ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ

- 3952474 - ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ
- kitchen vibe - ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ

ໂດຍ: ຄຳ​ພຸດ ​ເທບ​ພະນົມ

ກົມໂຄສະນາທ່ອງທ່ຽວກະຊວງຖະແຫຼງຂ່າວ  ວັດ ທະນະທຳ ແລະທ່ອງທ່ຽວໄດ້ເຂົ້າຮ່ວມວາງສະແດງ ທ່ອງທ່ຽວສາກົນທີ່ນະຄອນຊຽງໄຮ້ ປະເທດຈີນ ເມື່ອວັນ ທີ 16-18 ພະຈິກຜ່ານມາ, ເຊິ່ງຫ້ອງວາງສະແດງທັງໝົດຈຳນວນ 2.245 ຫ້ອງແລະມີບັນດາຜູ້ປະກອບການດ້ານການທ່ອງທ່ຽວ ແລະ ບໍລິການຈາກ 170 ປະເທດ.

- Visit Laos Visit SALANA BOUTIQUE HOTEL - ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ

ກົມໂຄສະນາທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ ປະເທດລາວໄດ້ ນຳເອົາບໍລິສັດທີ່ປະກອບ ການທຸລະກິດທ່ອງທ່ຽວ 4 ບໍລິສັດເພື່ອເປັນຕົວແທນໃນ ການໄປວາງສະແດງ,  ໂດຍ ໄດ້ມີການຕົກແຕ່ງຮ້ານ        ໃຫ້ມີຄວາມງົດງາມ ເຊິ່ງ ປະກອບດ້ວຍຮູບພາບແຫຼ່ງ ທ່ອງທ່ຽວທີ່ມີຄວາມເປັນ ເອກະລັກໂດດເດັ່ນທາງດ້ານ ທຳມະຊາດ, ວັດທະນະທຳ ແລະປະຫວັດສາດທີ່ສອງ ແສງໃຫ້ເຫັນເຖິງຮູບແບບ ວິຖີຊີວິດ ແລະ ຮີດຄອງປະ ເພນີອັນດີງາມຂອງປະ ຊາຊົນບັນດາເຜົ່າໃນຂອບ ເຂດທົ່ວປະເທດ. ພາຍໃນ ສາມວັນໄດ້ມີຜູ້ໃຫ້ຄວາມ ສົນໃຈສອບຖາມຂໍ້ມູນການ ຢ້ຽມຢາມທ່ອງທ່ຽວ ແລະການລົງທຶນໃນລາວ ເປັນຈຳນວນ 1.300 ກວ່າ ຄົນ, ສິ່ງທີ່ໜ້າປະທັບໃຈ ທີ່ສຸດສຳລັບການວາງສະ ແດງຄັ້ງນີ້ແມ່ນໄດ້ຮັບການ ຍົກຍ້ອງໃຫ້ຮ້ານວາງສະ ແດງການທ່ອງທ່ຽວຂອງ ລາວມີຄວາມໂດດເດັ່ນງາມ ຕາປະທັບໃຈ ມີສະເໜດຶງ    ດູດ ໂດຍຈັດຢູ່ ອັນດັບທີ 7     ໃນ ຈຳນວນ 10 ຮ້ານທີ່ໄດ້ ຮັບລາງວັນດີເດັ່ນປະຈຳປີ  2018 ໄດ້ແກ່ 1) ຄະນະກຳ ມາທິການທ່ອງທ່ຽວແຫ່ງ ເອີຣົບ, 2) ຝ່າຍການຕະ ຫຼາດ ແລະ ການປະຊາ       ສຳພັນ ບໍລິສັດຂອງປະເທດ  ມາວ ດິຟ, 3) ຄະນະກຳມະ ການການທ່ອງທ່ຽວແຫ່ງ ຊາດອີຕາລີ, 4) ຄະນະ       ກຳມະການທ່ອງທ່ຽວສິງ        ກະໂປ, 5) ກາຕາການທ່ອງ ທ່ຽວ, 6) ຄະນະກຳມະການ ສົ່ງເສີມການທ່ອງທ່ຽວ       ມາເລເຊຍ, 7) ກະຊວງ       ຖະແຫຼງຂ່າວ ວັດທະນະທຳ          ແລະ ທ່ອງທ່ຽວແຫ່ງ ສປປ      ລາວ, 8) ກະຊວງທ່ອງທ່ຽວ     ແຫ່ງ ສາທາລະນະລັດ ອິນ ໂດເນ ເຊຍ, 9) ການທ່ອງ ທ່ຽວແຫ່ງປະເທດໄທ,      10) ອົງການການທ່ອງ ທ່ຽວເກົາຫຼີ.

ຈາກຜົນສຳເລັດອັນຈົບງາມໃນເວທີສາກົນ ແລະ ສາມາດຍາດອັນດັບປະເທດ ທີ່ສະແດງການທ່ອງທ່ຽວທີ່ດີທີ່ສຸດມາໄດ້ຖືວ່າ ເປັນ ສັນຍານທີ່ດີ ທີ່ຈະເປັນທ່າ ແຮງດຶງດູດທີ່ດີໃຫ້ນັກທ່ອງທ່ຽວເກີດມີຄວາມສົນ          ໃຈປະເທດລາວ ແລະໃຫ້ ຄວາມສົນໃຈມາທ່ອງທ່ຽວ ລາວນັບມື້ນັບຫຼາຍຂຶ້ນ. ຜົນ ສຳເລັດທີ່ໜ້າປະທັບໃຈນີ້ແມ່ນເປັນຜົນສຳເລັດອັນ ຍິ່ງໃຫຍ່ຂອງຊາດເວົ້າລວມ ເວົ້າສະເພາະກໍຄືກະຊວງ ຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ທີ່ໄດ້ໃຫ້ ການຊີ້ນຳແກ່ບັນດາບໍລິສັດ ທ່ອງທ່ຽວທີ່ເຂົ້າຮ່ວມໃນງານດັ່ງກ່າວນີ້ດ້ວຍ.

- 3952474 - ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ

- 4 - ການທ່ອງທ່ຽວຂອງລາວມີບາດກ້າວພົ້ນເດັ່ນ ໃນເວທີສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!