ສະພາຟີລິບປິນອະນຸມັດຕໍ່ອາຍຸກົດ ໄອຍະການເສິກທາງໃຕ້ໄປເຖິງທ້າຍປີໜ້າ


ລັດຖະສະພາຟີລິບປິນອະນຸມັດໃຫ້ຕໍ່ອາຍຸກົດໄອຍະການເສິກຢູ່ເກາະມິນດາເນົາ ທາງໃຕ້ຂອງປະເທດໄປຈົນຮອດທ້າຍປີ 2019 ຕາມທີ່ປະທານາທິບໍດີອ້າງວ່າຕ້ອງຮັກສາມາດຕະການຮັກສາຄວາມປອດໄພເຂັ້ມງວດ ເພື່ອສະກັດກຸ່ມປໍລະປັກບໍ່ໃຫ້ລວມຕົວກັນໄດ້ອີກ.
ສະມາຊິກສະພາລົງມະຕິ 235 ຕໍ່ 28 ສຽງ ເຫັນພ້ອມໃຫ້ຕໍ່ອາຍຸປະກາດກົດໄອຍະການເສິກຢູ່ເກາະມິນດາເນົາໄປຈົນຮອດທ້າຍປີໜ້າ ເຊິ່ງຈະຄົບກຳນົດໃນທ້າຍປີນີ້ ເປັນການຕໍ່ອາຍຸຄັ້ງທີ 3 ນັບຈາກປະທານາທິບໍດີ ໂຣດຣິໂກ ດູເຕີເຕ ປະກາດໃຊ້ຄັ້ງທຳອິດໃນເດືອນພຶດສະພາ 2017 ເມື່ອກຸ່ມຕິດອາວຸດບຸກຢຶດເມືອງມາຣາວີ ສູ້ຮົບກັບກອງກຳລັງລັດຖະບານທີ່ໃຊ້ປະຕິບັດການຖະຫລົ່ມທັງທາງບົກ ແລະ ທາງອາກາດເປັນເວລາ 5 ເດືອນຈຶ່ງຢຸດຕິ.
ປະທານາທິບໍດີມີໜັງສືເຖິງສະພາໃນວັນທີ 6 ທັນວາ ຂໍໃຫ້ຕໍ່ອາຍຸກົດໄອຍະການເສິກ ໂດຍໃຫ້ເຫດຜົນວ່າ: ເພື່ອໃຫ້ສາມາດກວາດລ້າງກຸ່ມກໍ່ການຮ້າຍທີ່ຍັງດຳເນີນກິດຈະການອັນເປັນປໍລະປັກທ້າທາຍລັດຖະບານ ເພາະເຖິງວ່າກົດໄອຍະການເສິກເຮັດໃຫ້ມິນດາເນົາມີຄວາມສະຫງົບ ແລະ ຄວາມຮຽບຮ້ອຍຂຶ້ນ, ແຕ່ຜົນການຕີລາຄາຄວາມປອດໄພຫລ້າສຸດຊີ້ວ່າ: ຍັງຈຳເປັນຕ້ອງມີກົດໄອຍະການເສິກຢູ່. ພ້ອມກັບອ້າງວ່າ: ຍັງເກີດລະເບີດຮ້າຍແຮງຫລາຍຄັ້ງຢູ່ມິນດາເນົາໃນໄລຍະຫລາຍເດືອນຜ່ານມາ.
ດ້ານ ສສ ຝ່າຍຄ້ານ ຂັດແຍ່ງວ່າ: ຄຳຂໍໃຫ້ຕໍ່ອາຍຸກົດໄອຍະການເສິກຟັງບໍ່ຂຶ້ນ, ຖ້າຕໍ່ອາຍຸອີກສະແດງວ່າທະຫານ-ຕຳຫລວດບໍ່ສາມາດບັນລຸຕາມຈຸດປະສົງຂອງການໃຊ້ກົດໄອຍະການເສິກ ແລະ ການຕໍ່ອາຍຸແບບບໍ່ເໝາະສົມຈະກາຍເປັນການໃຊ້ກົດໄອຍະການເສິກຢ່າງຖາວອນ. ນອກຈາກນີ້ ຍັງມີຜູ້ຍື່ນຄຳຮ້ອງຕໍ່ຄະນະກຳມະການສິດທິມະນຸດວ່າມີການລະເມີດສິດທິມະນຸດລະຫວ່າງທີ່ມີການໃຊ້ກົດໄອຍະການເສິກບໍ່ຕໍ່າກວ່າ 155 ຄົນ.