ທ່ານຄວນເຮັດແນວໃດຫາຊີວິດກຳລັງພົບວິກິດຈົນຫາທາງອອກບໍ່ໄດ້


ຄວາມທຸກຂອງຊີວິດມັກຈະເຂົ້າມາທັກທາຍເຮົາໃນເວລາທີ່ຄາດບໍ່ເຖິງສະເໝີ ບາງເທື່ອກໍເຂົ້າມາໃນເວລາທີ່ເຮົາກຳລັງມີຄວາມສຸກຫລາຍໆຄືກັນ ແລະ ບັນຫາຫລວງຫລາຍທີ່ໂຮມເຂົ້າມານີ້ເອງທີ່ຈະເຮັດໃຫ້ເກີດຜົນອັນບໍ່ດີຂຶ້ນກັບໂຕເຮົາ. ເມື່ອໃດກໍຕາມທີ່ທ່ານກຳລັງຮູ້ສຶກຫົດຫູ່ກັບຊີວິດ ຜູ້ຄົນອ້ອມຂ້າງມັກຈະພາກັນບອກວ່າໃຫ້ຫັນມາເບິ່ງໂລກໃນແງ່ບວກແດ່ ຄິດເຖິງແຕ່ສິ່ງດີໆແດ່ ຫລືບໍ່ກໍໃຫ້ລອງປຽບທຽບໂຕເອງກັບຜູ້ທີ່ດ້ອຍກ່ວາແດ່ ເຊິ່ງໃນຄວາມເປັນຈິງຄຳປອບໃຈເຫລົ່ານີ້ນອກຈາກຈະຊ່ວຍຫຍັງບໍ່ໄດ້ແລ້ວ ບາງເທື່ອກໍຍິ່ງເຮັດໃຫ້ຮູ້ສຶກບໍ່ດີຕື່ມອີກ.
– ປ່ອຍໃຫ້ໂຕເອງໄດ້ສຳຜັດກັບຄວາມຮູ້ສຶກບໍ່ດີເຫລົ່ານັ້ນແດ່ : ບາງເທື່ອການປ່ອຍໃຫ້ໂຕເອງໄດ້ຮູ້ສຶກທໍ້ແດ່ກໍເປັນເລື່ອງທີ່ຫລີກເວັ້ນບໍ່ໄດ້ ໃຫ້ທ່ານຄິດວ່າອັນໃດກໍຕາມທີ່ເຮັດໃຫ້ຊີວິດທ່ານຕົກຕໍ່ານັ້ນມັນຕ້ອງມີເຫດຜົນທີ່ແທ້ຈິງເຊື່ອງຢູ່ສະເໝີ ບໍ່ວ່າຈະແມ່ນຄວາມເຈັບປ່ວຍຢ່າງທະຫັນຫັນ ຫລື ການວ່າງງານທີ່ນຳໄປສູ່ບັນຫາທາງການເງິນ ລວມເຖິງຂ່າວຮ້າຍອື່ນໆທີ່ບໍ່ທັນຕັ້ງໂຕ. ແນ່ນອນວ່າຄົນເຮົາຍ່ອມມີໂອກາດທີ່ຈະຈົ່ມ ຫລື ຫົດຫູ່ໃນສິ່ງທີ່ເກີດຂຶ້ນ ເພາະການຄິດໃນທາງລົບແດ່ກໍຍ່ອມບໍ່ແມ່ນເລື່ອງເສຍຫາຍຫຍັງຢູ່ແລ້ວ ໃນທາງກົງກັນຂ້າມ ບາງເທື່ອການຄິດໃນແງ່ລົບກໍຊ່ວຍເຮັດໃຫ້ເກີດຜົນດີໄດ້ຄືກັນ ມັນສາມາດຊ່ວຍໃຫ້ທ່ານກ້າວຂ້າມບັນຫາ ແລະ ພາທ່ານໄປສູ່ການຟື້ນຟູຈິດໃຈຕົນເອງ ແລະ ກັບໄປສູ່ວິຖີຊີວິດແບບປົກກະຕິສຸກໄດ້.
– ຮັບຜິດຊອບໃນສິ່ງທີ່ເກີດຂຶ້ນ ແລ້ວຍ່າງຕໍ່ໄປ : ສິ່ງສຳຄັນທີ່ສຸດທີ່ທ່ານສາມາດເຮັດໄດ້ກໍຄື ການເຮັດຄວາມເຂົ້າໃຈຄວາມແຕກຕ່າງລະຫ່ວາງການໂທດໂຕເອງ ກັບ ການຮັບຜິດຊອບໃນສິ່ງທີ່ເກີດຂຶ້ນ ບໍ່ວ່າຄວາມຜິດພາດທັງໝົດຈະເກີດຈາກການຕັດສິນໃຈພາດ ຫລື ຈະເປັນແມ່ນການບໍ່ສາມາດຄວບຄຸມຕົ້ນເຫດຂອງບັນຫາໄດ້ກໍຕາມ ການຍອມຮັບສິ່ງທີ່ເກີດຂຶ້ນໃຫ້ໄດ້ ແລະ ຮຽນຮູ້ຈາກມັນຍ່ອມເປັນສິ່ງທີ່ສຳຄັນຫລາຍທີ່ສຸດ.
