ນຳ້ໜັກຂຶ້ນໂດຍບໍ່ຮູ້ໂຕຍ້ອນກິນອາຫານເຄັມຫລາຍ

- 021112 2018 - ນຳ້ໜັກຂຶ້ນໂດຍບໍ່ຮູ້ໂຕຍ້ອນກິນອາຫານເຄັມຫລາຍ
- kitchen vibe - ນຳ້ໜັກຂຶ້ນໂດຍບໍ່ຮູ້ໂຕຍ້ອນກິນອາຫານເຄັມຫລາຍ

     ໃຜບອກວ່າການກິນອາຫານຫວານໆ ຫລື ກິນອາຫານຈຳພວກແປ້ງຫລາຍເກີນໄປຈະເປັນພຽງສາເຫດດຽວທີ່ເຮັດໃຫ້ເຮົານຳ້ໜັກຂຶ້ນ ເພາະໃນຄວາມຈິງແລ້ວການມັກກິນອາຫານເຄັມໆກໍເຮັດໃຫ້ນຳ້ໜັກເພີ່ມຂຶ້ນໄດ້ຄືກັນ ເພາະຈາກການສຶກສາພົບວ່າລົດຊາດອາຫານເປັນອີກໜຶ່ງສາເຫດທີ່ເຮັດໃຫ້ເຮົາກິນອາຫານເພີ່ມຂຶ້ນໂດຍພົບວ່າຄວາມເຄັມສົ່ງຜົນຕໍ່ການກິນຫລາຍທີ່ສຸດ ເນື່ອງຈາກອາຫານເຄັມຈະເປັນໂຕເລັ່ງການຜະລິດໂດປາມີນ ເຊິ່ງເປັນສານເຄມີໃນສະໝອງສົ່ງຜົນຕໍ່ອາລົມຄວາມເພິງພໍໃຈ, ຄວາມສຸກ ເຮັດໃຫ້ເກີດຄວາມຮູ້ສຶກຢາອາຫານ ແລະ ເມື່ອເຮົາຕິດລົດຊາດເຄັມໄປແລ້ວກໍຈະເຮັດໃຫ້ເຮົາກິນອາຫານເຄັມຕະຫລອດ ຖ້າມື້ໃດອາຫານບໍ່ເຄັມຕາມທີ່ເຮົາຕ້ອງການກໍຈະເຮັດໃຫ້ເຮົາຮູ້ສຶກວ່າອາຫານນັ້ນບໍ່ແຊບ ຈົນເຮັດໃຫ້ຮູ້ສຶກອາລົມບໍ່ດີ.

- Visit Laos Visit SALANA BOUTIQUE HOTEL - ນຳ້ໜັກຂຶ້ນໂດຍບໍ່ຮູ້ໂຕຍ້ອນກິນອາຫານເຄັມຫລາຍ

     ນອກຈາກນີ້, ຜູ້ທີ່ຕິດອາຫານເຄັມຈະເກີດຄວາມຢາກອາຫານເພີ່ມຂຶ້ນ, ຮູ້ສຶກຫິວຕະຫລອດ, ກິນອາຫານຈຳນວນຫລາຍຂຶ້ນ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ເຮົາພົບກັບບັນຫານຳ້ໜັກໂຕເກີນຄ່າມາດຕະຖານ ຫລື ຕຸ້ຍລົງພຸງໄດ້ງ່າຍກ່ວາຜູ້ທີ່ບໍ່ມັກກິນອາຫານເຄັມ, ແຕ່ຖ້າເຮົາບໍ່ຢາກມີບັນຫາເລື່ອງນຳ້ໜັກໂຕເພີ່ມຂຶ້ນ ກໍມີເຄັດລັບທີ່ຈະຊ່ວຍໄດ້ດັ່ງນີ້ :

     1. ເລືອກກິນອາຫານທີ່ດີຕໍ່ຮ່າງກາຍ : ໃຫ້ເຮົາປ່ຽນມາເລືອກກິນອາຫານສົດຈາກທຳມະຊາດໃຫ້ຫລາຍຍິ່ງຂຶ້ນ ເຊັ່ນ : ຜັກ, ໝາກໄມ້ ແລະ ຫລຸດການກິນອາຫານແປຮູບ ເປັນຕົ້ນ.

