ລາວເອົາໃຈໃສ່ປ້ອງກັນພະຍາດສັດປີກສາຍພັນໃໝ່


ກອງປະຊຸມລະດັບພາກພຶ້ນການປະສານງານກ່ຽວກັບການປ້ອງກັນພະຍາດໄຂ້ຫວັດສັດປີກຕາມຈຸດຜ່ານແດນເຂົ້າ-ອອກ, ໄດ້ຈັດຂຶ້ນໃນວັນທີ 12 ທັນວາ ນີ້ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ຄໍລິນ ຄຣອດບີ ອຸປະທູດສະຫະລັດອາເມລິກາປະຈຳລາວ, ຜູ້ຕາງໜ້າອົງການອານາໄມໂລກປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມນຳດ້ວຍ.
ປັດຈຸບັນ, ທົ່ວໂລກພວມປະເຊີນກັບພະຍາດຕ່າງໆຄຸກຄາມຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ, ໂດຍສະເພາະພະຍາດໄຂ້ຫວັດຕາມລະດູການ ກໍ່ໃຫ້ເກີດການເຈັບເປັນ ແລະ ເສຍຊີວິດ, ຍິ່ງໄປກ່ວານັ້ນພະຍາດໄຂ້ຫວັດສັດປີກສາຍພັນຫລາຍຊະນິດ ກໍໄດ້ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ, ເຊິ່ງເຊື້ອໄວຣັດເຫລົ່ານີ້ໄດ້ວົນວຽນຢູ່ກັບສັດ, ໂດຍສະເພາະສັດປີກ ແລະ ສັດລ້ຽງລູກດ້ວຍນ້ຳນົມ ອັນກໍ່ໃຫ້ເກີດການຕິດເຊື້ອໃນຄົນ ແລະ ມີຄວາມສ່ຽງທີ່ຈະກາຍເປັນເຊື້ອພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້.
ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຜ່ານການສອບສວນຫາເຊື້ອໄວຣັດ H7N9 ພົບວ່າໄດ້ມີການລະບາດມາແລ້ວຫລາຍຄັ້ງນັບແຕ່ປີ 2013 ເປັນຕົ້ນມາ ເຊິ່ງສ່ວນໃຫຍ່ແມ່ນເກີດຂຶ້ນໃນພາກຕາເວັນອອກສຽງໃຕ້ຂອງຈີນ, ໃນນັ້ນແມ່ນມີລາຍງານກໍລະນີຕິດເຊື້ອໃນຄົນຢູ່ແຂວງຢຸນນານ, ທີ່ມີຊາຍແດນນຕິດກັບ ສປປ ລາວ, ເຊິ່ງມາຈາກການຄ້າຂາຍສັດປີກທັງແບບຖືກຕ້ອງຕາມລະບຽບກົດໝາຍ ຫລື ການຄ້າຂາຍເຖື່ອນ, ການເຄື່ອນຍ້າຍສັດປີກທີ່ມີການຕິດເຊື້ອ ລ້ວນແລ້ວແຕ່ເປັນຄວາມສ່ຽງໃນການແຜ່ເຊື້ອໄວຣັດ ແລະ ໃນໄລຍະຜ່ານມາຄືຊຸມປີ 2014-2015 ໄດ້ມີການລະບາດເຊື້ອໄຂ້ຫວັດສັດປີກໃນສັດສາຍພັນ H5N1 ແລະ H5N6 ຢູ່ແຂວງໄຊຍະບູລີ ແລະ ຫລວງພະບາງ, ໃນຕົ້ນປີ 2017 ກໍມີລາຍງານການລະບາດຂອງໄຂ້ຫວັດສັດປີກສາຍພັນ H5N1 ຢູ່ນະຄອນຫລວງວຽງຈັນ, ເຊກອງ ແລະ ໃນກາງປີນີ້ກໍມີການລະບາດຢູ່ແຂວງໄຊສົມບູນ ແລະ ແຂວງຈຳປາສັກ. ສະນັ້ນ, ກອງປະຊຸມຄັ້ງນີ້, ແມ່ນມີຄວາມສໍາຄັນເພື່ອແລກປ່ຽນບົດຮຽນໃນການຄວບຄຸມພະຍາດໄຂ້ຫວັດສັດປີກຕາມຈຸດຜ່ານແດນຂອງບັນດາປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ແລະ ການຕອບໂຕ້ຮ່ວມກັນໃຫ້ມີປະສິດທິຜົນສູງ.