ອາເມລິກາ ແລະ ສ.ເກົາຫລີ ຕົກລົງສົ່ງຢາ ຕ້ານໄວຣັສໄຂ້ຫວັດໃຫຍ່ຊ່ວຍ ສປປ ເກົາຫລີ

- 1545379183693 960x0 - ອາເມລິກາ ແລະ ສ.ເກົາຫລີ ຕົກລົງສົ່ງຢາ ຕ້ານໄວຣັສໄຂ້ຫວັດໃຫຍ່ຊ່ວຍ ສປປ ເກົາຫລີ
- kitchen vibe - ອາເມລິກາ ແລະ ສ.ເກົາຫລີ ຕົກລົງສົ່ງຢາ ຕ້ານໄວຣັສໄຂ້ຫວັດໃຫຍ່ຊ່ວຍ ສປປ ເກົາຫລີ

      ຜູ້​ແທນ​ເຈລະຈາ​ນິວ​ເຄຼຍ ສ.​ເກົາຫລີ ຖະ​ແຫລ​ງ​ໃນ​ວັນ​ທີ 21 ທັນວາ​ວ່າ: ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫລີ ຕົກລົງ​ເຫັນ​ພ້ອມ​ໃນ​ການ​ຊ່ວຍ​ຈັດ​ສົ່ງ​ຢາ​ຕ້ານ​ໄວຣັສ​ໄຂ້ຫວັດ​ໃຫຍ່​ໃຫ້ ສປປ ​ເກົາຫລີ, ພາຍຫລັງ​ອາ​ເມ​ລິ​ກາ ​ຖະ​ແຫລ​ງຈະ​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ທ່າ​ກາງ​ການ​ເຈລະຈາ​ນິວ​ເຄຼຍທີ່​ຢຸດ​ສະ​ງັກກັບ ສປປ ​ເກົາຫລີ.

      ທ່ານ ລີ ​ໂດ​ຮຸນ ຜູ້​ແທນ​ເຈລະຈາ ສ.​ເກົາຫລີ ກ່າວ​ວ່າ: ອາ​ເມ​ລິ​ກາ​ຕົກລົງ​ວ່າ​ຈະ​ສະໜັບ​ສະ​ໜູນ​ແຜນການ​ຂອງ ສ.​ເກົາຫລີ ​ໃນ​ການຈັດ​ສົ່ງ​ຢາ​ທາ​ມິ​ຟລູ​ໃຫ້ ສປປ ​ເກົາຫລີ ພາຍຫລັງ​ໄດ້​ເຈລະຈາ​ກັບ​ທ່ານ ສະຕີ​ເຟນ ບີ​ກັນ ຜູ້​ແທນ​ເຈລະຈາ​ຂອງ​ອາ​ເມ​ລິ​ກາ ລະຫວ່າງ​ການ​ຢ້ຽມ​ຢາມ​ນະຄອນຫລວງ​ເຊ​ອຸນ. ທ່ານ ບີ​ກັນ ຜູ້​ແທນ​ພິ​ເສດ​ອາ​ເມ​ລິ​ກາ​ດ້ານ ສປປ ​ເກົາຫລີ ບອກ​ວ່າ: ການ​ດຳ​ເນີນ​ການ​ດັ່ງກ່າວ​ມີ​ຈຸດປະສົງ ​ເພື່ອ​ລິ​ເລີ່​ມນະ​ໂຍບາຍ​ການ​ທູດ​ນິວ​ເຄຼຍລະຫວ່າງ​ອາ​ເມ​ລິ​ກາ​ກັບ ສປປ ​ເກົາຫລີ, ​ເຖິງ​ວ່າ​ທັງ​ສອງ​ຝ່າຍ​ຍັງ​ປະສົບ​ບັນຫາ​ໃນ​ການ​ເຈລະຈາ​ທີ່​ຍັງ​ບໍ່​ຄືບ​ໜ້າ. ຜູ້​ແທນ​ເຈລະຈາ​ອາ​ເມ​ລິ​ກາ ​ແລະ ສ.​ເກົາຫລີ ​ໄດ້​ຈັດການ​ເຈລະຈາ​ລະດັບ​ໜ່ວຍ​ງານ​ຢູ່​ນະຄອນຫລວງ​ເຊ​ອຸນທີ່​ແຕ່ງຕັ້ງຂຶ້ນ​ໃນ​ເດືອນ​ຜ່ານ​ມາ ​ເພື່ອ​ສົ່ງ​ເສີມ​ນະ​ໂຍບາຍ​ປະສານ​ກັບ ສປປ ​ເກົາຫລີ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາ ແລະ ສ.ເກົາຫລີ ຕົກລົງສົ່ງຢາ ຕ້ານໄວຣັສໄຂ້ຫວັດໃຫຍ່ຊ່ວຍ ສປປ ເກົາຫລີ
- 3 - ອາເມລິກາ ແລະ ສ.ເກົາຫລີ ຕົກລົງສົ່ງຢາ ຕ້ານໄວຣັສໄຂ້ຫວັດໃຫຍ່ຊ່ວຍ ສປປ ເກົາຫລີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!