ມາເລເຊຍ ທັບມ້າງ ອາຊະຍາກຳຄ້າສັດປ່າ
![ມາເລເຊຍ ທັບມ້າງ ອາຊະຍາກຳຄ້າສັດປ່າ - 754147 - ມາເລເຊຍ ທັບມ້າງ ອາຊະຍາກຳຄ້າສັດປ່າ ມາເລເຊຍ ທັບມ້າງ ອາຊະຍາກຳຄ້າສັດປ່າ - 754147 - ມາເລເຊຍ ທັບມ້າງ ອາຊະຍາກຳຄ້າສັດປ່າ](https://www.laophattananews.com/wp-content/uploads/2018/12/754147.jpg)
ໂດຍ: ວິເສດ ສະແຫວງສຶກສາ
ເຊັ່ນດຽວກັບບົດທີ່ຫລາຍທ່ານອາດໄດ້ອ່ານມາແລ້ວ, ຄໍລຳ “ເບິ່ງກວ້າງເຫັນໄກ” ນີ້ເຮັດໜ້າທີ່ສັງລວມເອົາບາງບົດຮຽນທີ່ເປັນປະໂຫຍດດ້ານການຄຸ້ມຄອງລັດຄຸ້ມ ຄອງສັງຄົມ, ມາດຕະການ ທາງກົດໝາຍກໍຄືນະໂຍບາຍຕ່າງໆ ທີ່ປະຕິບັດກັນຢູ່ບາງປະເທດ.
ສຳລັບວັນນີ້, ຂໍຊວນບັນດາທ່ານໄປເບິ່ງບາງບົດຮຽນ ຢູ່ມາເລເຊຍ. ເລື່ອງທີ່ໜຶ່ງກໍ ແມ່ນຂ່າວກ່ຽວກັບເຈົ້າໜ້າທີ່ ຕຳຫລວດມາເລເຊຍ ທັບມ້າງ ການລັກລອບນຳເຂົ້າສັດປ່າ ທີ່ຫວງຫ້າມຈາກປະເທດອິນໂດເນເຊຍ.
ໂດຍໄດ້ຢຶດສັດ ຈຳນວນ 400 ໂຕ ເຊິ່ງລວມມີລູກລີງ ໂອຣັງອຸຕັງ (0rangutang) ລູກແຂ້, ນົກພັນຫາຍາກ ແລະ ອື່ນໆ. ຜູ້ລັກລອບນຳເຂົ້າສັດ ປ່າ ເຊິ່ງເປັນຄົນ ອິນໂດເນເຊຍ 3 ຄົນນັ້ນ ຖືກຈັບກຸມພ້ອມ ດ້ວຍຂອງກາງ.
ຂ່າວບອກວ່າເຮືອບັນ ທຸກສັດປ່າເຫລົ່ານີ້ອອກມາ ຈາກເກາະຊຸມາຕຼາ, ອິນໂດ ເນເຊຍ, ຕອນກາງຄືນຜ່ານ ຊ່ອງແຄບ ມາລາກາ ຂອງ ມາເລເຊຍ ສູ່ປະເທດໄທທີ່ເປັນ ປະເທດປາຍທາງ. ແຕ່ໂຊກບໍ່ເຂົ້າຂ້າງຄົນເຮັດຜິດ.
ໂດຍອາໄສຂ່າວລັບກ່ຽວກັບເຮືອລຳດັ່ງກ່າວ, ເຈົ້າໜ້າທີ່ຕຳຫລວດພາສີ ມາເລເຊຍ ຈິ່ງສາມາດສະກັດກັ້ນການລັກລອບຄ້າສັດປ່າຄັ້ງນີ້ໄດ້, ຜູ້ກະທຳຜິດທັງສາມຖືກສານຕັດສິນຖານໄດ້ລະເມີດກົດໝາຍ ວ່າດ້ວຍສັດປ່າ ເຊິ່ງໄດ້ກຳນົດໂທດ ຈຳຄຸກສູງສຸດ 10 ປີ.
ທາງການ ມາເລເຊຍ ໄດ້ດຳເນີນການກວາດລ້າງພວກຄ້າສັດປ່າ ເປັນປະຈຳ ແຕ່ບໍ່ເຄີຍພົບຄະດີໃຫຍ່ລະ ດັບນີ້ຈັກເທື່ອ. ໃນເດືອນ ມິຖຸນາ ປີ 2017, ເຈົ້າໜ້າທີ່ ໄທສາມາດຈັບຊາຍມາເລເຊຍ ທີ່ພະຍາຍາມລັກລອບ ລູກລີງ ໂອຣັງອຸຕັງ ສອງໂຕ ແລະ ສັດປະເພດອື່ນໆ ອີກ 60 ໂຕ ເຂົ້າໄປໄທ.
