເຂດບ້ານທາດຫລວງໃຕ້, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ. ສ່ວນລົດວູລິງແມ່ນລັກໄດ້ຢູ່ເຂດບ້ານສີຊົມຊື່ນ, ເມືອງສີໂຄດຕະບອງໃນກ່ອນໜ້ານັ້ນ, ໂດຍເອົາມາເຊື່ອງໄວ້ຢູ່ຫ້ອງເຊົ່າທີ່ບ້ານຮ່ອງໄກ່ແກ້ວ, ເມືອງຈັນທະບູລີ ເພື່ອກຽມນໍາໄປຂາຍ ແລະ ເມື່ອທ້າຍປີ 2016 ຜ່ານມາພວກກ່ຽວຍັງໄດ້ຮ່ວມກັນລັກລົດກະບະຍີ່ຫໍ້ໂຕໂຍຕ້າວີໂກ້ສີປອນທອງຢູ່ເຂດບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງ ແລະ ລັກຊັບອື່ນໆຂອງພົນລະເມືອງແລ້ວນໍາໄປຂາຍເອົາເງິນມາປັນກັນ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນຂະນະເຂົ້າກວດຄົ້ນຫ້ອງເຊົ່າພວກກ່ຽວຍັງພົບເຫັນຢາບ້າເກືອບ 300 ເມັດ, ຈຶ່ງໄດ້ຍືດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

 

- 4 - ຕໍາຫລວດເມືອງສີໂຄດຕະບອງມອບລົດໃຫຍ່ໃຫ້ເຈົ້າຂອງເດີມ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!