ເມືອງຄູນ ເມືອງແຫ່ງອະລິຍະທຳເກົ່າແກ່ ຂອງແຂວງຊຽງຂວາງ
ເມືອງຄູນ ຢູ່ຫ່າງຈາກ ຕົວເມືອງໂພນສະຫວັນ (ເມືອງແປກ) ແຂວງຊຽງ ຂວາງໄປທາງທິດເໜືອປະ ມານ 30 ກິໂລແມັດ, ເປັນ ເມືອງ ທີ່ເກົ່າແກ່ແຫ່ງໜຶ່ງ ໃນລາວເຮົາ ທີ່ຕັ້ງຢູ່ທາງ ພາກເໜືອ; ເມືອງນີ້ມີຊື່ສຽງ ໂດ່ງດັ່ງໄປທົ່ວໂລກ ເນື່ອງຈາກເປັນເມືອງທີ່ ມີ ຮ່ອງຮອຍປະຫວັດສາດ ເກົ່າແກ່ ແລະ ເຄີຍມີກະສັດປົກຄອງມາແລ້ວເຖິງ 23 ພະອົງ. ນອກນີ້, ເມືອງຄູນ ຍັງເຄີຍເປັນອານາຈັກ ຫລື ແຄວ້ນໜຶ່ງທີ່ເຄີຍຍິ່ງໃຫຍ່ໃນສະໄໝກ່ອນ, ໂດຍ ເຈົ້າຟ້າງຸ່ມ ໄດ້ລວບ ລວມລາວ ໃນກາງສະຕະວັດທີ 14 ແລະ ເປັນເມືອງທີ່ມີຮ່ອງຮອຍວັດທະນະທຳບູຮານຢ່າງຫລວງຫລາຍ, ມີຕຳນານພົງສາວະດານສືບຕໍ່ກັນມາແຕ່ດົນນານ.
ມາຮອດປັດຈຸບັນ, ສິ່ງ ທີ່ເປັນຮ່ອງຮອຍອະລິຍະທຳທີ່ເກົ່າແກ່ຍັງປະໄວ້ເປັນ ອະນຸສອນສະຖານກໍຄືວັດ ເພຍວັດ, ທາດຝຸ່ນ, ທາດ ຈອມເພັດ, ວັດສີພົມ, ທາດ ດຳ ແລະ ຊາກຮ່ອງຮອຍ ຂອງໂຮງໝໍເກົ່າອື່ນໆອີກ! ດັ່ງທານປະທານແນວໂຮມ ບ້ານເພຍວັດ ໃຫ້ຮູ້ວ່າ: ວັດເພຍວັດຕັ້ງຢູ່ໃຈກາງ ຂອງເມືອງຄູນ, ເປັນວັດທີ່ ສ້າງຕັ້ງຂຶ້ນກ່ອນໝູ່ໝົດ ໃນດິນແດນຂອງເມືອງ ພວນ; ຄື: ໃນປີ ຈສ 744 ໄລ່ ມາຮອດປັດຈຸບັນ ແມ່ນມີອາຍຸ 687 ປີແລ້ວ. ວັດເພຍວັດຈຶ່ງເປັນບ່ອນຮ່ຳຮຽນ ຂອງພະສົງສາມະເນນໃນ ຍຸກນັ້ນ. ຕົກມາຮອດຊຸມປີ ຄສ 1874, ສົງຄາມພາຍ ນອກໄດ້ເຂົ້າມາມ້າງເພທຳ ລາຍ (ເສິກຫໍ້) ເຊິ່ງພວກ ເຂົາໄດ້ຕັດແຂນພະເຈົ້າອົງຕື້ເບື້ອງຊາຍອອກເພື່ອຊອກ ຫາໂລຫະທີ່ມີຄ່າ, ແຕ່ສິມຍັງບໍ່ຖືກທຳລາຍ.
ມາຮອດປີ ຄສ 1953, ໄດ້ຖືກສົງຄາມຂອງຈັກ ກະພັດຝຣັ່ງທໍາ ລາຍສິມ ແລະ ພະພຸດທະຮູບ ເພພັງຢ່າງໜັກ. ຕໍ່ມາຮອດປີ ຄສ 1954 ເຈົ້າສຸດທະກຸມມານ (ເຈົ້າຊາຍຄຳ) ເປັນ ເຈົ້າປົກຄອງເມືອງພວນ ໄດ້ນຳພາປະຊາຊົນຊາວ ເມືອງພວນປະຕິສັງຂອນວັດ ແລະ ສິມຄືນໃໝ່, ເຮັດ ໃຫ້ມີຄວາມສວຍງາມຄືກັນ ກັບສະໄໝກ່ອນ. ມາຮອດປີ ຄສ 1969, ໄດ້ຖືກສົງຄາມ ຂອງຈັກກະພັດອາເມລິກາ ທຳລາຍຈົນໝົດກ້ຽງ ເຊິ່ງຍັງເຫຼືອພຽງແຕ່ພະພຸດທະຮູບທີ່ ສະຖິດຕາກແດດ-ຕາກຝົນຢູ່ຫລາຍຟ້າຫລາຍປີ ໃຫ້ເຮົາໄດ້ເບິ່ງຈົນເຖິງທຸກວັນນີ້.
