ຕ​ລ​ຊ​ລ ຈະຈຳ​ໜ່າຍ​ພັນ​ທະ​ບັດລັດ​ຖະ​ບານ1.000 ຕື້​ກີບໃນ​​ວັນ​ທີ 11-17​ ທັນ​ວານີ້

- Bank - ຕ​ລ​ຊ​ລ ຈະຈຳ​ໜ່າຍ​ພັນ​ທະ​ບັດລັດ​ຖະ​ບານ1.000 ຕື້​ກີບໃນ​​ວັນ​ທີ 11-17​ ທັນ​ວານີ້
- kitchen vibe - ຕ​ລ​ຊ​ລ ຈະຈຳ​ໜ່າຍ​ພັນ​ທະ​ບັດລັດ​ຖະ​ບານ1.000 ຕື້​ກີບໃນ​​ວັນ​ທີ 11-17​ ທັນ​ວານີ້

   ກະຊວງການເງິນ ໄດ້ຕາງໜ້າລັດຖະບານຮ່ວມກັບບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບທຄຕລ-ກທ ຈຳກັດ ແລະບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ໄດ້ຈັດງານນຳສະເໜີຂໍ້ມູນໃຫ້ຜູ້ລົງທຶນ (Road show) ໃນການອອກຈໍາໜ່າຍພັນທະບັດລັດຖະບານ ຜ່ານຕະຫຼາດຫຼັກຊັບລາວໃຫ້ນັກລົງທຶນທັງພາຍໃນ-ຕ່າງປະເທດ ຊຶ່ງ​ຈັດ​ຂຶ້ນໃນວັນທີ 7 ທັນ​ວານີ້ ທີ່ຕະຫຼາດຫຼັກຊັບລາວນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ​ຜູ້​ຕາງ​ໜ້າຈາກກະຊວງການເງິນ; ທະນາ ຄານແຫ່ງ ສປປ ລາວ ແລະບໍລິສັດຫຼັກຊັບທີ່ຖືກແຕ່ງຕັ້ງເປັນທີ່ປຶກສາດ້ານການເງິນ ແລະ ຕົວແທນຈຳໜ່າຍພ້ອມດ້ວຍຜູ້ລົງທຶນເຂົ້າຮ່ວມຈໍານວນໜຶ່ງ.

ການຈັດງານດັ່ງກ່າວ ເພື່ອເປັນການເຜີຍແຜ່ຂໍ້ມູນລາຍລະອຽດຂອງການອອກພັນທະບັດໃຫ້ແກ່ມວນຊົນ ລວມທັງບຸກ ຄົນ ຫຼື ນິຕິບຸກຄົນພາຍໃນ-ຕ່າງປະເທດ ສາມາດກະກຽມຄວາມພ້ອມ ລວມເຖິງທຶນຮອນທີ່ຈະລົງທຶນໃນພັນທະບັດໃນຄັ້ງນີ້ ໂດຍມີຜູ້ອອກພັນທະບັດ ຄື: ກະຊວງການເງິນຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ຊຶ່ງ​ມີປະເພດພັນທະບັດດຸ່ນດ່ຽງງົບປະມານ ຈຳ ນວນ 1.000.000 ໜ່ວຍ, ມູນຄ່າກໍານົດ 1.000.000 ກີບຕໍ່ໜ່ວຍ, ລາຄາຂາຍ 1.000.000 ກີບຕໍ່ໜ່ວຍ, ມູນ​ຄ່າລວມ 1.000.000.000.000 (1 ພັນ​ຕື້​ກີບ) ໂດຍ​ແບ່ງ​ຕາມອ​າ​ຍຸ ຄື: ອາ​ຍຸ 1 ປີ, ວັນທີ 16 ທັນ​ວາ 2019 ຄົບ​ກຳ​ນົດ​ໄຖ່​ຖອນ ແລະ ອັດ​ຕາ​ດອກ​ເບ້ຍ 5,30%/ປີ, ມູນ​ຄ່າ 400 ຕື້​ກີບ; ອາ​ຍຸ 3 ປີ, ວັນທີ 16 ທັນ​ວາ 2021 ຄົບ​ກຳ​ນົດ​ໄຖ່​ຖອນ ແລະ ອັດ​ຕາ​ດອກ​ເບ້ຍ 6,80%/ປີ; ອາ​ຍຸ 5 ປີ, ວັນທີ 16 ທັນ​ວາ 2023 ຄົບ​ກຳ​ນົດ​ໄຖ່​ຖອນ ແລະ ອັດ​ຕາ​ດອກ​ເບ້ຍ 6,95%/ປີ ແລະ ອາ​ຍຸ 7 ປີ, ວັນທີ 16 ທັນ​ວາ 2025 ຄົບ​ກຳ​ນົດ​ໄຖ່​ຖອນ ແລະ ອັດ​ຕາ​ດອກ​ເບ້ຍ 7,10%/ປີ  ຊຶ່ງ​ຈະອອກຈຳ​ໜ່າຍພັນທະບັດ​ໃຫ້​ແກມວນ​ຊົນໄດ້ຈອງ​ຊື້​ພັນ​ທະ​ບັດ​ໃນ​ເວ​ລາ 08:30 ໂມງ-15:30 ໂມງ ຂອງວັນ​ທີ 11-​17 ທັນວາ 2018.

