ຜູ້ບໍລິຫານ ແມນຢູ ຢືນຢັນອະນາຄົດ ປ໊ອກບາ ຢູ່ ຫລື ໄປ ເດືອນມັງກອນນີ້

- news201812111327428 - ຜູ້ບໍລິຫານ ແມນຢູ ຢືນຢັນອະນາຄົດ ປ໊ອກບາ ຢູ່ ຫລື ໄປ ເດືອນມັງກອນນີ້
- kitchen vibe - ຜູ້ບໍລິຫານ ແມນຢູ ຢືນຢັນອະນາຄົດ ປ໊ອກບາ ຢູ່ ຫລື ໄປ ເດືອນມັງກອນນີ້

      ​ເດ​ລີ ​ເມລ ສື່​ຂອງ​ອັງກິດ ລາຍ​ງານ​ວ່າ: ຄະນະ​ຜູ້​ບໍລິຫານ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ບໍ່​ມີ​ຄວາມ​ຄິດ​ຈະ​ປ່ອຍ ປໍ ປ໊ອກບາ ອອກ​ຈາກ​ທີ​ມ​ໃນ​ເດືອນ​ມັງກອນ​ນີ້ ​ໂດຍ​ພວກ​ທ່ານ​ເບິ່ງ​ວ່າ: ປ໊ອກບາ ຍັງ​ມີ​ອະນາຄົດ​ທີ່​ສົດ​ໃສ​ກັບ​ທີ​ມຢູ່.

      ຄະນະ​ຜູ້​ບໍລິຫານ​ຂອງ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍອດ​ສະ​ໂມ​ສອນ​ແຫ່ງ​ ພຣີ​ເມຍ​ລີກ ອັງກິດ ບໍ່​ຄິດ​ຈະ​ຂາຍ ປໍ ປ໊ອກບາ ກອງ​ກາງຄົນ​ດັງ​ອອກ​ຈາກ​ທີ​ມ​ໃນ​ຕະຫລາດ​ຊື້-ຂາຍ​ນັກ​ເຕະ ຮອບ​ສອງ ຊ່ວງ​ເດືອນ​ມັງກອນ​ນີ້​ແຕ່​ຢ່າງ​ໃດ.

      ກະ​ແສ​ຂ່າວ​ການ​ຍ້າຍ​ທີ​ມຂອງ ປ໊ອກບາ ກັບ​ມາ​ຮຸນ​ແຮງ​ອີກ​ໃນ​ຫລາຍ​ວັນ​ຜ່ານ​ມາ ຫລັງ​ຈາກ​ມີ​ຂ່າວ​ວ່າ​ລາວ​ຜິດ​ໃຈ​ກັບ ​ໂຊ​ເຊ ມູຣິນ​ໂຢ ຜູ້​ຈັດການ​ທີ​ມຊາວ​ໂປຣຕຸ​ເກດ ຢ່າງ​ໜັກ​ອີກ ​ແລະ ​ໃນ 2 ​ເກ​ມຜ່ານ​ມາ ລາວ​ຫລຸດ​ຈາກ​ການ​ເປັນ​ຕົວ​ຈິງ ​ແລະ ​ເກ​ມຫລ້າ​ສຸດ​ທີ່​ທີ​ມຊະນະ ຟູ​ແລ່​ມ 4-1 ລາວ​ບໍ່​​ໄດ້ຖືກ​ປ່ຽນ​ລົງ​ຫລິ້ນ.

     ທັງ​ນີ້ ​​ເຊື່ອ​ກັນ​ວ່າ ຢູ​ເວນ​ຕຸ​ສ ສົນ​ໃຈ​ຈະ​ດຶງ ປ໊ອກບາ ກັບ​ໄປ​ຢູ່​ກັບ​ທີ​ມ ຖ້າ​ມີ​ຊ່ອງ​ທາງ​ເຮັດ​ໄດ້​ແນວ​ນັ້ນ. ຂະນະ​ທີ່​ດາວ​ເຕະ​ຊາວ​ຝຣັ່ງຢາກ​ຍ້າຍ​ໄປ​ຫລິ້ນ​ໃຫ້ ບາ​ເຊ​ໂລ​ນາ ​ເຊັ່ນ​ກັນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄະນະ​ຜູ້​ບໍລິຫານ​ຂອງ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍັງ​ບໍ່​ຄິດ​ຈະ​ປ່ອຍ​ລາວ​ອອກ​ຈາກ​ທີ​ມ​ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2019 ​ເພາະ​ພວກ​ເຂົາ​ເບິ່ງ​ວ່າ ປ໊ອກບາ ຍັງ​ມີ​ອະນາຄົດ​ກັບ​ທີ​ມຢູ່ ​ແລະ ຢ້ານ​ວ່າ​ຖ້າ​ຂາຍ​ນັກ​ເຕະ​ລະດັບ ປ໊ອກບາ ອອກ​ໄປ​ແລ້ວ​ ອາດ​ຈະ​ສົ່ງ​ຜົນ​ເສຍ​ຕໍ່​ພາບ​ພົດ​ຂອງ​ທີ​ມ​.

- 3 - ຜູ້ບໍລິຫານ ແມນຢູ ຢືນຢັນອະນາຄົດ ປ໊ອກບາ ຢູ່ ຫລື ໄປ ເດືອນມັງກອນນີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!