ວັດເພຍວັດໄດ້ປັບປຸງ ບູລະນະປະຕິສັງຂອນຄືນໃໝ່ ເພື່ອປົກປັກຮັກສາຄວາມ ສວຍງາມຂອງພະພຸດທະ ຮູບ ແລະ ສິມເກົ່າເອົາໄວ້. ນອກຈາກນີ້, ຍັງມີອີກສິ່ງໜຶ່ງ ທີ່ຈຳເປັນຫຼາຍ ເຊິ່ງຈະຕ້ອງ ໄດ້ຮັບການແກ້ໄຂເຊັ່ນ: ບ່ອນ ຈອດລົດ ຂອງນັກທ່ອງທ່ຽວ ແລະ ປະຊາຊົນທີ່ມາເຮັດ ບຸນສິນກິນທານຢູ່ວັດແຫ່ງນີ້.
ນອກຈາກນີ້, ຍັງມີທາດ ຝຸ່ນທີ່ຕັ້ງຢູ່ໃຈກາງຂອງເມືອງຄູນ ເຊິ່ງມີປະຫວັດອັນຍາວນານ ຄືໃນປີ ຈສ 307 ໄດ້ປະ ດິດສະຖານທາດນ້ອຍ (ທາດ ທີ່ຢູ່ທາງໃນ). ຕໍ່ມາພະພຸດ ທະເຈົ້າຢູ່ອິນເດຍກໍໄດ້ປະຣິນິພານ, ປະຊາຊົນຈຶ່ງໄດ້ພາ ກັນຈູດເຜົາສົບຂອງພະພຸດ ທະເຈົ້າ, ແລ້ວໄດ້ປະກາດໃຫ້ ຜູ້ຄົນທົ່ວໂລກທີ່ນັບຖືສາສະໜາພຸດມາເອົາກະດູກ ຂອງພະພຸດທະເຈົ້າໄປບູຊາ ໂດຍການສ້າງທາດໃສ່. ແຕ່ ຊາວຊຽງຂວາງຜັດໄປຊ້າ ເລີຍໄດ້ແຕ່ຝຸ່ນຈຶ່ງໄດ້ນຳມາ ເກັບໄວ້ ທາດດັ່ງກ່າວ ໂດຍ ການສ້າງກວມເອົາທາດ ເກົ່າໃຫ້ໃຫຍ່ໂຕກວ່າແຕ່ ກ່ອນ ເຊິ່ງກະສັດເມືອງພວນອົງທີ 24 ເປັນຜູ້ສັ່ງໃຫ້ກໍ່ສ້າງຂຶ້ນ.
ນອກນັ້ນ, ທ່ານຍັງເປັນ ຜູ້ທີ່ນຳເອົາສາສະໜາພຸດ ເຂົ້າມາເມືອງພວນ ແລະ ນັບ ແຕ່ນັ້ນມາ ໃນທຸກໆປີໃໝ່ ລາວ, ຊາວເມືອງພວນກໍໄດ້ ພາກັນມາຫົດນ້ຳສົງພະ ແລະ ອວຍພອນເຊິ່ງກັນ ແລະ ກັນຢູ່ທາດແຫ່ງນີ້. ຈົນມາຮອດປີ, ຄສ 1874 ທາດ ດັ່ງກ່າວໄດ້ຖືກສົງຄາມເສິກ ຫໍ້ທຳລາຍ ເພື່ອຂຸດຄົ້ນເອົາ ເງິນຄຳທີ່ມີຄ່າອັນເຮັດໃຫ້ທາດເພພັງ ແລະ ຊຸດໂຊມ ລົງຕໍ່ມາຮອດສະໄໝ ເຈົ້າ ແຂວງ ຊາຍຄຳ ເປັນເຈົ້າແຜ່ນ ດິນເມືອງພວນ ໄດ້ນຳພາປະຊາຊົນປົວແປງຄືນໃໝ່, ແຕ່ມາຮອດປີ ຄສ 1969 ພັດຖືກສົງຄາມຂອງຈັກກະພັດອາເມລິກາທຳລາຍຊຸດ ໂຊມລົງອີກ ຄືດັ່ງທີ່ເຮົາເຫັນ ໃນທຸກວັນນີ້./.