9 ສິ່ງທີ່ທ່ານສາມາດຂໍໄດ້ລ້າໆເທິງເຮືອບິນ


ປັດຈຸບັນໃຜໆກໍສາມາດໃຊ້ບໍລິການເຮືອບິນໄດ້ ເພາະມີສາຍການບິນຫລາຍລະດັບເປີດໃຫ້ບໍລິການເພີ່ມຫລາຍຂຶ້ນ ທັງຍັງເປັນ ຍານພາຫະນະທີ່ປອດໄພທີ່ສຸດ ເຮັດໃຫ້ຫລາຍຄົນຫັນມາໃຊ້ບໍລິການເຮືອບິນນັບມື້ນັບຫລາຍຂຶ້ນ.
ການໃຊ້ບໍລິການເທິງເຮືອບິນ ຈະມີສາວແອ ແລະ ບ່າວແອ ຄອຍໃຫ້ຄຳແນະນຳອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ຮູ້ຫລືບໍ່ວ່າມີບາງສິ່ງທີ່ເຮົາສາມາດຂໍຮັບບໍລິການໄດ້ຟຣີໆ, ແຕ່ທັງນີ້ກໍຂຶ້ນກັບກົດລະບຽບຂອງບາງສາຍການບິນ ເຊິ່ງກໍມີດັ່ງນີ້ :
1. ທົວຫ້ອງໂດຍສານ ທ່ານສາມາດຂໍຮັບຊົມ ຫລື ເຂົ້າເບິ່ງໄດ້.
2. ນຳ້ອັດລົມ, ໂຊດາ ຫລື ນຳ້ກະປ໋ອງຕ່າງໆ.
3. ອຸປະກອນໃນການປະຖົມພະຍາບານເບື້ອງຕົ້ນ.
4. ອາຫານວ່າງ ຫລື ເຂົ້າໜົມກິນຫລິ້ນເທິງເຮືອບິນ.
5. ເຄື່ອງດື່ມອານກໍຮໍ.
6. ເອື້ອຍລ້ຽງເດັກຊົ່ວຄາວ.
7. ຄຳແນະນຳໃນການທ່ອງທ່ຽວ.
8. ຄວາມບັນເທີງຕ່າງໆ.
9. ເຄື່ອງທີ່ລະນຶກບາງຢ່າງປະຈຳສາຍການບິນດັ່ງກ່າວ.
ທີ່ກ່າວມານີ້ເປັນບາງສິ່ງທີ່ທ່ານສາມາດຂໍໄດ້ເທິງເຮືອບິນໂດຍບໍ່ເສຍຄ່າ ເຊິ່ງທັງນີ້ກໍມີບາງສິ່ງທີ່ທາງສາຍການບິນກຳນົດໄວ້ ຫາກທ່ານຢາກຮູ້ວ່າແຕ່ລະສາຍການບິນສາມາດຂໍຮັບບໍລິການໃດໄດ້ແດ່ໂດຍບໍ່ເສຍຄ່າທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້.