     2. ຫລຸດການກິນເກືອ ຫລື ໂຊດຽມ :  ກ່ອນທີ່ເຮົາຈະກິນຫຍັງ ຄວນອ່ານສະຫລາກໂພຊະນາການສາກ່ອນ, ເລືອກກິນອາຫານທີ່ມີປະລິມານໂຊດຽມໜ້ອຍທີ່ສຸດ ຫລື ເລືອກເບິ່ງອາຫານທີ່ຂຽນໄວ້ວ່າ : ຫລຸດການໃຊ້ເກືອ (Low sodium).

    3. ດື່ມນຳ້ດື່ມບໍລິສຸດ : ໃຫ້ເລືອກດື່ມນຳ້ດື່ມບໍລິສຸດແທນການດື່ມນຳ້ຫວານ ຫລື ນຳ້ໝາກໄມ້ ເນື່ອງຈາກໃນນຳ້ໝາກໄມ້ໃນປະຈຸບັນ (ບາງເທື່ອ) ໄດ້ມີການຕື່ມເກືອລົງໄປເພື່ອເປັນການຕື່ມລົດຊາດໃຫ້ແຊບຫລາຍຍິ່ງຂຶ້ນ, ແຕ່ຍິ່ງຈະເຮັດໃຫ້ເຮົາຕ້ອງກິນເຄັມຫລາຍຂຶ້ນຕື່ມເລື້ອຍໆ ດັ່ງນັ້ນ ເຮົາຄວນຈະຫລີກເວັ້ນ.

     4. ຊີມລົດຊາດກ່ອນປຸງແຕ່ງອາຫານ : ກ່ອນທີ່ຈະກິນອາຫານ ເຮົາຄວນຊີມລົດຊາດກ່ອນຈະປຸງແຕ່ງ ແລະ ເມື່ອເຮົາຕ້ອງອອກໄປກິນອາຫານຂ້າງນອກ ອາດຈະຕ້ອງຂໍແຍກເຄື່ອງປຸງຕ່າງໆ ຫລື ຂໍໃຫ້ທາງຮ້ານປຸງແຕ່ງລົດຊາດໃຫ້ເຄັມໜ້ອຍລົງ.

     5. ຕ້ອງມີເປົ້າໝາຍທີ່ແນ່ນອນ :ການຕັ້ງເປົ້າໝາຍໃນການກິນເພື່ອຫລຸດຄວາມເຄັມລົງ ໂດຍການຫລຸດການຕື່ມເຄື່ອງປຸງໃນອາຫານ ກໍເປັນອີກໜຶ່ງວິທີທີ່ດີສຸດທີ່ເຮັດໃຫ້ສາມາດເຫັນຜົນໄດ້ໄວ ແລະ ຍັງເປັນການສ້າງແຮງໃຈໃຫ້ກັບໂຕເອງໄປໃນໂຕນຳອີກ.

     ນອກຈາກການກິນອາຫານເຄັມຈະເຮັດໃຫ້ເຮົາຕຸ້ຍແລ້ວ ຍັງເຮັດໃຫ້ເຮົາສ່ຽງຕໍ່ພະຍາດຫົວໃຈ, ພະຍາດກະດູກຜ່ອຍ ແລະ ພະຍາດມະເຮັງກະເພາະອາຫານໄດ້ ເປັນຕົ້ນ.

- 5 - ນຳ້ໜັກຂຶ້ນໂດຍບໍ່ຮູ້ໂຕຍ້ອນກິນອາຫານເຄັມຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!