UN ຂໍລະດົມເງິນ 4.000 ລ້ານໂດລາ ຊ່ວຍເຢເມນ

- 1544504812938 960x0 - UN ຂໍລະດົມເງິນ 4.000 ລ້ານໂດລາ ຊ່ວຍເຢເມນ
- kitchen vibe - UN ຂໍລະດົມເງິນ 4.000 ລ້ານໂດລາ ຊ່ວຍເຢເມນ

       ສະຫະ​ປະຊາ​ຊາດ ຖະ​ແຫລ​ງຂໍ​ລະດົມ​ເງິນ 4.000 ລ້ານ​ໂດ​ລາ ​ເພື່ອ​ຈັດ​ສັນ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ໃຫ້​ປະຊາຊົນ 20 ລ້ານ​ຄົນ​ໃນ​ເຢ​ເມນ​ປີໜ້າ ​ເທົ່າ​ກັບ 70% ຂອງ​ປະຊາກອນ​ທົ່ວ​ປະ​ເທດ.

      ທ່ານ ມາກ ​ໂລຄ໊ອກ ຮອງ​ເລຂາທິການ UN ​ແລະ ຜູ້​ປະສານ​ງານ​ດ້ານ​ບັນ​ເທົາ​ທຸກ​ສຸກ​ເສີນ UN ກ່າວ​ວ່າ: ​ໃນ​ແຕ່ລະ​ປີ UN ຕ້ອງການ​ຄວາມ​ຊ່ວຍ​ເຫລືອ​ຫລາຍ​ພັນ​ລ້ານ​ໂດ​ລາ. ສ່ວນ​ກອງ​ປະຊຸມ​ກຸ່ມ​ປະ​ເທດ​ຜູ້​ບໍລິຈາກ​ທີ່​ຊູ​ແອດ, ສະ​ວິດ ​ແລະ ສະຫະ​ປະຊາ​ຊາດ ​ໃຫ້ການ​ສະໜັບສະໜູນ ມີ​ກຳ​ນົດຈັດ​ຂຶ້ນ​ໃນ​ວັນ​ທີ 26 ກຸມພາ ຢູ່​ນະຄອນ​ເຈ​ນີ​ວາ. ​ເຈົ້າໜ້າ​ທີ່ UN ກ່າວ​ອີກ​ວ່າ: UN ຈະ​ໃຫ້ການ​ຊ່ວຍ​ເຫລືອ​ຕໍ່​ໄປ ​ເຖິງ​ວ່າຄວາມ​ຮຸນ​ແຮງ​ໃນ​ເຢ​ເມນ​ຍັງ​ບໍ່​ຫລຸດ​ລົງ ​ໂດຍ​ຫວັງ​ວ່າ​ທ່າ​ອ່ຽງ​ໃນ​ທາງ​ທີ່​ດີ​ຂຶ້ນກັບ​ການ​ເຈລະຈາ​ສັນຕິພາບ​ໃນ​ຊູ​ແອດ​ ລະຫວ່າງ​ກຸ່ມ​ຕ່າງໆ​ຂອງ​ເຢ​ເມນ. ນອກຈາກ​ນີ້ ​ເຈົ້າໜ້າ​ທີ່ UN ຍັງ​ປະນາມ​ການ​ຂັດຂວາງ​ການຈັດ​ສັນ​ຄວາມ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ ​ແລະ ​ເນັ້ນວ່າ: ​ເຢ​ເມນ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ​ເພື່ອ​ກອບ​ກູ້​ເສດຖະກິດ​ຈາກ​ສະພາບ​ຫລຸດ​ຖອຍ.

- Visit Laos Visit SALANA BOUTIQUE HOTEL - UN ຂໍລະດົມເງິນ 4.000 ລ້ານໂດລາ ຊ່ວຍເຢເມນ
- 5 - UN ຂໍລະດົມເງິນ 4.000 ລ້ານໂດລາ ຊ່ວຍເຢເມນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!