ສະພາຮັບຮອງເອົາກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈໍາຢູ່ຕ່າງປະເທດ ສະບັບສ້າງໃໝ່

- MO foriegn - ສະພາຮັບຮອງເອົາກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈໍາຢູ່ຕ່າງປະເທດ ສະບັບສ້າງໃໝ່
- kitchen vibe - ສະພາຮັບຮອງເອົາກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈໍາຢູ່ຕ່າງປະເທດ ສະບັບສ້າງໃໝ່

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII, ຄັ້ງວັນທີ 11 ທັນວານີ້,ໂດຍການເປັນປະທານຂອງທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງສປປ ລາວ ປະຈໍາຢູ່ຕ່າງປະເທດ ສະບັບນີ້ ຕໍ່ກອງປະຊຸມວ່າ: ໂຄງສ້າງຂອງກົດໝາຍສະບັບສ້າງໃໝ່ປະກອບມີ 10 ພາກ, 12 ໝວດ ແລະ 65 ມາດຕາ.

ສ່ວນເຫດຜົນ ແລະ ຄວາມຈຳເປັນໃນການສ້າງກົດໝາຍດັ່ງກ່າວ, ເນື່ອງຈາກຜ່ານມາຍັງບໍ່ທັນມີກົດໝາຍ ຫຼື ລະບຽບການພາຍໃນໃດທີ່ກຳນົດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ. ໃນຕົວຈິງແລ້ວທຸກອົງການຈັດຕັ້ງຕ້ອງມີນິຕິກຳຂອງຕົນເພື່ອເປັນບ່ອນອີງທາງດ້ານກົດ ໝາຍເພື່ອຈັດຕັ້ງ ແລະ ເຄື່ອນໄຫວໃຫ້ສອດຄ່ອງ ແລະ ເປັນລະບົບ. ສະນັ້ນ, ການສ້າງກົດໝາຍສະບັບນີ້ ເພື່ອກຳນົດຢ່າງຈະແຈ້ງ, ຮັດກຸມ ແລະ ຄົບຖ້ວນກ່ຽວກັບຈັດຕັ້ງ, ການຄຸ້ມຄອງ ແລະ ຕິດຕາມກວດກາການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ແນໃສ່່ແກ້ໄຂຂໍ້ຫຍຸ້ງຍາກຕ່າງໆທີ່ໄດ້ກ່າວມານັ້ນ ລວມທັງຮັບປະກັນໃຫ້້ໂຄງປະກອບການຈັດຕັ້ງຂອງສຳນັກງານດັ່ງກ່າວ ໃຫ້ກະທັັດຮັດ, ເຂັ້ມແຂງ ແລະ ໜັກແໜ້ນສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ການທູດຂອງຕົນຕາມແນວທາງນະໂຍບາຍການຕ່າງປະເທດຂອງລາວໃນໄລຍະໃໝ່ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ. ນອກນັ້ນ, ກໍເປັນການເພີ່ມທະວີການຄຸ້ມຄອງວຽກງານການຕ່າງປະເທດເວົ້າລວມ ເວົ້າສະເພາະແມ່ນການຄຸ້ມຄອງການເຄື່ອນໄຫວວຽກງານການຕ່າງປະເທດຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນໃຫ້ລວມສູນດ້ວຍກົດໝາຍຢ່າງເປັນລະບົບຄົບຊຸດ, ມີຄວາມສັກສິດ ດ້ວຍບາດກ້າວທີ່ໜັກແໜ້ນຕາມທິດສັງຄົມນິຍົມພາຍໃຕ້ການນຳພາຂອງພັກ ແນໃສ່ເຮັດໃຫ້ສະມາຊິກຂອງສຳນັກງານຜູ້ຕາງໜ້າ ເຄື່ອນໄຫວຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ທັງມີຄວາມຮັບຜິດຊອບຕໍ່ກົດ ໝາຍ ບົນພື້ນຖານການຊີ້ນຳຂອງພັກ-ລັດຖະບານຢ່າງຖືກຕ້ອງ.

    ພາຍຫຼັງກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ຈະເປັນບ່ອນອີງທາງດ້ານກົດໝາຍທີ່ສຳຄັນທີ່ສຸດໃຫ້ກະຊວງການຕ່າງປະເທດ ໂດຍສະເພາະສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈຳຢູ່ຕ່າງປະເທດໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງຕົນ; ຈະເຮັດໃຫ້ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສຳນັກງານຜູ້ຕາງໜ້າຈະແຈ້ງ, ຊັດເຈນ ແລະ ຄົບຖ້ວນ ເຊິ່ງຈະສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ສຳນັກງານຜູ້ຕາງໜ້າສາມາດເຮັດສຳເລັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ; ຈະເຮັດໃຫ້ການປະກອບກົງຈັກ ແລະ ບຸກຄະລາກອນຂອງສໍານັກງານຜູ້ຕາງໜ້າຖືກຕ້ອງຕາມກົດໝາຍ ແລະ ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໂຕຈິງ ບົນພື້ນຖານຫຼັກການກະທັດຮັດ, ທັນສະໄໝ, ໂປ່ງໃສ, ຍຸຕິທຳ ແລະ ສາມາດກວດກາໄດ້. ຈະຊ່ວຍຊຸກຍູ້ ແລະ ນໍາໃຊ້ທ່າແຮງຮອບດ້ານຂອງສໍານັກງານຜູ້ຕາງໜ້າໃນການເຄື່ອນໄຫວໃຫ້ມີປະສິທິພາບ ແລະ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການຕ່າງປະເທດຂຶ້ນເລື້ອຍໆ, ພ້ອມທັງຈະເພີ່ມທະວີການປະຕິບັດໜ້າທີ່ຂອງສຳນັກງານຜູ້ຕາງໜ້າໂດຍສະເພາະການສົ່ງເສີມການຮັບໃຊ້ໃຫ້ແກ່ວຽກງານພົວພັນຮ່ວມມືດ້ານການເມືອງ, ປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ວຽກງານການພັດທະນາເສດຖະກິດແຫ່ງຊາດ, ວຽກງານການສົ່ງເສີມດ້ານວັດທະນະທຳ, ການສົ່ງອອກແຮງງານ, ການລົງທຶນ, ການທ່ອງທ່ຽວ, ການຄ້າ, ວິທະຍາສາດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ການຮ່ວມມືໃນຂະແໜງ ການອື່ນໆລະຫວ່າງລາວ ກັບປະເທດທີ່ໄດ້ຮັບ ແລະ ອົງການຈັດຕັ້ງສາກົນ, ວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດໃຫ້ໄດ້ຮັບ

ໝາກຜົນດີກວ່າເກົ່າ.

- 3 - ສະພາຮັບຮອງເອົາກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າແຫ່ງ ສປປ ລາວປະຈໍາຢູ່ຕ່າງປະເທດ ສະບັບສ້າງໃໝ່
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!