ທະນາຄານແຫ່ງ ສປປ ລາວ ເຕືອນສັງຄົມ ມີສະຕິລະວັງເງິນໃບ 50 ພັນ ແລະ ແສນກີບປອມແຜ່ລະບາດຫລາຍ


ທະນາຄານແຫ່ງ ສປປ ລາວ ໄດ້ອອກແຈ້ງການເຕືອນສັງຄົມໃຫ້ມີສິຕິລະວັງຕົວໃນການຮັບຈ່າຍເງິນກີບ, ຫລັງຈາກພົບວ່າປັດຈຸບັນໄດ້ມີຄົນບໍ່ດີໄດ້ລັກປອມແປງເງິນປະເພດໃບ 50.000 ແລະ 100.000 ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ. ດັ່ງນັ້ນ ກ່ອນຈະຮັບ-ຈ່າຍ ເງິນປະເພດໃບດັ່ງກ່າວ ຄວນກວດເບິ່ງໃຫ້ລະອຽດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ນໍາໃຊ້ເງິນປອມແປງດັ່ງກ່າວ. ໃນໂອກາດນີ້, ທະນາຄານແຫ່ງ ສປປ ລາວ ແນະນໍາວິທີສັງເກດເງິນແທ້ຂັ້ນພື້ນງ່າຍໆຄື: ເງິນແທ້ແມ່ນຕົວເລກມູນຄ່າເງິນຈະນູນເມື່ອລູບຈະສະດຸດມື, ຮູບລາຍນໍ້າປະທານ ໄກສອນ ພົມວິຫານ ເມື່ອສ່ອງໃສ່ແສງສະຫວ່າງຈຶ່ງເຫັນຊັດເຈນ ແລະ ເມື່ອສ່ອງໃສ່ແສງໄຟສີມ່ວງຕົວເລກມູນຄ່າເງິນ, ຮູບທາດຫລວງ, ເຄື່ອງໝາຍຊາດ, ຕົວໜັງສື ສປປ ລາວ, ເສັ້ນໄຍສັງເຄາະສີຟ້າ ແລະ ສີແດງ ຈະເຮືອງແສງ.
ທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ການປອມແປງທະນະບັດ (ເງິນ) ແມ່ນຜິດຕໍ່ມາດຕາ 63 ຂອງກົດໝາຍອາຍາ, ໂດຍລະບຸແຈ້ງຄື: ບຸກຄົນໃດຫາກໃຊ້ເຄື່ອງພີມ ຫລື ໃຊ້ວິທີການອື່ນປອມແປງເງິນທະນາຄານ, ເງິນຕາຕ່າງປະເທດ ຫລື ນໍາເງິນປອມຈາກຕ່າງປະເທດເຂົ້າມາຈໍາໜ່າຍຢູ່ ສປປ ລາວ ຈະຖືກລົງໂທດຕັດອິດສະຫລະພາບແຕ່ 5-10 ປີ, ປັບໄໝແຕ່ 10-150 ລ້ານກີບ. ກໍລະນີກະທໍາຜິດໂດຍມີການຈັດຕັ້ງ ແລະ ມີມູນຄ່າເປັນຈໍານວນຫລວງ ຫລາຍຈະຖືກລົງໂທດຕັດອິດສະຫລະພາບແຕ່ 10-20 ປີ, ປັບໄໝແຕ່ 20-300 ລ້ານກີບ ແລະ ຖ້າພົບເຫັນເງິນປອມໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ ຫລື ທະນາຄານຕ່າງໆ ເພື່ອລົງແກ້ໄຂໄດ້ທັນເວລາ.