ຈຸກແໜ້ນ, ເອື້ອມຕະຫລອດ, ຂົມໃນຮູຄໍ ລະວັງເປັນກົດໄຫລຍ້ອນ

- 021312 2018 - ຈຸກແໜ້ນ, ເອື້ອມຕະຫລອດ, ຂົມໃນຮູຄໍ ລະວັງເປັນກົດໄຫລຍ້ອນ
- kitchen vibe - ຈຸກແໜ້ນ, ເອື້ອມຕະຫລອດ, ຂົມໃນຮູຄໍ ລະວັງເປັນກົດໄຫລຍ້ອນ


     ໃຜທີ່ມັກກິນອາຫານຕອນເດິກ ແລ້ວເຂົ້ານອນທັນທີ ຫລື ຄົນທີ່ມັກດື່ມອານກໍຮໍ, ນຳ້ອັດລົມເປັນປະຈຳ ຫາກມີອາການຈຸກແໜ້ນ, ປວດແສບອອກຮ້ອນໜ້າເອິກ ອາດເປັນສັນຍານເຕືອນຂອງອາການກົດໄຫລຍ້ອນ. ນອກຈາກນີ້, ຍັງມີພຶດຕິກຳ ແລະ ອາການອື່ນໆທີ່ເປັນສັນຍານເຕືອນນຳອີກ.

- Visit Laos Visit SALANA BOUTIQUE HOTEL - ຈຸກແໜ້ນ, ເອື້ອມຕະຫລອດ, ຂົມໃນຮູຄໍ ລະວັງເປັນກົດໄຫລຍ້ອນ

     ກົດໄຫລຍ້ອນ ເປັນອາການທີ່ນຳ້ຍ່ອຍ ຫລື ກົດໃນກະເພາະອາຫານໄຫລຍ້ອນໄປຫາຫລອດອາຫານ ເນື່ອງຈາກຄວາມຜິດປົກກະຕິຂອງຫູຮູດຢູ່ປາຍຫລອດອາຫານ ທີ່ເຮັດໜ້າທີ່ປ້ອງກັນກົດໄຫລຍ້ອນຈາກກະເພາະອາຫານມີຄວາມດັນຂອງຫູຮູດຕໍ່າ ຫລື ເປີດຫລາຍເທື່ອກ່ວາໃນຄົນປົກກະຕິ.

     ຄວາມຜິດປົກກະຕິເຫລົ່ານີ້ອາດເກີດຈາກການດື່ມອານກໍຮໍ, ການສູບຢາ ແລະ ຢາບາງຊະນິດ ເຊັ່ນ : ຢາປິ່ນປົວພະຍາດຫອບຫືດບາງຊະນິດ, ຄວາມຜິດປົກກະຕິໃນການບີບໂຕຂອງຫລອດອາຫານ ເຮັດໃຫ້ອາຫານທີ່ກິນລົງຊ້າ ຫລື ອາຫານທີ່ໄຫລຍ້ອນຂຶ້ນມາຈາກກະເພາະອາຫານຄ້າງຢູ່ໃນຫລອດອາຫານດົນກ່ວາປົກກະຕິ,ຄວາມຜິດປົກກະຕິຂອງການບີບໂຕຂອງກະເພາະອາຫານ ເຮັດໃຫ້ອາຫານຄ້າງຢູ່ໃນກະເພາະອາຫານດົນກ່ວາປົກກະຕິ ເຮັດໃຫ້ເພີ່ມໂອກາດການໄຫລຍ້ອນຂອງກົດຈາກກະເພາະອາຫານມາສູ່ຫລອດອາຫານຫລາຍຂຶ້ນ, ອາຫານປະເພດໄຂມັນສູງ ແລະ ຊັອກໂກແລັດ ຈະເຮັດໃຫ້ກະເພາະອາຫານບີບໂຕຫລຸດລົງ.

     + ອາການຕ່າງໆຂອງກົດໄຫລຍ້ອນມີດັ່ງນີ້ :

     – ມີອາການແສບ ອອກຮ້ອນບໍລິເວນໜ້າເອິກ ເຊິ່ງຈະເປັນຫລາຍຫລັງຈາກກິນເຂົ້າຫລາຍໆ, ການກົ້ມໂຕໄປທາງໜ້າ, ການຍົກສິ່ງຂອງໜັກ, ການນອນຫງາຍ.

