ສອງເກົາຫລີກວດພິສູດ ປິດຈຸດກວດຕາມຊາຍແດນ

- 1544596864282 960x0 - ສອງເກົາຫລີກວດພິສູດ ປິດຈຸດກວດຕາມຊາຍແດນ
- kitchen vibe - ສອງເກົາຫລີກວດພິສູດ ປິດຈຸດກວດຕາມຊາຍແດນ

      ລັດຖະບານ ສ.​ເກົາຫລີ ຖະ​ແຫລ​ງວ່າ: ທະຫານ ສປປ ​ເກົາຫລີ ​ແລະ ສ.​ເກົາຫລີ ​ກວດ​ພິສູດ​ການ​ປິດ​ຈຸດ​ກວດ​ທາງ​ຊາຍ​ແດນ​ບໍລິ​ເວນ​​ເຂດ​ປອດ​ທະຫານ ​ໃນ​ວັນ​ທີ 12 ທັນວາ​ນີ້ ພາຍຫລັງ​ຄະນະ​ເຈົ້າໜ້າ​ທີ່​ສອງ​ຝ່າຍ​ເດີນ​ທາງ​ຂ້າມ​ແດນ​ລະຫວ່າງ​ກັນ​ຢ່າງ​ສັນຕິ​ເປັນຄັ້ງທຳ​ອິດ.

        ການ​ປິດ​ດ່ານ​ກວດ 20 ຈຸດ​ຕາມ​ຊາຍ​ແດນ​ທີ່​ມີ​ກຳລັງ​ຄຸ້ມ​ກັນ​ຢ່າງ​ໜາ​ແໜ້ນ​ເປັນ​ໜຶ່ງ​ໃນ​ແນວທາງ​ຕາມ​ຂໍ້​ຕົກລົງ​ຈາກ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ເດືອນ​ກັນຍາ ລະຫວ່າງ​ປະທານາທິບໍດີ ມຸນ ​ແຈ​ອິນ ຂອງ ສ.​ເກົາຫລີ ​​ແລະ ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ຢູ່​ນະຄອນຫລວງ​ພຽງ​ຢາງ ຕາມ​ແຜນ​ຊຸກຍູ້​ການ​ປອງ​ດອງ​ຢູ່​ແຫລມ​ເກົາຫລີ. ​​ໃນ​ເດືອນ​ພະຈິກ​ຜ່ານ​ມາ, ສອງ​ເກົາຫລີ​ໄດ້​ຮື້ຖອນ​ດ່ານ​ກວດ​ຕາມ​ຊາຍ​ແດນ​ໃນ​ເບື້ອງ ສປປ ​ເກົາຫລີ 10 ຈຸດ ​ແລະ ສ.​ເກົາຫລີ 10 ຈຸດ. ກະຊວງ​ປ້ອງ​ກັນ​ປະ​ເທດ ສ.​ເກົາຫລີ ຖະ​ແຫລ​ງ​ໃນ​ວັນ​ທີ 12 ທັນວາ​ວ່າ: ຄະນະ​ເຈົ້າໜ້າ​ທີ່ ສ.​ເກົາຫລີ ມີ​ກຳນົດ​ໄປ​ກວດ​ສອບ​ດ່ານ​ກວດ​ຝ່າຍ ສປປ ​ເກົາຫລີ ​ເພື່ອ​ພິສູດ​ການ​ຮື້ຖອນ​ຈຸດ​ກວດ ລວມທັງ​ອາວຸດ ​ແລະ ກຳລັງ​ທະຫານ​ອອກ​ທັງ​ໝົດ​ແລ້ວ, ສ່ວນ​ຄະນະ​ເຈົ້າໜ້າ​ທີ່​ກວດ​ສອບ​ຈາກ ສປປ ​ເກົາຫລີ ຈະ​ດຳ​ເນີນ​ການ​ໃນ​ແບບ​ດຽວ​ກັນ​ໃນ​ເບື້ອງ ສ.​ເກົາຫລີ.

- Visit Laos Visit SALANA BOUTIQUE HOTEL - ສອງເກົາຫລີກວດພິສູດ ປິດຈຸດກວດຕາມຊາຍແດນ
- 4 - ສອງເກົາຫລີກວດພິສູດ ປິດຈຸດກວດຕາມຊາຍແດນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!