ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ

ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ - walking marathon - ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ
ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ - kitchen vibe - ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ

    ຍ່າງເພື່ອສຸຂະພາບ ເພື່ອສະເຫລີມສະຫລອງວັນສ້າງຕັ້ງ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ຄົບຮອບ 60 ປີ (1958-2018) ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້, ຢູ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະອະທິການບໍດີ ສູນສະຖາບັນ, ໂຮງຮຽນ, ໂຮງໝໍຕ່າງໆ ພ້້ອມດ້ວຍມວນຊົນໃນນະຄອນຫຼວງວຽງຈັນເຂົ້າຮ່ວມຢ່າງຟົດຟື້ນ.

    ຮອງອະທິການບໍດີ ມະຫາວິທະຍາໄລດັ່ງກ່າວໃຫ້ຮູ້ວ່າ: ມະຫາວິທະຍາໄລແຫ່ງນີ້ ເປັນສູນການສຶກສາແພດທີ່ເກົ່າແກ່ຂອງລາວ, ຊຶ່ງແຕ່ລະປີສາມາດສ້າງພະນັກງານແພດໝໍອອກຮັບໃຊ້ປະເທດນັບຫຼາຍຮ້ອຍ, ຖ້າໄລ່ມາຮອດປັດຈຸບັນກໍຈະມີປະມານ 19.000 ກວ່າຄົນແລ້ວ ໃນ 59 ຫຼັກສູດດ້ວຍກັນ, ໃນນັ້ນ, ຊັ້ນກາງ ມີ 14 ຫຼັກສູດ ຄື: ທັນຕະແພດ, ເພສັຊສາດ, ວິເຄາະການແພດ, ກາຍະບໍາບັດ, ເຕັກນິກລັງສີຮູບພາບ, ແພດທົ່ວໄປ, ພະຍາບານ, ພະດຸງຄັນ, ພະດຸງຄັນຊຸມຊົນ, ຄຸ້ມຄອງອານະໄມ, ພະຍາບານເຕັກນິກ, ພະຍາບານເຕັກນິກຕໍ່ເນື່ອງ ແລະ ຊ່າງອົງຄະທຽມ, ສໍາລັບອານຸປະລິນຍາ (ຊັ້ນສູງ) ມີ 13 ຫຼັກສູດ ຄື: ພະຍາບານ, ພະຍາບານຕໍ່ເນື່ອງ, ສາທາລະນະສຸກສາດ, ສາທາລະນະສຸກສາດຕໍ່ເນື່ອງ, ພະດຸງຄັນສາຍກົງ, ພະດຸງຄັນຕໍ່ເນື່ອງ, ກາຍະບໍາບັດສາຍກົງ, ກາຍະບໍາບັດຕໍ່ເນື່ອງ, ເຕັກນິກລັງສີຮູບພາບ, ອົງຄະທຽມ, ວິເຄາະການແພດສາຍກົງ ແລະ ວິເຄາະການແພດຕໍ່ເນື່ອງ, ສ່ວນລະບົບປະລິນຍາຕີ ມີ 10 ຫຼັກສູດ ຄື: ການແພດ, ເພສັຊສາດ, ທັນຕະແພດສາດ, ວິເຄາະການແພດສາຍກົງ, ວິເຄາະການແພດຕໍ່ເນື່ອງ, ກາຍະບໍາບັດສາຍກົງ, ພະຍາບານສາຍກົງ, ພະຍາບານຕໍ່ເນື່ອງ, ພະຍາບານສາດວາງຢາສະຫຼົບຟື້ນຟູຊີບຕໍ່ເນື່ອງ ແລະ ພະດຸງຄັນສາຍກົງ ແລະ ລະບົບປະລິນຍາໂທ ມີ 9 ຫຼັກສູດຄື: ທັນຕະແພດສາດ, ບໍລິຫານສາທາລະນະສຸກສາດ ແລະ ບໍລິຫານສາທາລະນະສຸກສາດນອກໂມງການ, ພ້ອມນັ້ນກໍມີຂັ້ນຊ່ຽວຊານ ຂັ້ນໜຶ່ງມີ: ສັນລະຍາສາດ, ອາຍຸລະສາດ, ກຸມານເວດສາດ, ສຸຕິນາລີເວດສາດ, ເວດສາດຄອບຄົວ, ວາງຢາສະຫຼົບຟື້ນຟູຊີບ, ປະສາດວິທະຍາ, ຈັກຂຸວິທະຍາ, ລັງສີ ແລະ ຮູບພາບ ແລະ ຊີວະວິທະຍາການແພດ ແລະ ຊ່ຽວຊານຂັ້ນ 2 ມີ 9 ຫຼັກສູດ ຄື: ຫົວໃຈເສັ້ນເລືອດ, ກະເພາະລໍາໄສ້, ປະດົງຄໍ່, ພະຍາດເລືອດ, ຕ່ອມຂັບຍ່ອຍໃນ, ຊຶ່ມເຊື້ອເດັກ ແລະ ພະຍາດເລືອດໃນເດັກ. ຕະຫຼອດໄລຍະ 60 ປີຜ່ານມາ,  ໄດ້ເຮັດໃຫ້ມະຫາວິທະຍາໄລແຫ່ງນີ້ໄດ້ຮັບການພັດທະນາກ້າວໜ້າ ແລະ ທັນສະໄໝ.

ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ - Visit Laos Visit SALANA BOUTIQUE HOTEL - ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ
ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ - 4 - ຍ່າງເພື່ອສຸຂະພາບ ສະຫຼອງມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄົບຮອບ 60 ປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!