ເສືອເຫຼືອງ ຫວັງຄວ້າໄຊໃນບ້ານເໜືອ ມັງກອນໄຟແຫ່ງອາຊຽນ ຊີງຊະນະເລີດ ນັດທີ 1 ບານເຕະຊາຍຊີງແຊ້ມອາຊຽນ 2018

- 48062907 793184247692319 7083122784523517952 o - ເສືອເຫຼືອງ ຫວັງຄວ້າໄຊໃນບ້ານເໜືອ ມັງກອນໄຟແຫ່ງອາຊຽນ ຊີງຊະນະເລີດ ນັດທີ 1 ບານເຕະຊາຍຊີງແຊ້ມອາຊຽນ 2018
- kitchen vibe - ເສືອເຫຼືອງ ຫວັງຄວ້າໄຊໃນບ້ານເໜືອ ມັງກອນໄຟແຫ່ງອາຊຽນ ຊີງຊະນະເລີດ ນັດທີ 1 ບານເຕະຊາຍຊີງແຊ້ມອາຊຽນ 2018

ການຖະແຫຼງຂ່າວຄວາມພ້ອມກ່ອນການຊີງຊະນະເລີດ ນັດທີ 1 ບານ​ເຕະຊາຍຊີງແຊ້ມອາຊຽນ2018 ທີ່ຈະແຂ່ງຂັນໃນວັນ​ທີ 11 ທັນວາ​ ເວລາ 19:45 ເສືອເຫຼືອງ ມາເລເຊຍ ແຊ້ມປີ 2010 ຈະເປີດສະໜາມກິລາແຫ່ງຊາດ ບູກິດ ຈາລິວ ໃນນະຄອນຫລວງກົວລາລຳເປີ ຕ້ອນຮັບ ຫວຽດນາມ ມັງກອນໄຟແຫ່ງອາຊຽນ.

          ທ່ານ ຕັນ ເຊັງ ໂຮ (Tan Cheng Hoe) ຄູຝຶກທີມຊາດມາເລເຊຍ ກ່າວວ່າ: ໃນຮອບແບ່ງກຸ່ມຜ່ານມາ ທີ່ພວກເຮົາບຸກໄປເສຍໃຫ້ ຫວຽດນາມ ຢູ່ຮ່າໂນ້ຍ 0-2 ນັດດັ່ງກ່າວພວກເຮົາແມ່ນຫຼິ້ນໄດ້ດີ ແຕ່ວ່າມີຂໍ້ຜິດພາດບາງຈັງຫວະຈຶ່ງເຮັດໃຫ້ຜົນການແຂ່ງຂັນອອກມາບໍ່ດີ ແນ່ນອນວ່ານັ້ນມັນເປັນເລື່ອງອະດີດຜ່ານມາ, ແຕ່ຂ້ອຍ ແລະ ລູກທີມຫວັງວ່າຈະສາມາດເກັບໄຊຊະນະໃນບ້ານເຮັດໃຫ້ແຟນບານ 87.000 ກວ່າຄົນ ໃນສະໜາມ ບູກິດ ຈາລິວ ໄດ້ມີຄວາມສຸກແນ່ນອນ .

- Visit Laos Visit SALANA BOUTIQUE HOTEL - ເສືອເຫຼືອງ ຫວັງຄວ້າໄຊໃນບ້ານເໜືອ ມັງກອນໄຟແຫ່ງອາຊຽນ ຊີງຊະນະເລີດ ນັດທີ 1 ບານເຕະຊາຍຊີງແຊ້ມອາຊຽນ 2018

          ຂະນະທີ່ ທ່ານ ປາກຮັງໂຊ (Park Hang-seo) ຄູຝຶກຊາວ ສ.ເກົາຫລີ ຂອງທີມຊາດຫວຽດນາມ ກ່າວວ່າ: ການແຂ່ງຂັນນັດນີ້ເປັນທີ່ສຳຄັນຫຼາຍ ເພາະເປັນການຊີງຊະນະເລີດ, ນັດນີ້ມີແຟນບານຫຼາຍກວ່າ 80.000 ຄົນ ທີ່ສະໜາມບູກິດ ຈາລິວ ແຕ່ນັ້ນບໍ່ແມ່ນບັນຫາສຳລັບທີມພວກເຮົາ ເພາະວ່ານັກເຕະທຸກຄົນເຂົ້າໃຈດີກ່ຽວກັບຮູບແບບການຫຼິ້ນທີ່ຈະເອົາຊະນະ ມາເລເຊຍ ຄືກັບໃນຮອບແບ່ງກຸ່ມທີ່ຜ່ານທີ່ເຮົາສາມາດເອົາຊະນະ 2-0 ແລະ ນັດນີ້ກໍຈະເປັນແບບນັ້ນຄືກັນ.

         ສະຖິຕິພົບກັນ 17 ນັດ: ມາເລເຊຍ ຊະນະ 5 ນັດ, ສະເໝີ 2 ນັດ ແລະ ຫວຽດນາມ ຊະນະ 10 ນັດ. ມາເລເຊຍ ຍິງໄດ້ 17 ປະຕູ, ສ່ວນຫວຽດນາມ ຍິງໄດ້ 22 ປະຕູ. ສະເພາະໃນການຊີງແຊ້ມອາຊຽນ ພົບກັນ 11 ນັດ ມາເລເຊຍ ຊະນະ 4 ນັດ, ສະເໝີ 2 ນັດ ແລະ ຫວຽດນາມ ຊະນະ 5 ນັດ. ມາເລເຊຍ ຍິງໄດ້ 14 ປະຕູ, ຫວຽດນາມ ຍິງໄດ້ 12 ປະຕູ.

- 4 - ເສືອເຫຼືອງ ຫວັງຄວ້າໄຊໃນບ້ານເໜືອ ມັງກອນໄຟແຫ່ງອາຊຽນ ຊີງຊະນະເລີດ ນັດທີ 1 ບານເຕະຊາຍຊີງແຊ້ມອາຊຽນ 2018
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!