ປະເທດລາວພວກເຮົາມີຊາຍແດນດິນຕໍ່ແຜ່ນກັບ 5 ປະເທດ ດັ່ງນັ້ນ ຖ້າບໍ່ມີມາດ ຕະການເດັດຂາດ ແລະ ສັກສິດແລ້ວກໍອາດຈະກາຍເປັນປະເທດທາງຜ່ານສຳລັບການລັກລອບຄ້າສັດປ່າ.
ເລື່ອງຕໍ່ໄປແມ່ນກ່ຽວ ກັບແຜນຂອງທາງການມາ ເລເຊຍ ທີ່ຈະເລີ່ມເກັບຄ່າ ຖົງປະລາສະຕິກ ທີ່ລູກຄ້າ ໃຊ້ບັນຈຸສິ່ງຂອງຕາມຮ້ານ ສັບພະສິນຄ້າ ແລະ ຮ້ານອາຫານ ໃຫຍ່ໆ ເຊິ່ງຄາດວ່າຈະ ເລີ່ມປະຕິບັດນັບແຕ່ ປີ 2019ໄປ. ແຜນການທີ່ວ່ານີ້ ຖືກ ເປີດ ເຜີຍໂດຍ ທ່ານ ຢຽວ ບີ ຢິນ (Yeo Bee Yin)ລັດຖະມົນຕີກະຊວງພະລັງງານ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ.
ນອກຈາກຖົງປະລາສະຕິກແລ້ວຍັງຈະມີການຫ້າມ ໃຊ້ທໍ່ດູດທີ່ເຮັດດ້ວຍຢາງ ຕາມຮ້ານອາຫານຕ່າງໆ. ທໍ່ ດູດນັ້ນເຮັດດ້ວຍຢາງທີ່ໜຽວ ແລະ ທົນທານກວ່າ, ຍາກທີ່ ຈະແປຮູບເພື່ອນຳມາໃຊ້ໃໝ່ ໄດ້. ຖົງຢາງທີ່ຈະມີການເກັບ ຄ່ານັ້ນ ຈະເນັ້ນປະເພດໃຊ້ເທື່ອດຽວ ແລະ ຖິ້ມໂລດ.
ສຸດທ້າຍແມ່ນຂ່າວກ່ຽວກັບຄວາມພະຍາຍາມຂອງທາງການມາເລເຊຍໃນການ ຈອດຊ່ອງຫວ່າງຫລຸດໂຕນ ດ້ານລາຍຮັບຂອງພົນລະເມືອງ. ຂ່າວຈາກໜັງສືພິມວຽງຈັນທາມ ສະບັບວັນທີ 17 ຕຸລາ ປີນີ້ ໃຫ້ຮູ້ວ່າ ຊ່ອງຫວ່າງລາຍຮັບລະຫວ່າງ ຊາວມາເລເຊຍ ທີ່ຮັ່ງມີຈຳ ນວນ 20% ກັບສ່ວນເຫລືອ ອີກ 80% ນັ້ນຫລຸດໂຕນກັນ ເກືອບເທົ່າຕົວໃນປັດຈຸບັນ.
ສະຖິຕິປີ 2016 ຊີ້ບອກ ວ່າຄົວເຮືອນທີ່ມີລາຍຮັບ ຕ່ຳກວ່າ 2.000 ຣິງກິດ/ ເດືອນ (ເທົ່າກັບ 663 ໂດລາ ສະຫະລັດ) ນັ້ນ ໄດ້ຈ່າຍເງິນ ລາຍຮັບຈຳນວນ 94,8% ສຳລັບຊື້ເຄື່ອງບໍລິໂພກ, ສ່ວນຄົວເຮືອນທີ່ມີລາຍ ຮັບສູງກວ່າ 15.000 ຣິງກິດ/ເດືອນນັ້ນ ພັດໄດ້ຈ່າຍ ພຽງ 45% ຂອງລາຍຮັບ ສຳລັບເຄື່ອງບໍລິໂພກ.
ມາເລເຊຍ ໄດ້ວາງເປົ້າ ໝາຍໃຫ້ກາຍເປັນປະເທດ ອຸດສະຫະກຳ ຂະຫຍາຍໂຕ ພາຍໃນປີ 2030 ດັ່ງນັ້ນ ຈິ່ງຖືສຳຄັນຄວາມສົມດູນ ດ້ານລາຍຮັບ-ລາຍຈ່າຍ ຂອງຄົວເຮືອນບໍ່ແມ່ນຈະ ແລ່ນ ແລະ ພູມໃຈນຳແຕ່ ຕົວເລກ “ສະເລ່ຍຕໍ່ຫົວຄົນ” ມັນຕ້ອງເປັນຕົວເລກ ໃສ່ປາກໃສ່ທ້ອງຄົນຕົວຈິງອີ່ຫລີ./.