ຜູ້​ຄ້າ​ຢາ​ເສບ​ຕິດ​ຂ້າມຊາດ​ຖືກ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ

- Untitled 1 copy 5 - ຜູ້​ຄ້າ​ຢາ​ເສບ​ຕິດ​ຂ້າມຊາດ​ຖືກ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ
- kitchen vibe - ຜູ້​ຄ້າ​ຢາ​ເສບ​ຕິດ​ຂ້າມຊາດ​ຖືກ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ

      ​ເຈົ້າໜ້າ​ທີ່​​ສະກັດ​ກັ້ນ ​ແລະ ຕ້ານ​ຢາ​ເສບ​ຕິດ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ກຳລັງ​ເຈົ້າໜ້າ​ທີ່ຂອງ​ຕົນ​ສາມາດ​ກັກ​ຕົວ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່ ຊື່​ທ້າວ ຈັນ​ສະໝອນ ອາຍຸ 38 ປີ ຢູ່​ບ້ານ​ໂພນ​​ເຄັງ ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ພ້ອມ​ຂອງ​ກາງ​ຢາ​ເສບ​ຕິດ​ປະ​ເພດ​ຢາ​ໄອ ມີນ້ຳໜັກ 8 ກິ​ໂລ ​ໂດຍ​ຜູ້ກ່ຽວ​ຖືກ​ກັກ​ໂຕ​ໃນ​ລະຫວ່າງ​ເອົາ​ຢາ​ເສບ​ຕິດ​ດັ່ງກ່າວ​ໄປ​ຝາກ​ຢູ່​ບໍລິ​ສັດ​ດີ​ເຮັສ​ແອ​ລ (DHL) ​ເພື່ອ​ສົ່ງ​ໄປ​ໃຫ້​ລູກ​ຄ້າ​ສັ່ງ​ຊື້ຢູ່​ປະ​ເທດ​ຟີ​ລິບ​ປິນ ຈຶ່ງ​ໄດ້​ຢຶດ​ໄວ້​ເປັນ​ຫລັກ​ຖານ ​ເພື່ອ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

      ​ເຈົ້າໜ້າ​ທີ່​ໃຫ້​ຮູ້​ວ່າ: ​ໄດ້​ຕິດຕາມ​ການ​ເຄື່ອນ​ໄຫວ​ຂອງ​ທ້າວ ຈັນ​ສະໝອນ ມາ​ດົນ​ແລ້ວ, ກ່ອນ​ນຳ​ກຳລັງ​ເຂົ້າຈັບ​ຕົວ​ພ້ອມ​ຂອງ​ກາງຄັ້ງນີ້, ພ້ອມ​ທັງ​ຈະ​ຂະຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນການ ​ເພື່ອ​ນຳ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

      ສປປ ລາວ ​ເອົາ​ໃຈ​ໃສ່​ຕ້ານ ​ແລະ ສະກັດ​ກັ້ນຢາ​ເສບ​ຕິດ​ຢ່າງ​ເຂັ້ມງວດ ​ເຊິ່ງ​ໃນ​ກົດໝາຍ​ອາຍາ​ມາດຕາ 146 ​ໄດ້​ລະບຸ​ວ່າ: ບຸກຄົນ​ໃດ​ຫາກ​ຜະລິດ, ປຸງ​ແຕ່ງ, ມີ​ໄວ້​ຄອບ​ຄອງ, ຄ້າຂາຍ, ຈຳໜ່າຍ, ນຳ​ເຂົ້າ-ສົ່ງ​ອອກ, ຂົນ​ສົ່ງ​ຢາ​ອີ, ຢາ​ບ້າ ຫລື ວັດຖຸ​ອອກ​ລິດ​ຕໍ່​ປະສາດ​ອື່ນໆ​ຜ່ານ ສປປ ລາວ ນ້ຳໜັກ​ເກີນ 3 ກິ​ໂລ ​ແມ່ນ​ຈະ​ຖືກ​ລົງ​ໂທດ​ປະຫານ​ຊີວິດ.

- 5 - ຜູ້​ຄ້າ​ຢາ​ເສບ​ຕິດ​ຂ້າມຊາດ​ຖືກ​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!