ຮ້ານເຄື່ອງປະດັບລາວຊະນະລາງວັນອອກແບບດີເດ່ັນເປັນຄັ້ງທຳອິດ


ໃນປີ 2018 ນີ້, ທາງ AIDA Lao jewelry ກໍຄື ຮ້ານຄໍາ ສີຫອມ ມີສຸກ SMJ ໄດ້ຮັບຄັດເລືອກເປັນຜູ້ຊະນະລາງວັນ GOOD DESIGN AWARD 2018 ຊຶ່ງຈັດຂຶ້ນ ໂດຍສະມາຄົມສົ່ງເສີມການອອກແບບແຫ່ງປະເທດຍີ່ປຸ່ນ.
ໃນວັນທີ 25 ທັນວານີ້, ທ່ານ ວິໄລສັກ ສຸລິຈັນ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຮ້ານຄໍາ ສີຫອມ ມີສຸກ SMJ ແລະ AIDA Lao jewelry ທັງ ເປັນຮອງປະທານສະມາຄົມ ອັນຍະມະນີ ແລະ ເຄື່ອງປະດັບ ລາວໄດ້ໃຫ້ ສໍາພາດວ່າ: ໃນ ຕົ້ນປີ 2018 ທາງ AIDA Lao jewelry ກໍຄືຮ້ານຄໍາ ສີຫອມ ມີສຸກ SMJ ໄດ້ສົ່ງ ເຄື່ອງປະດັບເຂົ້າປະກວດຢູ່ປະເທດຍີ່ປຸ່ນ, ຊຶ່ງບໍ່ສະເພາະແຕ່ຍີ່ ປຸ່ນ ແຕ່ເປັນລະດັບອາຊຽນ ແລະ ທົ່ວໂລກເຂົ້າຮ່ວມ, ຊຶ່ງໃນນັ້ນ, ລາວໄດ້ຖືກຄັດເລືອກເປັນຜູ້ຊະນະໃນສາຂາຮູບແບບຂອງການເຮັດທຸລະກິດ (ໃນລາງວັນອອກແບບເຄື່ອງປະດັບລະດັບສາກົນ ປະຈໍາປີ 2018) ແລະ ເປັນຜູ້ທໍາອິດຂອງລາວ. ທ່ານ ວິໄລສັກ ໃຫ້ ຮູ້ວ່າ: ເຄື່ອງປະດັບທີ່ໄດ້ຮັບລາງວັນດັ່ງກ່າວ, ເປັນຊຸດປະດັບກາຍ ຄື: ສາຍຄໍ ແລະ ຕຸ່ມຫູ ຊຶ່ງຕົນເປັນຜູ້ອອກແບບທັງໝົດ, ໂດຍໄດ້ອອກແບບເປັນລວດລາຍດອກຈໍາປາປະຍຸກ, ໂຕເຮືອນເປັນຄໍາຂາວອີຕາລີ ມາປະຍຸກກັບເພັດສັງເຄາະ. ສ່ວນເຫດຜົນທີ່ອອກແບບເປັນດອກຈໍາປາກໍເພາະ ດອກຈໍາປາເປັນດອກໄມ້ປະຈໍາຊາດຂອງລາວ ເພື່ອໃຫ້ສາກົນໄດ້ເບິ່ງເຫັນຄວາມງົດງາມຂອງດອກຈໍາປາ ແລະ ເມື່ອເຫັນແລ້ວກໍຈະຮູ້ໄດ້ວ່ານີ້ແມ່ນຂອງລາວ.


ທ່ານ ວິໄລສັກ ສຸລິຈັນ ກ່າວຕື່ມວ່າ: ລາງວັນດັ່ງກ່າວ, ຊຶ່ງເປັນການຢັ້ງຢືນໃຫ້ເຫັນວ່າ ການອອກແບບ ແລະ ການຜະ ລິດຂອງລາວເຮົາສາມາດ ແຂ່ງຂັນໃນເວທີສາກົນໄດ້ ເຖິງວ່າຈະເປັນປະເທດທີ່ນ້ອຍກໍຕາມ ແລະ ຂ້າພະເຈົ້າເຊື່ອວ່າຄົນລາວເປັນຄົນທີ່ມີຄວາມຮູ້ຄວາມສາມາດ ແຕ່ອາດຂາດໂອກາດທີ່ຈະໄດ້ສະແດງຄວາມສາມາດໃນເວທີສາກົນ, ນີ້ອາດຈະເປັນຈຸດເລີ່ມຕົ້ນນ້ອຍໆໃຫ້ຜູ້ປະກອບການຂອງລາວ ທີ່ຄິດຈະແຂ່ງຂັນກັບປະເທດອື່ນໆພຽງແຕ່ມີການເນັ້ນດ້ານຄຸນນະພາບ, ຂັ້ນຕອນການຜະລິດ ແລະ ທີ່ສໍາຄັນຄືຄອນເຊັບຕ້ອງມີຄວາມແຈ່ມແຈ້ງ.
ໃນໂອກາດສົ່ງທ້າຍປີ ເກົ່າຕ້ອນຮັບປີໃໝ່ ທາງ AIDA Lao jewelry ກໍຄື ຮ້ານຄໍາ ສີຫອມ ມີສຸກ ຂໍອວຍພອນມາຍັງລູກຄ້າ ແລະ ຜູ້ທີ່ຈະ ເປັນລູກຄ້າໃນອະນາຄົດ, ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດທຸກໜ້າທີ່ວຽກງານຂອງຕົນ ແລະ ສົມຫວັງທຸກປະການ.
ສຸດທ້າຍນີ້ຂໍອະຍຸຍາດ ຝາກຮ້ານຄໍາ ສີຫອມ ມີສຸກ SMJ ທີ່ມີຄອນເຊັບວ່າ “ one stop Shopping “ ຄືມາບ່ອນດຽວມີຄົບທຸກຢ່າງເລື່ອງເຄື່ອງປະດັບເປັນຕົ້ນແມ່ນເຄື່ອງ ປະດັບຄໍແທ້ 99.99, ເພັດແທ້, ຄໍາ ຝຣັ່ງ, ຄໍາ Italy18K, ໂມງ ແລະ ອື່ນໆ. ບໍ່ພຽງແຕ່ເທົ່ານັ້ນ, ຍັງບໍ່ບໍລິການໃຫ້ຜ່ອນຄໍາເພື່ອເປັນທາງເລືອກທີ່ອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງພວກເຮົາ.