ຜູ້ນຳຝຣັ່ງຖະແຫລງມາດຕະການໃໝ່ ຫວັງຢຸດການປະທ້ວງ

- 1544497149428 960x0 - ຜູ້ນຳຝຣັ່ງຖະແຫລງມາດຕະການໃໝ່ ຫວັງຢຸດການປະທ້ວງ
- kitchen vibe - ຜູ້ນຳຝຣັ່ງຖະແຫລງມາດຕະການໃໝ່ ຫວັງຢຸດການປະທ້ວງ

      ປະທານາທິບໍດີ ​ເອມາ​ນູ​ເອລ ມາຄຣົງ ຂອງຝຣັ່ງ ຖະ​ແຫລ​ງມາດ​ຕະການ​ທາງ​ການ​ເງິນ ​ເພື່ອ​ຫາ​ທາງ​ຢຸດ​ເຫດການ​ຊຸມນຸມ​ປະ​ທ້ວງ​ຕາມ​ເມືອງ​ຕ່າງໆ​ທົ່ວ​ປະ​ເທດ.

     ຜູ້ນຳ​ຝຣັ່ງກ່າວ​ປາ​ໄສ​ທາງ​ໂທລະພາບ​ເປັນ​ເວລາ 15 ນາທີ ຢູ່​ທຳນຽບ​ເອລີ​ເຊ​ວ່າ: ທ່ານ​ຍອມຮັບ​ວ່າ​ມີ​ສ່ວນ​ຮັບຜິດຊອບ​ຕໍ່​ວິ​ກິດ​ການ​ປະ​ທ້ວງ​ໃນ​ຄັ້ງນີ້ ​ແລະ ບາງ​ຄັ້ງຖະ​ແຫລ​ງການ​ທີ່​ຜ່ານ​ມາ​ຂອງ​ທ່ານ​ອາດ​ເຮັດ​ໃຫ້​ບາງ​ຄົນ​ບໍ່ພໍ​ໃຈ ​ໂດຍ​ເຂົ້າ​ໃຈ​ວ່າ​ເລື່ອງ​ປາກ​ທ້ອງ​ຂອງ​ປະຊາຊົນ​ໃນ​ກຸ່ມ​ຜູ້​ມີ​ລາຍ​ໄດ້​ໜ້ອຍ​ເປັນ​ບັນຫາ​ຊຳ​ເຮື້ອມາ​ຫລາຍ​ສິບ​ປີ ຈົນກະທັ້​ງ​ເກີດ​ເຫດ​ຮຸນ​ແຮງ​ໃນ​ການ​ປະ​ທະ​ທ້ວງ​ຄັ້ງນີ້. ​ຖື​ເປັນ​ທ່າ​ທີ​ທີ​່ອ່ອນ​ລົງ​ຈາກ​ແຕ່​ກ່ອນ​ຂອງ​ຜູ້ນຳ​ຝຣັ່ງ ຫລັງ​ຈາກ​ເຄີຍ​ມີ​ທ່າ​ທີ​ແຂງ​ກະດ້າງ​ຈົນ​ກໍ່​ໃຫ້​ເກີດ​ສຽງ​ວິຈານ​ຕຳ​ໜິມາ​ແລ້ວ. ມາດ​ຕະການ​ຊຸດ​ໃໝ່​ຂອງ​ປະທານາທິບໍດີ ມາຄຣົງ ອາຍຸ 40 ປີ ລວມທັງ​ການ​ເພີ່ມ​ຄ່າ​ແຮງ​ຂັ້ນຕໍ່າ​ຕໍ່​ເດືອນ 100 ​ເອີ​ໂຣ ນັບ​ແຕ່​ປີໜ້າ​ເປັນຕົ້ນ​ໄປ. ນອກຈາກ​ນີ້ ຍັງ​ລວມ​ເຖິງ​ການ​ທີ່​ລັດຖະບານ​ຈະ​ທົບ​ທວນ​ແຜນການ​ຂຶ້ນພາສີ​ທີ່​ປະຊາຊົນ​ບໍ່​ເຫັນ​ພ້ອມ ລວມທັງ​ມາດ​ຕະການ​ອື່ນໆ​ທີ່​ຈະ​ຕາມ​ມາ ​ເພື່ອ​ຫວັງ​ບັນ​ເທົາ​ກະ​ແສ​ຄວາມ​ບໍ່ພໍ​ໃຈ​ຂອງ​ປະຊາຊົນ.

       ການ​ປະ​ທ້ວງ​ຮຸນ​ແຮງ ​ແລະ ຈະລາຈົນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ​ຢູ່​ປາຣີ ​ແລະ ​ເມືອງ​ອື່ນໆ​ທົ່ວ​ປະ​ເທດ ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ທາງ​ການ​ເງິນ​ຄັ້ງ​ໃຫຍ່ ​ແລະ ​ເປັນ​ບັນຫາ​ທ້າ​ທາຍ​ທີ່​ສຸດ​ສຳລັບ​ການ​ດຳລົງ​ຕຳ​ແໜ່​ງຂອງ​ປະທານາທິບ​ໍດີ ມາຄຣົງ ນັບ​ແຕ່​ເຂົ້າບໍລິຫານ​ປະ​ເທດ ​ໃນ​ເດືອນ​ພຶດສະພາ 2017 ​ໂດຍ​ຍົກ​ນະ​ໂຍບາຍ​ປະຕິ​ຮູ​ບ​ເສດຖະກິດ​ຂອງ​ປະ​ເທດ, ​ແຕ່​ຜ່ານ​ມາ​ຄວາມ​ນິຍົມ​ຂອງ​ທ່ານ​ຫລຸດ​ລົງ ​ແລະ ບາງ​ຄົນ​ກ່າວ​ວ່າ​ເປັນ​ແຜນ​ປະຕິ​ຮູບ​ທີ່​ເອື້ອຜົນ​ປະ​ໂຫຍ​ດ​ໃຫ້​ຄົນ​ຮັ່ງມີ​ຫລາຍ​ກວ່າ.

- 3 - ຜູ້ນຳຝຣັ່ງຖະແຫລງມາດຕະການໃໝ່ ຫວັງຢຸດການປະທ້ວງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!