ນະຄອນຫລວງວຽງຈັນ ເລັ່ງດຶງດູດນັກທ່ອງທ່ຽວ ໃຫ້ໄດ້ຫລາຍຂຶ້ນ


ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງ ວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາ ປະຊາຊົນນະ ຄອນຫຼວງວຽງຈັນຊຸດທີ 1 ເມື່ອຜ່ານມານີ້ວ່າ:
ໃນໜຶ່ງປີຜ່ານມາ ໄດ້ເອົາໃຈໃສ່ປຸກລະດົມພາກ ເອກະຊົນໃຫ້ມີການພັດທະ ນາກິດຈະກຳການທ່ອງທ່ຽວເປັນຕົ້ນແມ່ນລາຍການລາ ຕີວຽງ, ທ່ອງທ່ຽວທຳມະ ຊາດລ່ອງງຶ່ມ, ເຂດຕີນພູເຂົາ ຄວາຍສາຍນ້ຳປຽນ, ການ ສຳມະນາ ແລະ ຈັດກິດຈະ ກຳດຶງດູດການທ່ອງທ່ຽວໄດ້ ເກືອບບັນລຸຕາມເປົ້າໝາຍ, ພ້ອມດຽວກັນນັ້ນກໍໄດ້ສຳເລັດການປະຕິສັງຂອນແຫຼ່ງທ່ອງທ່ຽວທາງວັດ ທະນະທຳເຊັ່ນພະທາດ ຫຼວງວຽງຈັນ, ຫໍພະແກ້ວ, ວັດອົງຕື້ ແລະ ວັດວາອາຮາມແຫ່ງອື່ນໆ.
ສຳລັບປີ 2019 ນີ້, ຈະ ສູ້ຊົນດຶງດູດນັກທ່ອງທ່ຽວ ໃຫ້ໄດ້ເພີ່ມຂຶ້ນຈາກ 1,7 ລ້ານເປັນ 2 ລ້ານເທື່ອຄົນ. ໂດຍຈະປັບປຸງນະໂຍບາຍ ການທ່ອງທ່ຽວ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ກົດໜ່ວງວຽກງານການທ່ອງທ່ຽວໃນໄລຍະຜ່ານມາ ເພື່ອອຳນວຍຄວາມສະ ດວກໃຫ້ກັບ ບໍລິສັດ ແລະ ນັກທ່ອງທ່ຽວໃຫ້ດີຂຶ້ນກວ່າເກົ່າ/.

