ລາວ ຈະສ້າງຄູຝຶກໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ຫລາຍ​ຂຶ້ນ

- 48367246 521667564979016 5804376914445467648 n - ລາວ ຈະສ້າງຄູຝຶກໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ຫລາຍ​ຂຶ້ນ
- kitchen vibe - ລາວ ຈະສ້າງຄູຝຶກໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ຫລາຍ​ຂຶ້ນ


     ເພື່ອຕອບສະໜອງແຮງງານໃຫ້ມີປະລິມານ ແລະ ຄຸນນະພາບ​ໃນຂະແໜງທຸລະກິດການບໍລິການຮ້ານອາຫານ ແລະ ໂຮງແຮມໃນແບບມືອາຊີບ ແລະ ເປັນທີ່ຍອມຮັບຂອງລູກຄ້າ, ໃນວັນທີ 10-14 ທັນວານີ້ ທີ່ເຮືອນຮັບກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ (ຮສສ) ໄດ້ຈັດຝຶກອົບຮົມແລກປ່ຽນປະສົບການ ແລະ ບົດຮຽນ​ໃນສາຂາອາຊີບພະນັກງານຕ້ອນຮັບ ໃນໂຄງການຝຶກອົບຮົມສຳລັບຄູຝຶກ ຂອງ ສປປ ລາວ ໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມຂຶ້ນ ໂດຍການກ່າວເປີດຊຸດ​ອົບຮົມຂອງທ່ານ ນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີທ່ານ ​ໂດ​ມີ​ນິກ ກິ (Dominic Goh) ເອກອັກຄະລັດຖະທູດສິງກະໂປ ປະຈຳລາວ, ທ່ານອຸປະທູດລຸກຊຳບວກ ປະຈຳລາວ ​ແລະ ບັນດາຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໂຄງການນີ້ເປັນການຮ່ວມມືລະຫວ່າງ ສປປ ລາວ ກັບ ສິງກະໂປ ໂດຍກວມເອົາ 3 ພາກສ່ວນຄື: ກະຊວງແຮງງານ ແລະ ສະຫວັດດີສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເຊິ່ງລັດຖະບານໄດ້ມອບໝາຍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ປະສານງານ ແລະ ຈັດຕັ້ງປະຕິບັດໂຄງການ ເພື່ອຝຶກໃຫ້ຄູຝຶກພາກລັດຂອງລາວໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ໄດ້ຈຳນວນ 240 ຄົນໃນສາຂາວິຊາຄື: ສາຂາອາຊີບພະນັກງານແມ່ບ້ານ (Housekeeping Operations) HSO, ສາຂາອາຊີບພະນັກ ງານຕ້ອນຮັບ (Front Office Operations) FOO ແລະ ສາຂາອາຊີບພະນັກງານຮ້ານອາຫານ (Restaurant Operations) RSO ​ໂດຍຝ່າຍສິງກະ ໂປແມ່ນສະຖາບັນບໍລິການດ້ານການສຶກສາ (ITEES ) ເປັນຕົວແທນຮ່ວມມື, ໃຫ້ການຊ່ວຍເຫຼືອດ້ານວິຊາການ ແລະ ງົບປະມານ​ໄດ້ຈາກມູນນິທິສາກົນເທມາເສກ Temasek Foundation International (TFI) ສິງກະໂປ.

      ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ມີຄຳເຫັນວ່າ: ໂຄງການນີ້ມີປະໂຫຍດຫລາຍ ຈະສາມາດຕອບສະໜອງການປັບປຸງການບໍລິການຮ້ານອາຫານ ແລະ ໂຮງແຮມ​ໃຫ້ມີຄຸນນະພາບຕາມມາດຕະ ຖານສາກົນດີ​ຂຶ້ນ.

- 5 - ລາວ ຈະສ້າງຄູຝຶກໃນຂະແໜງບໍລິການຮ້ານອາຫານ ແລະ ໂຮງແຮມໃຫ້ຫລາຍ​ຂຶ້ນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!