     – ມີນຳ້ລົດຊາດສົ້ມ ຫລື ຂົມໄຫລຍ້ອນຂຶ້ນມາໃນປາກ. ຄົນເປັນຈະມັກເອື້ອມ ແລະ ມີນຳ້ລົດຊາດສົ້ມ ຫລື ຂົມໄຫລຍ້ອນຂຶ້ນມາໃນປາກ ຈົນເຮັດໃຫ້ເກີດພະຍາດໃນຫລອດອາຫານຂຶ້ນ ໄດ້ແກ່ : ຫລອດອາຫານອັກເສບ, ມີເລືອດອອກຈາກຫລອດອາຫານ, ກືນອາຫານລຳບາກ.

     – ຍື່ງທ້ອງ, ແໜ້ນທ້ອງ, ປວດຮາກ ຮາກຫລັງກິນອາຫານແລ້ວ.

     – ເຈັບໜ້າເອິກ, ຈຸກຄ້າຍຄືມີຫຍັງຄາ ຫລື ຂັດຂວາງຢູ່ບໍລິເວນຄໍ ຕ້ອງພະຍາຍາມໄອອອກຕະຫລອດ.

     – ຫອບຫືດ, ໄອແຫ້ງໆ, ສຽງແຫບ, ເຈັບຄໍ ອາການເຫລົ່ານີ້ເກີດຈາກກົດທີ່ໄຫລຍ້ອນຂຶ້ນມາບໍລິເວນກ່ອງສຽງ ເຮັດໃຫ້ເກີດອາການກ່ອງສຽງອັກເສບ.

     – ໃນເດັກນ້ອຍ ອາການທີ່ຄວນຄິດເຖິງພະຍາດນີ້ໄດ້ແກ່ : ຮາກຕະຫລອດຫລັງດູດນົມ, ເລືອດຈາງ, ນຳ້ໜັກ ແລະ ການຈະເລີນເຕີບໃຫຍ່ບໍ່ສົມໄວ, ໄອຊຳ້ເຮື້ອ.

     – ຫອບຫືດໃນເວລາກາງຄືນ, ປອດອັກເສບຊຳ້ເຮື້ອ. ໃນເດັກບາງຄົນອາດມີບັນຫາການຢຸດຫາຍໃຈຂະນະຫລັບ.

     + ການປ້ອງກັນ ຫລື ຫລີກເວັ້ນ :

     – ຄວນກິນອາຫານໃຫ້ກົງເວລາ, ບໍ່ເຂົ້ານອນທັນທີຫລັງກິນອາຫານແລ້ວ ໂດຍຄວນປ່ອຍເວລາຫລັງກິນເຂົ້າແລງຢ່າງໜ້ອຍ 4 ຊົ່ວໂມງຈຶ່ງເຂົ້ານອນ, ຫລຸດການກິນອາຫານຈືນອົມນຳ້ມັນ ແລະ ອາຫານລົດຊາດເຜັດ ເຊັ່ນ : ເຜັດ – ສົ້ມ – ເຄັມ ຫລາຍເກີນໄປ, ຄວນງົດໝາກໄມ້ທີ່ມີຄວາມເປັນກົດ ເຊັ່ນ : ໝາກກ້ຽງ, ໝາກນາວ ແລະ ຜັກບາງຊະນິດ ເຊັ່ນ : ໝາກເລັ່ນ, ຫົວຜັກບົ່ວໃຫຍ່, ເຄື່ອງປຸງປະເພດເຄື່ອງອົບ, ພິກໄທ, ຫລີກເວັ້ນການດື່ມກາເຟ, ນຳ້ອັດລົມ, ກິນອາຫານເທື່ອລະໜ້ອຍໆ ແຕ່ກິນຫລາຍໆເທື່ອແທນ, ບໍ່ຄວນນຸ່ງເຄື່ອງທີ່ຮັດແໜ້ນຈົນເກີນໄປ ຈະເພີ່ມຄວາມດັນໃນຜົ້ງທ້ອງ ຫາກອາການຮຸນແຮງ ແພດຈະໃຫ້ກິນຢາຫລຸດກົດໃນກະເພາະອາຫານ, ການປັບລະດັບຫົວຕຽງໃຫ້ສູງຂຶ້ນກໍສາມາດຊ່ວຍຫລຸດຜ່ອນການເກີດກົດໄຫລຍ້ອນໄດ້ຄືກັນ.

- 3 - ຈຸກແໜ້ນ, ເອື້ອມຕະຫລອດ, ຂົມໃນຮູຄໍ ລະວັງເປັນກົດໄຫລຍ້ອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!