ການໂທດໂຕເອງບໍ່ສາມາດຊ່ວຍໃຫ້ອັນໃດດີຂຶ້ນໄດ້ເລີຍ ສະນັ້ນເຮົາຈຶ່ງຄວນຫັນມາສ້າງຄວາມເຂົ້າໃຈກັບການກະທຳຂອງຕົນເອງໃໝ່ ແລ້ວຄິດທົບທວນໃຫ້ດີວ່າ ຖ້າຫາກທ່ານໄດ້ຮັບໂອກາດເກົ່າເປັນເທື່ອທີສອງ ທ່ານຈະຍັງຄົງເຮັດສິ່ງຕ່າງໆນັ້ນແບບເກົ່າຢູ່ຫລືບໍ່ ແລະ ເມື່ອໄດ້ບົດຮຽນຈາກການຄິດພິຈາລະນາເທື່ອນັ້ນແລ້ວ ກໍຈົ່ງລຸກຂຶ້ນແລ້ວກ້າວຍ່າງຕໍ່ໄປຂ້າງໜ້າ.
– ເຮັດເພື່ອຕົນເອງ : ອີກວິທີໜຶ່ງທີ່ຈະຊ່ວຍໃຫ້ຄວາມຮ້າຍແຮງຂອງສິ່ງທ່ີເກີດຂຶ້ນເບົາບາງລົງໄດ້ກໍຄື ຕ້ອງໃຈກ້ວາງ ແລະ ໃຈດີກັບໂຕເອງເປັນພິເສດ ໃນເວລາແບບນີ້ທ່ານຄວນຈະຕາມໃຈໂຕເອງໃຫ້ຫລາຍ, ແຕ່ກໍຕ້ອງຢູ່ພາຍໃນຂອບເຂດທີ່ເໝາະສົມ. ລອງຢຸດພັກ ແລະ ຖອຍຫ່າງຈາກການຈິງຈັງກັບຊີວິດ ເພື່ອຕັ້ງຫລັກໃຫ້ໝັ້ນຄົງ ແລະ ລວບລວມຄວາມຄິດໃໝ່ ອາດຈະລອງອອກໄປຍ່າງຫລິ້ນຂ້າງນອກທ່າມກາງທຳມະຊາດຫລື ບ່ອນໃດກໍຕາມທີ່ເຮັດໃຫ້ທ່ານສະບາຍໃຈຂຶ້ນ ກໍເປັນວິທີງ່າຍໆຮູບແບບໜຶ່ງໃນການປອບໃຈຕົນເອງໄດ້. ສິ່ງສຳຄັນກໍຄື ທ່ານຄວນເອົາໃຈໃສ່ກັບສຸຂະພາບກາຍແລະ ສຸຂະພາບຈິດ ເຮັດໄດ້ໂດຍການ ກິນອາຫານດີໆ, ດື່ມນຳ້ຫລາຍໆ ຫລື ອອກກຳລັງກາຍກໍຖືໄດ້ວ່າເປັນວິທີຄາຍຄວາມຊຶມເສົ້າຕາມທຳມະຊາດ ຫລື ອາດຈະໃຫ້ເວລາກັບສິ່ງທີ່ມັກຫລາຍຂຶ້ນ ຫລື ຈະໃຊ້ເວລາຢູ່ກັບໝູ່ ຫລື ຄົນທີ່ທ່ານຮັກ ເຊິ່ງທາງທີ່ດີກໍແມ່ນລະບາຍມັນອອກມາໂດຍການເວົ້າ ຫລື ການຂຽນ, ປົດປ່ອຍສິ່ງທີ່ຄ້າງຄາຢູ່ໃນໃຈອອກມາໃຫ້ໝົດ ອາດຈະຟັງ ເພງ, ຫລິ້ນດົນຕີ ຫລື ອັນໃດກໍໄດ້.
– ພະເຊີນໜ້າກັບສິ່ງທີ່ເກີດຂຶ້ນ : ສຸດທ້າຍແລ້ວໃຫ້ລອງເບິ່ງໄປຂ້າງໜ້າເພື່ອຫາທາງແກ້ໄຂ, ໝັ່ນປອບໃຈໂຕເອງວ່າສິ່ງຕ່າງໆຜ່ານເຂົ້າມາແລ້ວຍ່ອມຜ່ານໄປສະເໝີ ແລ້ວຄວາມຮູ້ສຶກຫົດຫູ່ທໍ້ຖອຍເຫລົ່ານັ້ນຍ່ອມຫາຍໄປເມື່ອເຖິງເວລາຂອງມັນ ທ່ານຕ້ອງລໍຄອຍ.
– ຈື່ໄວ້ວ່າບັນຫາຈະເຮັດໃຫ້ທ່ານເຂັ້ມແຂງຂຶ້ນ : ປະສົບການຈະຊ່ວຍໃຫ້ທ່ານໄດ້ຮຽນຮູ້ ແລະ ເຂັ້ມແຂງຂຶ້ນກ່ວາທີ່ເຄີຍເປັນ ເຮົາ ທຸກຄົນລ້ວນຜ່ານເຫດການອັນບໍ່ດີໃນຊີວິດ ເຊິ່ງວິທີດຽວທີ່ຈະເຮັດໃຫ້ເຮົາເຕີບໃຫຍ່ຂຶ້ນໄດ້ກໍຄືຮຽນຮູ້ທີ່ຈະພະເຊີນໜ້າກັບເຫດການຕ່າງໆ ທັງດີ ແລະ ຮ້າຍ.