ລາວອະນຸມັດດິນ ໃຫ້ບໍລິສັດພັດທະ ນາກະສິກຳລາວ-ຍີ່ປຸ່ນ ປູກຫຍ້າ-ລ້ຽງງົວ

- Laos Japan cow farm at xiengkhuang - ລາວອະນຸມັດດິນ ໃຫ້ບໍລິສັດພັດທະ ນາກະສິກຳລາວ-ຍີ່ປຸ່ນ ປູກຫຍ້າ-ລ້ຽງງົວ
- kitchen vibe - ລາວອະນຸມັດດິນ ໃຫ້ບໍລິສັດພັດທະ ນາກະສິກຳລາວ-ຍີ່ປຸ່ນ ປູກຫຍ້າ-ລ້ຽງງົວ

      ລັດຖະບານ ລາວ ໄດ້ອະນຸມັດ ເນື້ອທີ່ດິນລັດ ຈຳນວນ 3.552 ເຮັກຕາ ໃຫ້ບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ ຈຳກັດຜູ້ດຽວ ເພື່ອຂະຫຍາຍເນື້ອທີປູກຫຍ້າ, ລ້ຽງງົວ, ສ້າງໂຮງງານຂ້າສັດ ແລະ ຜະລິດນົມງົວ ຢູ່ເຂດເມືອງແປກ,​ ເມືອງຜາໄຊ ແລະ ເມືອງພູກູດ ແຂວງຊຽງຂວາງ, ເຊິ່ງພິທີເຊັນສັນຍາສຳປະທານທີ່ດິນດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 20 ທັນວານີ້ ຢູ່ນະຄອນຫລວງວຽງຈັນ, ລະ​ຫວ່າງ ທ່ານ ສຸພັນ ແກ້ວມີໄຊ ລັດຖະ ມົນຕີ ກະຊວງແຜນການ ແລະ ການລົງທຶນ, ໂດຍມີ ທ່ານ ຄຳພັນ ນັນທະວົງ ຫົວໜ້າຫ້ອງການ ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ບຸນໄອ່ ໜູນວນນະວົງ ຮອງຫົວໜ້າຫ້ອງ ການ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ບົວເງິນ ຫຸມໄຊຍະພົມ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຮ່ວມເຊັນເປັນພິຍານ ກັບບໍລິສັດພັດທະນາກະສິກຳ ລາວ-ຍີ່ປຸ່ນ ຊຽງຂວາງ, ຕາງໜ້າເຊັນໂດຍ ທ່ານ IMORI DAIJI ອຳນວຍການບໍລິສັດ ໂດຍມີທ່ານ ຄຳແພງ ວົງຂັນຕິ ສະມາຊິກສະພາບໍລິຫານບໍລິສັດ ແລະ ທ່ານ TRINH QUOC DUNG ສະມາຊິກສະພາບໍລິຫານບໍລິສັດ ວີນາມິ້ວ (VINA MILK) ຮ່ວມເຊັນເປັນສັກຂີພິຍານ.

ບໍລິສັດພັດທະນາກະສິກຳລາວ-ຍີ່ປຸ່ນ ຊຽງຂວາງ ສ້າງຕັ້ງຂຶ້ນ ໃນກາງປີ 2015 ຢູ່ແຂວງຊຽງຂວາງ, ໂດຍມີຈຸດປະສົງ ເພື່ອພັດທະນາການປູກຝັງ-ລ້ຽງສັດ ຢູ່ ສປປ ລາວ ເວົ້າລວມເວົ້າສະເພາະແມ່ນຢູ່ແຂວງຊຽງຂວາງ ເພື່ອຜະລິດເປັນສິນຄ້າຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ, ພາຍ ຫລັງ ບໍລິສັດໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ສຳປະທານເນື້ອທີດິນປອກໂລ້ນ ຈຳນວນ 500 ເຮັກຕາ ຢູ່ແຂວງຊຽງຂວາງ ເພື່ອພັດທະນາທີ່ດິນສຳລັບປູກຫຍ້າ, ລ້ຽງສັດ. ມາຮອດທ້າຍປີ 2015 ບໍລິສັດໄດ້ນຳງົວແມ່ພັນ ຈຳນວນ 900 ໂຕ, ໃນນັ້ນ, ງົວນົມ 250 ໂຕ ຈາກປະເທດອົດສະຕາລີ ໂດຍຂົນສົ່ງທາງເຮືອບິນ ຈຳນວນ 3 ລຳ. ມາຮອດປັດຈຸບັນ ບໍສິສັດ ມີງົວທັງໝົດ 1.500 ໂຕ ຄຽງຄູ່ກັບບໍລິສັດ ມີການຂະຫຍາຍຕົວ ແລະ ເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບດັ່ງກ່າວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ຂະຫຍາຍເນື້ອທີ່ດິນ ເພື່ອປູກຫຍ້າລ້ຽງສັດ ໃຫ້ໄດ້ຕາມຄາດໃນຕໍ່ໜ້າ.

- Visit Laos Visit SALANA BOUTIQUE HOTEL - ລາວອະນຸມັດດິນ ໃຫ້ບໍລິສັດພັດທະ ນາກະສິກຳລາວ-ຍີ່ປຸ່ນ ປູກຫຍ້າ-ລ້ຽງງົວ
- 4 - ລາວອະນຸມັດດິນ ໃຫ້ບໍລິສັດພັດທະ ນາກະສິກຳລາວ-ຍີ່ປຸ່ນ ປູກຫຍ້າ-ລ້ຽງງົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!