ຫາລືການຫັນເປັນທັນສະໄໝ ທາງດ້ານດິຈິຕອນ ໃນ ສປປ ລາວ


ໃນວັນທີ
11 ທັນວາ ນີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານ (ປທສ) ຮ່ວມກັບ
ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ການຫັນເປັນທັນສະໄໝ ທາງດ້ານດິຈິຕອນ ໃນ ສປປ ລາວ” (Laos Digital Transformation Forum) ຂຶ້ນທີ່ຫໍປະຊຸມແຫ່ງຊາດ, ໃນນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທັນສະໄໝ
ກົມມະສິດ ລັດຖະມົນຕີ ກະຊວງ ປທສ, ມີ ທ່ານ Mark Wang ປະທານ ບໍລິສັດຫົວເຫວີຍ ເຕັກໂນໂລຊີ (ລາວ) ຈຳກັດ, ແລະ ຜູ້ຕາງໜ້າຂອງອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ບໍລິສັດໂທລະຄົມມະນາຄົມ, ທະນາຄານ, ສາພາການຄ້າ ແລະພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ. ເພື່ອເປັນການແລກປ່ຽນຄວາມຮູ້, ປະສົບການ, ທິດທາງນະໂຍບາຍ
ແລະການພັດທະນາທາງດ້ານເຕັກນິກ ເພື່ອຮອງຮັບການຫັນເປັນ ດິຈິຕອນ ຂອງບັນດາ ອົງກອນລັດ, ບໍລິສັດໂທລະຄົມ ແລະຂະແໜງການອຸດສາຫະກໍາທີ່ກ່ຽວຂ້ອງ ພາຍໃນ ສປປ ລາວ. ເພື່ອສົ່ງເສີມໃຫ້ການຫັນເປັນດິຈິຕອນຂອງ
ສປປ ລາວ ໃຫ້ມີການ ຂະຫຍາຍຕົວ ແລະກາຍເປັນເຄື່ອງມືທີ່ສໍາຄັນໃນການຂັບເຄື່ອນ
ການພັດທະນາເສດຖະກິດ-ສັງຄົມຂອງຊາດໃຫ້ເຂັ້ມແຂງ ແລະທັນກັບຍຸກສະໄໝ.
ທ່ານ ລັດຖະມົນຕີ
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ
ໃຫ້ຮູ້ວ່າ:
ການຫັນເປັນທັນສະໄໝທາງດ້ານດິຈິຕອນແມ່ນ
ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ເປັນກົນໄກສຳຄັນ ໃນການຂັບເຄື່ອນການປະຕິຮູບຂະບວນການຜະລິດ, ການດຳເນີນທຸລະກິດ, ການຄ້າ, ການບໍລິການ, ການສຶກສາ, ສາທາລະນະສຸກ, ການບໍລິຫານລັດ ລວມທັງກິດຈະກໍາທາງເສດຖະກິດ
ແລະສັງຄົມອື່ນໆ ເຊິ່ງນໍາໄປສູ່ການປະຕິຮູບພື້ນຖານຂອງການບໍລິການ, ການດຳເນີນທຸລະກິດ ແລະສ້າງມູນຄ່າເພີ່ມໃຫ້ແກ່ຜູ້ຊົມໃຊ້
ລວມທັງການປະຕິຮູບພື້ນຖານການຜະລິດ ເພື່ອກ້າວໄປສູ່ອຸດສາຫະກຳຍຸກ 4.0 ເປັນຕົ້ນ. ການນໍາໃຊ້ ICT (e-Government, IoT, Big Data, AI, ແລະອື່ນໆ) ເຂົ້າໃນທຸກຂະແໜງການຂອງລັດ ເພື່ອຮັບໃຊ້ປະຊາຊົນ ເຊັ່ນ:
ການຊຳລະພາສີອາກອນຕ່າງໆ ຜ່ານມືຖື, ຜ່ານເວັບໄຊ, ການສົ່ງເສີມໃຫ້ປະຊາຊົນໃດ້ເຂົ້າເຖິງຂໍ້ມູນຂ່າວສານ, ການບໍລິການຜ່ານທາງອິນເຕີເນັດ ແລະນຳໃຊ້ໄອຊີທີໃຫ້ເກີດຜົນປະໂຫຍດສູງສູດ.