- Visit Laos Visit SALANA BOUTIQUE HOTEL - ຕ​ລ​ຊ​ລ ຈະຈຳ​ໜ່າຍ​ພັນ​ທະ​ບັດລັດ​ຖະ​ບານ1.000 ຕື້​ກີບໃນ​​ວັນ​ທີ 11-17​ ທັນ​ວານີ້

​ໃນງວດການຈ່າຍດອກເບ້ຍ ​ແມ່ນສອງຄັ້ງຕໍ່ປີ ແລະ ຈະຈ່າຍດອກເບ້ຍໃນ​ວັນ​ທີ 16 ມີຖຸນາ ແລະ 16 ທັນວາ ຂອງແຕ່ລະປີ ຊຶ່ງ​ມີຕົວແທນຈຳໜ່າຍບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ (ຕົວແທນຈຳໜ່າຍຫຼັກ); ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ແລະ ການສະເໜີຂາຍໃຫ້ແກ່ມວນຊົນກໍຄືການອອກພັນທະບັດຊຸດນີ້ ຈະບໍ່ມີການຜິດນັດ ຊໍາລະ ໂດຍ​ມີໄລຍະເວລາເປີດຈອງຊື້ພັນທະບັດ 5 ວັນ ​ນັບວັນທີ 11 ທັນວາ  ເປັນ​ຕົ້ນ​ໄປ ແລະ ພັນທະບັດຊຸດນີ້ຈະຖືກຄຸ້ມຄອງໂດຍກົດໝາຍຂອງ ສປປ ລາວ ແລະ ຂໍ​ສະ​ເໜີ​ໃຫ້ຜູ້ຈອງຊື້ພັນທະບັດທຸກຄົນ ກະ​ລຸ​ນາ​ສອ​ບ​ຖາມຂໍ້ມູນຕາມແບບຟອມການຈອງຊື້ພັນທະບັດໃຫ້ຄົບຖ້ວນ ແລະ ຕ້ອງມີບັນຊີພັນທະບັດນໍາບໍລິສັດຫຼັກຊັບ ໂດຍນາຍທະບຽນ ແລະ ຜູ້ຮັບຝາກພັນທະບັດ​ຢູ່ພະແນກຊໍາລະສະສາງ ແລະ ຮັບຝາກຫຼັກຊັບຂອງ ຕລຊລ ແລະ ຈະມີການຈົດທະບຽນ​ຢູ ຕ​ລ​ຊ​ລ.

ການອອກຈຳໜ່າຍພັນທະບັດໃນຄັ້ງນີ້ ຖືເປັນຄັ້ງທຳອິດຂອງ ສປປ ລາວ ທີ່ຈະນຳເອົາພັນທະບັດດັ່ງກ່າວມາຈົດທະບຽນໃນຕະຫຼາດຫຼັກຊັບລາວ ສາມາດແລກປ່ຽນ ຊື້-ຂາຍ ໄດ້ ແລະ ຖືເປັນອີກຊ່ອງທາງການລົງທຶນອີກປະເພດໜຶ່ງທີ່ໃຫ້ຜົນຕອບແທນສະ  ໝໍ່າສະເໝີ, ມີຄວາມສ່ຽງຕໍ່າກວ່າຊ່ອງທາງອື່ນ, ມີອາຍຸການລົງທຶນທີ່ຊັດເຈນ, ອັດຕາຜົນຕອບແທນທີ່ໜ້າສົນໃຈ ແລະ ຖືເປັນອີກທາງເລືອກໜຶ່ງໃນການກະຈາຍຄວາມສ່ຽງໃນການລົງທຶນ; ສຳ​ລັບຜູ້ທີ່ສົນໃຈລົງທຶນໃນພັນທະບັດໃນຄັ້ງນີ້ ສາມາດຕິດຕໍ່ກັບຕົວແທນຈຳໜ່າຍພັນທະບັດ ຜ່ານບໍລິສັດຫຼັກຊັບ ລ້ານຊ້າງ ມະ ຫາຊົນ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ຫຼື ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຕາມວັນ ແລະ ເວລາລັດຖະການ ຊຶ່ງທັງສາມບໍລິສັດ ມີ​ທີ່ຕັ້ງ ແລະ ຢູ່ອາຄານຕະຫຼາດຫຼັກຊັບລາວ ບ້ານໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.

# ຂ່າວພາບ: ຣັດສະໝີ ດວງສັດຈະ

- 4 - ຕ​ລ​ຊ​ລ ຈະຈຳ​ໜ່າຍ​ພັນ​ທະ​ບັດລັດ​ຖະ​ບານ1.000 ຕື້​ກີບໃນ​​ວັນ​ທີ 11-17​ ທັນ​ວານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!