ສານ​ເຄມີ​ປົນ​ເປື້ອນ​ໃນອາຫານ​ຕາມ​ທ້ອງ​ຕະຫຼາດ​ຍັງ​ແພ່​ຫຼາຍ

- 10547417 10152214615814149 2724946954674026657 n - ສານ​ເຄມີ​ປົນ​ເປື້ອນ​ໃນອາຫານ​ຕາມ​ທ້ອງ​ຕະຫຼາດ​ຍັງ​ແພ່​ຫຼາຍ
- kitchen vibe - ສານ​ເຄມີ​ປົນ​ເປື້ອນ​ໃນອາຫານ​ຕາມ​ທ້ອງ​ຕະຫຼາດ​ຍັງ​ແພ່​ຫຼາຍ


​                ປັດຈຸບັນ​ນີ້​ການ​ນຳ​ໃຊ້​ສານ​ເຄມີ​ປົນ​ເປື້ອນ​ໃນ​ອາຫານ ​ໂດຍ​ສະ​ເພາະ​ປະ​ເພດ​ອາຫານ​ທະ​ເລ ​ແລະ​ຊີ້ນຕາມ​ທ້ອງ​ຕະຫຼາດ ໃນ​ນະຄອນຫຼວງ​ວຽງ​ຈັນຍັງ​ແພ່​ຫຼາຍ​. ​ໄລຍະ​ 9 ​ເດືອນ​ຜ່ານ​ມາ​ນີ້ ທາງ​ຄະນະ​ຮັບຜິດຊອບ​ໄດ້​ລົງ​ກວດກາສານ ປົນ​​ເປື້ອນ ໃນ​ຜະລິດ​ຕະພັນ​ສັດ​ຢູ່​ຕາມຕະຫຼາດຕ່າງໆ ​ໄດ້​ພົບ​ສານ​ຟໍມະ​ລິນ​ປົນ​ເປື້ອນ​ໃນ​ຜະລິດ​ຕະພັນ​ປາ​ໝຶກ​ແຊ່ ​ແລະ​ຢໍ່ຂາວ​ຈຳນວນ 30 ຕົວຢ່າງ, ຢຶດ​ໄດ້ 76 ກິ​ໂລກຣາມ ຈຶ່ງ​ໄດ້​ມາ​ການ​ທຳລາຍ ພ້ອມ​ທັງ​ນຳ​ເອົາ​​ຜູ້​ປະກອບການ​ດັ່ງກ່າວ​ນັ້ນ​ມາ​ເຮັດ​ບົດ​ບັນ​ທຶກກ່າວ​ເຕືອນ, ສຶກສາອົບຮົມ.

          ​ ພະ​ແນ​ກກະສິກຳ​ປ່າ​ໄມ້ ນະຄອນຫຼວງ​ວຽງ​ຈັນ​ໄດ້​ໃຫ້​ຮູ້​ວ່າເມື່ອ​ບໍ່​ດົນ​ມາ​ນີ້ ປະຊາຊົນ​ຢູ່​ບ້ານ​ໂສກ​ປ່າ​ຫຼວງ ​ເມືອງ​ສີ​ສັດຕະ​ນາກ​ໄດ້​ລາຍງານກ່ຽວກັບຜະລິດ ຕະພັນສິນຄ້າກ່ຽວກັບສັດ ແລະ ອາຫານທະເລ ແຊ່ແຂງປົນເປື້ອນສານ ຟໍມາລິນ ມີຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຜູ້ບໍລິໂພກ ດັ່ງ​ນັ້ນ​ ທາງ​ພະ​ແນ​ກທີ່​ກ່ຽວຂ້ອງ​ຈຶ່ງໄດ້ລົງເຄື່ອນໄຫວວຽກງານສຸ່ມເກັບຕົວຢ່າງ ​​ເພື່ອມາ​ກວດກາຢ່າງເປັນປົກກະຕິ.

- Visit Laos Visit SALANA BOUTIQUE HOTEL - ສານ​ເຄມີ​ປົນ​ເປື້ອນ​ໃນອາຫານ​ຕາມ​ທ້ອງ​ຕະຫຼາດ​ຍັງ​ແພ່​ຫຼາຍ

        ສ່ວນບັນດາບໍລິສັດ, ຜູ້ປະກອບການ ທີ່ນໍາເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ດໍາເນີນທຸລະກິດພາຍໃນ 9 ເມືອງ ນະຄອນຫຼວງວຽງຈັນມີຈໍານວນໜ້ອຍທີ່ມາ ແຈ້ງຂຶ້ນທະບຽນ ພ້ອມ​ທັງມີການນໍາເຂົ້າບໍ່ຖືກຕ້ອງຕາມຈຸດດ່ານຊາຍແດນຕ່າ​ງໆ ແລ້ວນໍາ ຂົນສົ່ງເຂົ້າມາຈໍາໜ່າຍຢູ່ຕາມທ້ອງຕະຫຼາດພາຍໃນນະຄອນຫຼວງ ວຽງຈັນໂດຍບໍ່ໄດ້ຜ່ານການກວດກາ ຫຼື ອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ. ອີກດ້ານໜຶ່ງປາກົດການການລັກລອບຕາມຊາຍແດນ ແລະການນໍາເຂົ້າຊຸກເຊື່ອງ ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ກ່ຽວຂ້ອງຍັງມີປາກົດການຕາມດ່ານທ້ອງຖິ່ນ ແລະດ່ານປະເພນີໃນນະຄອນຫຼວງວຽງຈັນ, ຕໍ່ບັນຫາດັ່ງກ່າວຕ້ອງໄດ້ມີສ່ວນຮ່ວມປະສານສົມທົບຂອງຫຼາຍພາກສ່ວນເພື່ອແຈ້ງຂໍ້ມູນເຊັ່ນ: ເຈົ້າໜ້າທີ່ຕໍາຫຼວດ, ເຈົ້າໜ້າທີ່ພາສີອາກອນ, ການຄ້າ ແລະ ຜູ້ຈັດສັນຕະຫາດ ພ້ອມທັງປະສານສົມທົບກັບກໍາລັງ ປກຊ-ປກສ ຕາມຊາຍແດນ ແລະອໍານາດການປົກຄອງທ້ອງຖິ່ນເພື່ອຮັບປະ ກັນຄວາມປອດໄພຕໍ່ຜູ້ບໍລິໂພກໃນສັງຄົມ.

- 3 - ສານ​ເຄມີ​ປົນ​ເປື້ອນ​ໃນອາຫານ​ຕາມ​ທ້ອງ​ຕະຫຼາດ​ຍັງ​ແພ່​ຫຼາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!